ອິນເດຍຜະເຊີນກັບໄພຄຸກຄາມຂອງຝູງຕັກກະແຕນທະເລຊາຍຢ່າງໜັກ

129

ພາກພື້ນທາງພາກຕາເວັນຕົກ ແລະ ບາງສ່ວນໃນພາກກາງຂອງປະເທດອິນເດຍ ກຳລັງຜະເຊີນກັບ “ໄພຄຸກຄາມ” ຈາກຝູງຕັກກະແຕນທະເລຊາຍ ແລະ ສະຖານະການມີທ່າອ່ຽງທີ່ຈະຮ້າຍແຮງກວ່າເກົ່າໃນລະດູມໍລະສຸມ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນພຸດ ທີ 27 ພຶດສະພາ ວ່າ ກະຊວງກະສິກຳຂອງອິນເດຍ ລາຍງານວ່າ ພື້ນທີ່ທາງພາກຕາເວັນຕົກ ແລະ ບາງສ່ວນໃນເຂດພາກກາງຂອງປະເທດ ຜະເຊີນກັບ “ໄພຄຸກຄາມ” ຈາກຝູງຕັກກະແຕນທະເລຊາຍດົນຫຼາຍເດືອນແລ້ວ ໂດຍລັດຄຸຊະຣາດ, ລັດມັດທະຍະປະເທດ ແລະ ລັດຣາຊສະຖານ ໄດ້ຮັບຜົນກະທົບຫຼາຍທີ່ສຸດ ສ້າງຄວາມເສຍຫາຍໃຫ້ເນື້ອທີ່ກະສິກຳຫຼາຍກວ່າ 50 ພັນເຮັກຕາ ຮ້າຍແຮງທີ່ສຸດ ຕັ້ງແຕ່ປີ 1993.

ດ້ານເຈົ້າໜ້າທີ່ລັດ ແລະ ອາສາສະໝັກຊຸມຊົນຕະຫຼອດຈົນປະຊາຊົນຮ່ວມກັນສີດຢາຂ້າແມງໄມ້ເພື່ອຂັບໄລ່ຝູງຕັກກະແຕນທະເລຊາຍເຫຼົ່ານີ້ ແຕ່ໄດ້ຜົນໄລຍະຊົ່ວຄາວເທົ່ານັ້ນ. ທັງນີ້, ລັດຖະບານອິນເດຍກ່າວວ່າ ກອງທັບຕັກກະແຕນທະເລຊາຍໄດ້ສ້າງຄວາມເສຍຫາຍຕໍ່ພື້ນທີ່ກະສິກຳ ໃນປະເທດປາກີສະຖານ ກ່ອນທີ່ຈະເດີນທາງຂ້າມຊາຍແດນເຂົ້າມາປະເທດອິນເດຍ ໂດຍລັດຣາຊສະຖານເປັນພື້ນທີ່ແຫ່ງທຳອິດທີ່ລາຍງານບັນຫາ ເມື່ອເດືອນເມສາ ຜ່ານມາ ຍິ່ງເພິ່ມຄວາມກັງວົນໃຫ້ແກ່ທຸກໆຝ່າຍກ່ຽວກັບຕ່ອງໂສ້ສະໜອງອາຫານພາຍໃນປະເທດ.

ລາຍງານໂດຍອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ (FAO) ລະບຸວ່າ ຝູງຕັກກະແຕນທະເລຊາຍ ປະມານ 40 ລ້ານໂຕ ສາມາດທຳລາຍພື້ນທີ່ກະສິກຳເຊິ່ງສາມາດຜະລິດອາຫານທຽບເທົ່າກັບການລ້ຽງປະຊາຊົນ 35 ພັນຄົນ ຫຼື ລ້ຽງຊ້າງປ່າ 6 ໂຕ. ຂະນະທີ່ ສະພາບດິນຟ້າອາກາດເຊິ່ງເຂົ້າສູ່ໄລຍະລະດູມໍລະສຸມມີທ່າອ່ຽງທີ່ຈະເພິ່ມປະຊາກອນຕັກກະແຕນທະເລຊາຍ ແລະ ສະຖານະການອາດຈະທະວີຄວາມຮ້າຍແຮງຍິ່ງຂຶ້ນ ພາຍໃນເດືອນມິຖຸນາ ນີ້ ທັງໃນປະເທດອິນເດຍ, ປາກີສະຖານ ແລະ ບັນດາປະເທດໃນພາກຕາເວັນອອກສຽງເໜືອຂອງທະວີບອາຟຣິກາ.

ນອກຈາກນີ້, ນັບຕັ້ງແຕ່ເຂົ້າສູ່ສະຕະວັດທີ 20 ໂລກໄດ້ຜະເຊີນກັບໄພຄຸກຄາມຂອງຝູງຕັກກະແຕນທະເລຊາຍ 6 ຄັ້ງ ເຊິ່ງຄັ້ງຫຼ້າສຸດເກີດຂື້ນ ລະຫວ່າງ ປີ 1987 ຫາ ປີ 1988 ສ່ວນ “ການເພິ່ມຈຳນວນຂຶ້ນຢ່າງຫຼວງຫຼາຍຂອງຝູງຕັກກະແຕນທະເລຊາຍ” ແມ່ນເກີດຂຶ້ນລະຫວ່າງ ປີ 2003 ຫາ ປີ 2005.