ເຊີນຊວນເຂົ້າຮ່ວມ ງານຕະຫຼາດນັດກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ 2020

301

ໃຜທີ່ສົນໃຈ ຫຼື ມັກກ່ຽວກັບພືດພັນກະສິກໍາບໍ່ຄວນພາດງານນີ້ ເພາະຈະມີຜົນລະປູກ ພ້ອມເບ້ຍໄມ້ນາໆຊະນິດ ມາວາງຂາຍໃຫ້ທຸກທ່ານໄດ້ເລືອກຊື້ຈັບຈ່າຍຕາມໃຈມັກ ໃນງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020 ທີ່ຈະດໍາເນີນໄປເປັນເວລາ 8 ວັນ ໂດຍເລີ່ມມື້ນີ້ຈົນເຖິງ 4 ມິຖຸນາ 2020.

ພິທີເປີດງານຕະຫຼາດນັດ ກະສິກຳສະອາດ ແລະ ຈຳໜ່າຍເບ້ຍໄມ້ ປະຈຳປີ 2020 ຈັດຂຶ້ນໃນຕອນເຊົ້າວັນທີ 27 ພຶດສະພາ 2020 ນີ້ ຂຶ້ນທີ່ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ບ້ານໜອງໄຮ, ເມືອງຫາດຊາຍຟອງ ໂດຍການເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາການນຳຂັ້ນກະຊວງ, ພະແນກ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ກ່າວວ່າ: ງານຕະຫຼາດນັດໃນຄັ້ງນີ້ ຈະເປີດເປັນເວລາ 8 ວັນ ນັບແຕ່ວັນທີ 27 ພຶດສະພາ ຫາ 4 ມິຖຸນາ 2020, ໂດຍມີສິນຄ້າຈາກຫຼາຍພາກສ່ວນທັງພາກລັດ, ຜູ້ປະກອບການ, ກຸ່ມການຜະລິດ ເຊິ່ງມີທັງຜົນຜະລິດຈາກກຸ່ມກະສິກໍາອິນຊີ, ກຸ່ມການຜະລິດກະສິກໍາທີ່ດີ (GAP), ສິນຄ້າໂອດັອບຫລາຍລາຍການ, ກຸ່ມປຸງແຕ່ງຜະລິດຕະພັນກະສິກໍາ ແລະ ຜູ້ປະກອບການຜະລິດ ແລະ ຈໍາໜ່າຍເບ້ຍໄມ້ ເຂົ້າຮ່ວມລວມ 118 ຮ້ານ.

ບັນດາຮ້ານທີ່ເຂົ້າຮ່ວມໃນຄັ້ງນີ້ລວມມີ ກຸ່ມກະສິກໍາອິນຊີ (OA ) 12 ຮ້ານ; ກຸ່ມກະສິກຳທີ່ດີ ( GAP ) ແລະ ໂຄງການ 8 ຮ້ານ; ກຸ່ມການຜະລິດຜັກໄຮໂດຣໂປນິກ 5 ຟາມ; ກຸ່ມຜະລິດເຂົ້າເປັນສິນຄ້າ (ODOP ) 3 ຮ້ານ; ກຸ່ມປຸງແຕ່ງກະສິກໍາ 18 ຮ້ານ; ຮ້ານຊີ້ນ ແລະ ຂາຍຜະລິດຕະພັນສັດຕ່າງໆ 18 ຮ້ານ; ບໍລິສັດສົ່ງເສີມການຜະລິດພາຍໃນ ແລະ ສົ່ງອອກ 2 ຮ້ານ; ກຸ່ມຜະລິດເບ້ຍໄມ້ 22 ຮ້ານ ແລະ ຮ້ານອື່ນໆ ໂດຍຄາດຄະເນວ່າ ບັນດາສິນຄ້າທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ມີມູນຄ່າ 1,1 ຕື້ກີບ ຂໍເຊີນຊວນພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ຮ່ວມທ່ຽວຊົມ ແລະ ຊື້ສິນຄ້າພາຍໃນງານ ເພື່ອສົ່ງເສີມຜະລິດຕະພັນພາຍໃນນໍາກັນ.