ຫົວເຫວີຍ ເປີດສະຖາບັນການສຶກສາ “ ASEAN Academy ” ແຫ່ງອາຊີປາຊີຟິກ ເສີມສ້າງຄວາມສາມາດບຸກຄະລາກອນດ້ານດິຈິຕອລ

88

ວັນທີ 21 ພຶດສະພາ 2020 ຫົວເຫວີຍ ເປີດສະຖາບັນການສຶກສາ Huawei ASEAN Academy ແຫ່ງທໍາອິດຂອງພາກພື້ນອາຊີປາຊີຟິກໃນປະເທດມາເລເຊຍ ໂດຍຕັ້ງເປົ້າໃຫ້ເປັນສູນກາງຫຼັກສູດການຝຶກອົບຮົມຊ່ວຍສົ່ງເສີມຄວາມສາມາດດ້ານດິຈິຕອລໃນລະດັບພາກພື້ນ.

ສຳລັບຄວາມມຸ່ງໝັ້ນໃນຄັ້ງນີ້ ຫົວເຫວີຍ ຕັ້ງເປົ້າຝຶກອົບຮົມບຸກຄະລາກອນໃຫ້ໄດ້ 50 ພັນຄົນ ພາຍໃນເວລາ 5 ປີຂ້າງໜ້າ. ໃນນີ້, ສູນຝຶກອົບຮົມດັ່ງກ່າວໄດ້ເປີດຫຼັກສູດອົບຮົມດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ ແລະ ການສື່ສານ ICT ຫຼາຍກວ່າ 3 ພັນຫຼັກສູດ ພ້ອມຜູ້ອົບຮົມທີ່ມີຄວາມຊ່ຽວຊານ 100 ທ່ານ ທີ່ຈະຊ່ວຍພັດທະນາຄວາມສາມາດຂອງບຸກຄະລາກອນດ້ານດິຈິຕອລຢ່າງເຕັມທີ່.

Huawei ASEAN Academy ໃນປະເທດມາເລເຊຍ ເປັນສູນຝຶກອົບຮົມແຫ່ງທໍາອິດໃນພາກພື້ນອາຊີປາຊີຟິກ ເຊິ່ງມີບົດບາດສຳຄັນສຳລັບການພັດທະນາດ້ານ ICT ເພື່ອນໍາໄປສູ່ການເຕີບໂຕທາງເສດຖະກິດດິຈິຕອລ ແລະ ທີ່ສຳຄັນຄືການອົບຮົມ ແລະ ພັດທະນາຄົນທ້ອງຖິ່ນ ເພື່ອໃຫ້ພວກເຂົາໄດ້ຮັບຄວາມຮູ້ດ້ານ ICT ຢ່າງເໝາະສົມ ແລະ ສາມາດນໍາໄປປັບໃຊ້ກັບໂລກປັດຈຸບັນທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ໃນນີ້, ກະຊວງການສື່ສານ ແລະ ສັງຄົມ ( Ministry of Communications and Multimedia – KKMM ) ແລະ ຫົວເຫວີຍ ໄດ້ສານສໍາພັນ ແລະ ຮ່ວມມືກັນດ້ານ ICT ມາຢ່າງຍາວນານ ນັບຕັ້ງແຕ່ ບໍລິສັດ ຫົວເຫວີຍ ມາເລເຊຍ ໄດ້ສ້າງຕັ້ງຂຶ້ນໃນປີ 2001 ແລະ ຍັງຄົງຫວັງວ່າທັງສອງຝ່າຍຈະປະສົບຄວາມສໍາເລັດກັບການຮ່ວມມືໃນວຽກງານຕ່າງໆອີກຫຼວງຫຼາຍໃນພາຍພາກໜ້າ ເພື່ອຊຸກຍູ້ເສດຖະກິດດິຈິຕອລໃຫ້ໄປສູ່ແນວທາງທີ່ຖືກຕ້ອງ ”, ທ່ານ ວາຍບີ ດາໂຕະ ໄຊຟຸດດິນ ອັບດຸລະ ( YB Dato Saifuddin Abdullah ) ລັດຖະມົນຕີປະຈໍາກະຊວງການສື່ສານ ແລະ ສັງຄົມ ຂອງມາເລເຊຍ ກ່າວ.

ໂປຣແກມການຝຶກອົບຮົມດ້ານ ICT ລວມເຖິງຫຼັກສູດການຝຶກອົບຮົມຕ່າງໆ ໄດ້ອອກແບບເພື່ອໜ່ວຍງານພາກລັດຜູ້ຊ່ຽວຊານໃນພາກອຸດສາຫະກຳ ແລະ ນັກສຶກສາມະຫາວິທະຍາໄລ ແລະ ຈະສົ່ງມອບວິທີການຄວບຄຸມສໍາລັບການພັດທະນາລະບົບນິເວດດິຈິຕອລດ້ານ ICT ຂອງປະເທດ.

ໂຄງການນີ້ຈະນຳເອົາວິທີການຮຽນ – ການສອນທີ່ຫຼາກຫຼາຍມາປັບໃຊ້ ເຊັ່ນ: ການຝຶກອົບຮົມໂດຍອີງໃສ່ພື້ນຖານສະຖານະການຕົວຈິງ ແລະ ການຖ່າຍທອດສົດໃນຮູບແບບອອນລາຍ ລວມເຖິງການໄປທັດສະນະສຶກສາຕ່າງປະເທດ.

ສູນຝຶກອົບຮົມດັ່ງກ່າວໄດ້ມອບໂຊລູຊັນທີ່ມີຫຼາຍມິຕິ ສຳລັບທັກສະທີ່ແຕກຕ່າງ ແລະ ຄວາມຕ້ອງການຫຼາກຫຼາຍລະດັບ ເພື່ອໃຫ້ໝັ້ນໃຈວ່າໂຊລູຊັນເຫຼົ່ານີ້ຈະສາມາດຕອບໂຈດຄວາມຕ້ອງການດ້ານທັກສະທີ່ຍັງຂາດໃນກຸ່ມວິສາຫະກິດປັດຈຸບັນໄດ້ຢ່າງມີປະສິດທິພາບ.

“ ໃນຂະນະທີ່ເຮົາກຳລັງປັບຕົວເຂົ້າສູ່ການເວັ້ນໄລຍະຫ່າງທາງສັງຄົມ ຫຼື ການດໍາເນີນວິຖີຊີວິດແບບໃໝ່ ( new normal ) ໂຄງສ້າງພື້ນຖານ ແລະ ເຄືອຂ່າຍດິຈິຕອລ ທີ່ເຂັ້ມແຂງມີຄວາມສຳຄັນຫຼາຍຂຶ້ນຢ່າງທີ່ບໍ່ເຄີຍເປັນມາກ່ອນ ໂດຍຫົວໃຈສໍາຄັນທີ່ຈະສົ່ງເສີມໂຄງສ້າງພື້ນຖານ ແລະ ເຄືອຂ່າຍດິຈິຕອລທີ່ເຂັ້ມແຂງນັ້ນຍັງຄົງຢູ່ທີ່ບຸກຄະລາກອນຜູ້ສ້າງ ແລະ ເບິ່ງແຍງບໍລິການຕ່າງໆເຫຼົ່ານີ້ ເພື່ອປະຊາກອນມາເລເຊຍ; ການອົບຮົມທັກສະ ແລະ ໂປຣແກຣມຕ່າງໆຈາກສູນຝຶກອົບຮົມ ASEAN academy ຈະເສີມສັກກະຍະພາບຂອງບຸກຄະລາກອນໃນທ້ອງຖິ່ນໃຫ້ມີຄວາມພ້ອມຕໍ່ອະນາຄົດ ແລະ ສາມາດເປັນສ່ວນໜຶ່ງໃນການຂັບເຄື່ອນການປ່ຽນແປງດິຈິຕອລຂອງປະເທດໄດ້ ”, ທ່ານ ໄມເຄິນ ຢວນ ປະທານກໍາມະການບໍລິຫານ ຫົວເຫວີຍ ມາເລເຊຍ ກ່າວ.

ອ້າງອີງຈາກຄວາມຕ້ອງການຂອງອຸດສາຫະກຳ ສູນຝຶກອົບຮົມດັ່ງກ່າວໄດ້ຕອບໂຈດແກ້ໄຂບັນຫາດ້ານບຸກຄະລາກອນຂອງປະເທດໃນ 3 ດ້ານຫຼັກ ຄື: ການແນະນໍາທິດທາງດ້ານອຸດສາຫະກຳເຕັກໂນໂລຊີຂໍ້ມູນ ແລະ ການສື່ສານ, ການເສີມສັກກະຍະພາບບຸກຄະລາກອນດ້ານລະບົບນິເວດ ແລະ ການພັດທະນາທັກສະອື່ນໆ.

ສູນຝຶກອົບຮົມນີ້ໄດ້ນຳເຕັກໂນໂລຊີໃຊ້ເປັນສ່ວນສຳຄັນໃນການເສີມທັກສະ ແລະ ການພັດທະນາບຸກຄະລາກອນ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຮາກຖານດ້ານເສດຖະກິດດິຈິຕອລຂອງປະເທດ.

ໃນຖານະທີ່ເປັນຜູ້ນຳດ້ານໂຊລູຊັນດ້ານເຕັກໂນໂລຊີຂໍ້ມູນ – ຂ່າວສານ ແລະ ການສື່ສານລະດັບໂລກ ຫົວເຫວີຍ ສະໜັບສະໜູນໃຫ້ເກີດລະບົບນິເວດຂອງບຸກຄະລາກອນ ICT ທີ່ເປີດ ກວ້າງ, ການຮ່ວມມື ແລະ ການແບ່ງປັນຂໍ້ມູນຈະສົ່ງຜົນດີຕໍ່ທຸກຝ່າຍ, ສູນຝຶກອົບຮົມ Huawei ASEAN Academy ສະແດງໃຫ້ເຫັນເຖິງກ້າວສໍາຄັນອີກກ້າວໜຶ່ງຂອງ ຫົວເຫວີຍ ໃນການພັດທະນາບຸກຄະລາກອນ ICT ແລະ ຂັບເຄື່ອນປະເທດມາເລເຊຍ ໃຫ້ເຂົ້າສູ່ຍຸກດິຈິຕອລໄປພ້ອມກັນ.