ເອັສທີ ຈັບມື ອີທີແອລ ຮ່ວມທຸລະກິດດ້ານໂທລະຄົມ

177

ທະນາຄານ ເອັສທີ ຈໍາກັດ (STB) ຮ່ວມກັບ ບໍລິສັດ ອີທີແອລ ຈໍາກັດ (ETL) ລົງນາມວ່າດ້ວຍການຊໍາລະຄ່າບໍລິການຕ່າໆຂອງອີທີແອລ ໃຫ້ກຽດລົງນາມຂອງທ່ານ ຈະຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ກັບທ່ານ ຮວງ ສູ ຢຸນ ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ. ຈຸດປະສົງກໍ່ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງສອງຝ່າຍໃຫ້ໄດ້ຮັບການບໍລິການວ່ອງໄວ ແລະ ສະດວກສະບາຍຫຼາຍຂຶ້ນ.

ສໍາລັບເນື້ອໃນຂອງການລົງນາມຄັ້ງນີ້, ປະກອບມີບໍລິການຫຼັກເປັນຕົ້ນແມ່ນ: ການຮັບຊໍາລະຄ່າບໍລິການໂທລະສັບຕັ້ງໂຕະ, ລາຍເດືອນ, ບໍລິການອິນເຕີເນັດ, ສາຍເຊົ່າພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ, ລູກຄ້າຍັງສາມາດຕື່ມມູນຄ່າໂທໃຫ້ເບີເຕີມເງິນໂດຍຜ່ານທຸກຊ່ອງທາງຂອງທະນາຄານ ເອັສທີ ໄດ້ທຸກສາຂາທົ່ວປະເທດ.

ໂອກາດນີ້, ທ່ານ ຈະຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ ທະນາຄານເອັສທີ ຈໍາກັດ ກ່າວວ່າ: ໃນນາມຂອງທະນາຄານເອັສທີ ຈໍາກັດ ພວກເຮົາມີຄວາມຮູ້ສຶກພາກພູມໃຈ ທີ່ໄດ້ຮ່ວມງານກັບບໍລິສັດ ອີທີແອລ ເຊິ່ງເປັນການສ້າງຜົນປະໂຫຍດໃຫ້ແກ່ລູກຄ້າຂອງທະນາຄານກໍ່ຄືອີທີແອລໃຫ້ມີບາດ ກ້າວໃໝ່ ແລະ ຫວັງວ່າຈະມີການຮ່ວມມືກັນຕື່ມອີກໃນດ້ານຕ່າງໆໃນອະນາຄົດ.

ດ້ານທ່ານ ຮວງ ສູ ຢຸນ ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ມີຄຳເຫັນຕື່ມວ່າ: ການຮ່ວມມືໃນຄັ້ງນີ້ ກໍ່ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າທັງສອງຝ່າຍໃຫ້ໄດ້ຮັບການບໍລິການສະດວກສະບາຍຍິ່ງຂຶ້ນ, ເຊິ່ງອີທີແອລໃນນາມເປັນຜູ້ໃຫ້ບໍລິການດ້ານໂທລະຄົມອີກແຫ່ງໜຶ່ງໃນ ສປປ ລາວ ພວກເຮົາໄດ້ມີບໍລິການຫຼາກຫຼາຍ ແລະ ມີຄວາມພ້ອມຮ່ວມກັບທະນາຄານເອັສທີໃນທຸກໆດ້ານ.

ພິທີດັ່ງກ່າວ, ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ພຶດສະພາ 2020 ທີ່ສໍານັກງານໃຫຍ່ທະນາຄານເອັສທີ ນະຄອນຫຼວງວຽງຈັນ ມີບັນດາຜູ້ບໍລິຫານ, ຄະນະອໍານວຍການ ແລະ ພະນັກງານຂອງທັງສອງຝ່າຍເຂົ້າຮ່ວມ.