5 ໝາກໄມ້ ຄວນກິນທັ້ງເປືອກ ດີກວ່າປອກເອົາໃນ

204

ເອົາໃຈສາຍຮັກສຸຂະພາບ ມັກກິນຜັກ ໝາກໄມ້ເປັນປະຈຳ ແຕ່ຕ້ອງໃຊ້ເວລາລ້າງດົນແລ້ວຍັງນຳມາປອກເປືອກທຸກຄັ້ງທີ່ກິນ ແລ້ວແບບນີ້ທ່ານຈະໄດ້ປະໂຫຍດ ແລະສານອາຫານຫຍັງຈາກຜັກ ໝາກໄມ້ທີ່ເຮົາກິນເຂົ້າໄປ ແຕ່ທີ່ເຮົາປອກເປືອກກໍເພາະຢ້ານສານເຄມີທີ່ມາກັບຜັກ ໝາກໄມ້ນັ້ນຕົກຄ້າງຢູ່ ກໍເລີຍຫຼີກລ້ຽງການກິນແບບບໍ່ປອກເປືອກ ແຕ່ແຟນຂ່າວຮູ້ ຫຼື ບໍ່ວ່າ ຜັກ ໝາກໄມ້ ຖ້າເຮົາເອົາໄປແຊ່ນ້ຳສະອາດປະມານ 10-15 ນາທີ ແລ້ວລ້າງໂດຍການລູບເປືອກຄ່ອຍໆ ແບບບໍ່ຕ້ອງຜ່ານກຳມະວິທີລ້າງຫຼາຍເທື່ອ ທ່ານກໍສາມາດກິນແບບບໍ່ປອກເປືອກໄດ້ແລ້ວ ແຖມໄດ້ຄຸນປະໂຫຍດທີ່ອຸດົມໄປດ້ວຍສານອາຫານບໍ່ຕ່າງຈາກທາງໃນຂອງຜັກ ໝາກໄມ້ຊະນິດນັ້ນໆ.
ມື້ນີ້ແອັດມິນກໍມີ 5 ຕົວຢ່າງຜັກ ໝາກໄມ້ມາບອກແຟນຂ່າວ ເຊິ່ງຈະມີຫຍັງແນ່ເຮົາມາຮູ້ພ້ອມໆກັນເລີຍ

1 ມັນຝຣັ່ງ

ເຖິງແມ່ນວ່າເປືອກພາຍນອກຂອງມັນຝຣັ່ງຈະບໍ່ເປັນທີ່ໜ້າກິນເທົ່າໃດ ແຕ່ວ່ານັ້ນມັນຄືແຫຼ່ງສນອາຫານທີ່ສຳຄັນ ເພາະມັນເປັນແຫຼ່ງລວມຂອງວິຕາມິນຊັ້ນດີ ແລະອຸດົມໄປດ້ວຍສານອາຫານເຖິງ 20% ກັນເລີຍ ບໍ່ວ່າຈະເປັນວິຕາມິນບີ ວິຕາມິນຊີ ໂພແທສຊ້ຽມ ເບຕ້າແຄໂຣທີນ ນ້ຳແຮ່ທຳມະຊາດ ແລະໄຟເບີ ທີ່ຊ່ວຍຫຼຸດຄວາມສ່ຽງຕໍ່ໂລກຫົວໃຈ ແລະໂລກເບົາຫວານ.

ພຽງແຕ່ທ່ານລ້າງມັນຝຣັ່ງໃຫ້ສະອາດກ່ອນນຳໄປກິນ ທ່ານອາດຈະນຳມາເຮັດມັນຝຣັ່ງບົດ ມັນຝຣັ່ງຈີ່ກິນຫຼິ້ນ ຫຼື ເມນູອື່ນໆ ຕາມໃຈມັກໄດ້ເລີຍ ແຕ່ທຸກເມນູທີ່ທ່ານເຮັດແມ່ນຫ້າມປອກເປືອກ.

2 ໝາກແຕງ


ເປືອກໝາກແຕງອາດຈະເຮັດໃຫ້ບາງຄົນບໍ່ມັກກິນ ແຕ່ມັນມີປະໂຫຍດຫຼາຍເພາະເປືອກໝາກແຕງເປັນແຫຼ່ງລວມຂອງໄຟເບີ ຊ່ວຍປ້ອງກັນທ້ອງອືດ ຂັບຖ່າຍງ່າຍ ແລະມີສານຕ້ານອະນຸມູນອິດສະຫຼະເໝາະສຳລັບຄົນທີ່ນອນເດິກ ພັກຜ່ອນນ້ອຍ ບໍ່ຄ່ອຍອອກກຳລັງກາຍ ແລະມັກກິນອາຫານປິ້ງທອດເປັນຊີວິດຈິດໃຈ ໝາກແຕງເປືອກສີຂຽວເຂັ້ມແນ່ນອນຕ້ອງອຸດົມໄປດ້ວຍສານອາຫານທີ່ມີປະໂຫຍດຫຼາຍ ສະນັ້ນ ແຟນຂ່າວຕ້ອງຊື້ປະໄວ້ໃນຕູ້ເຢັນເປັນປະຈຳ.

3 ແຄລອດ


ແຄລອດເປັນຜັກຊະນິດໜຶ່ງທີ່ຫຼາຍໆ ຄົນມັກຈະບໍ່ກິນເປືອກຂອງມັນ ເພາະຄິດວ່າມັນບໍ່ມີປະໂຫຍດ ແຕ່ທ່ານຮູ້ບໍ່ວ່າເປືອກສີສົ້ມຂອງມັນອຸດົມໄປດ້ວຍສານຕ້ານອະນນຸມູນອິດສະຫຼະ ຊ່ວຍຫຼຸດຮ່ອງຮອຍ ຮູຂຸມຂົນ ພ້ອມທັງປົກປ້ອງຜິວຈາກມະເລັງຜິວໜັງ ມີວິຕາມິນເອ ວິຕາມິນຊີ ທີ່ມີປະໂຫຍດຊ່ວຍໃນເລື່ອງຂອງການບຳລຸງສາຍຕາ ຜິວພັນ ແລະຊ່ວຍສ້າງລະບົບພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງ.

4 ຫົວຜັກກາດຂາວ

ຫົວຜັກກາດຂາວຈະມີຮູບຮ່າງຄ້າຍຄືແຄລອດ ແຕ່ຈະແຕກຕ່າງພຽງແຕ່ສີ ແລະຂະໜາດເທົ່ານັ້ນ ປະໂຫຍດຂອງຫົວຜັກກາດຂາວແມ່ນມີບໍ່ນ້ອຍໜ້າແຄລອດກັນເລີຍທີດຽວ ໃນຫົວຜັກກາດຂາວຈະມີສານທີ່ຊື່ວ່າ ລິກນິນ (Lignin) ທີ່ຊ່ວຍຕ້ານອະນຸມູນອິດສະຫຼະໃນຮ່າງກາຍ ເສີມສ້າງພູມຕ້ານທານ ແລະຊ່ວຍປ້ອງກັນການເກີດໂລກມະເລັງ ນອກນີ້ ຍັງມີແຄວຊ້ຽມຊ່ວຍເສີມສ້າງກ້າມເນື້ອໃຫ້ແຂງແຮງ ວິຕາມິນຊີທີ່ຊ່ວຍເສີມຄວາມແຂງແຮງຂອງຜະໜັງຫຼອດເລືອດ ປ້ອງກັນບໍ່ໃຫ້ເລືອດອອກຕາມເງືອກ ແລະກຳຈັດສານພິດ ໂລຫະໜັກໃຫ້ແກ່ຮ່າງກາຍ.

5 ແອັບເປິ້ນ

ເວລາໃຜທີ່ຕ້ອງການລົດນ້ຳໜັກ ແອັບເປິ້ນກໍເປັນໝາກໄມ້ທາງເລືອກຊະນິດໜຶ່ງທີ່ທຸກຄົນເລືອກໃນການກິນ ເພື່ອຄວບຄຸມນ້ຳໜັກ ເພາະແອັບເປີ້ນມີກາກໃຍອາຫານທີ່ຊ່ວຍໃນເລື່ອງຂອງການຂັບຖ່າຍ ແລະບໍ່ເຮັດໃຫ້ອ້ວນ ທີ່ສຳຄັນຄືມີວິຕາມິນສູງ ແຕ່ຫຼາຍຄົນທີ່ເລືອກກິນແອັບເປິ້ນກໍຈະມັກປອກເປືອກແລ້ວກິນແຕ່ເນື້ອຂ້າງໃນ ແອັດມິນຢາກຈະມາບອກແຟນຂ່າວທີ່ກຳລັງກິນແອັບເປິ້ນຢູ່ໃນຕອນນີ້ວ່າລອງປ່ຽນຈາກການປອກເປືອກແອັບເປິ້ນແລ້ວຫັນມາລ້າງໃຫ້ສະອາດກິນເປືອກຂອງແອັບເປິ້ນຈະດີກວ່າ ເພາະເປືອກຂອງແອັບເປິ້ນຍັງມີສານທີ່ຊ່ວຍປ້ອງກັນການແຂງໂຕຂອງຫຼອດເລືອດຫົວໃຈ ຊ່ວຍຕ້ານແບັດທີເຣີຍ ແລະໄວຣັສຕ່າງໆ ພ້ອມມີວິຕາມິນຊີທີ່ຊ່ວຍສ້າງຄໍລະເຈນເນື້ອເຍື່ອຕ່າງໆໃນຮ່າງກາຍ ແລະຊ່ວຍຮັກສາໂຣກຫວັດໃຫ້ຫາຍຂາດໄດ້ ນອກຈາກນີ້ ຍັງມີສານທີ່ຊ່ວຍຫຼຸດຄວາມດັນເລືອດສູງ ແລະຕ້ານການເກີດມະເລັງໄດ້.
ຫວັງວ່າແຟນຂ່າວທີ່ໄດ້ອ່ານສາລະໜ້າຮູ້ນີ້ໄປແລ້ວ ຈະປັບປ່ຽນພຶດຕິກຳການກິນເພື່ອໃຫ້ໄດ້ຄຸນປະໂຫຍດ ແລະສານອາຫານທີ່ດີຈາກພືດຜັກ ໝາກໄມ້ຕ່າງໆ ເພື່ອເຮັດໃຫ້ຮ່າງກາຍຂອງທ່ານແຂງແຮງ ມີພູມຕ້ານທານທີ່ດີເພື່ອສູ້ກັບໂຣກໄພຕ່າງໄດ້.