ຂ່າວດີ ມື້ທີ 44! ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຍອດຜູ້ຕິດເຊື້ອຍັງຄົງທີ່ 19 ຄົນ

81

ຫຼັງພົບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ເປັນກໍລະນີທໍາອິດ ໃນໄລຍະເດືອນ ມີນາເປັນຕົ້ນມາ ລັດຖະບານກໍ່ໄດ້ສຸມໃສ່ທຸກມາດຕະການເພື່ອສະກັດກັ້ນບໍ່ໃຫ້ແຜ່ລາມກ້ວາງອອກ ແລະ ຫຼັງຈາກນັ້ນບໍ່ດົນກໍ່ໄດ້ຮັບຂ່າວດີຢ່າງລຽນຕິດ ວ່າລາວເຮົາບໍ່ພົບຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມ ເຊິ່ງມາຮອດວັນທີ 26 ພຶດສະພາ 2020 ນັບເປັນເວລາ  44 ມື້ແລ້ວ. ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມທັງໝົດຢູ່ທີ່ 19 ຄົນ ໃນນັ້ນ ປິ່ນປົວຫາຍດີແລ້ວ 14ຄົນ ແລະ ຍັງປິ່ນປົວຕິດຕາມອາການຢູ່ໂຮງໝໍອີກ 5ຄົນ.

ໃນວັນທີ 26 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໂດຍການຖະແຫຼງຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ໃນວັນທີ 25 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 60 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 25 ຄົນ, ແຮງງານລາວທີ່ກັບມາແຕ່ຈີນ 31 ຄົນ, ກໍລະນີສົງໄສ 1ຄົນ ແລະ ຄົນເຈັບທີ່ນອນຕິດຕາມອາການຢູ່ໂຮງໝໍ 3ຄົນ, ເຊິ່ງຜົນກວດຂອງແຮງງານລາວທັງໝົດ ແລະ ກໍລະນີສົງໄສແມ່ນບໍ່ພົບເຊື້ອ, ສ່ວນຜົນກວດຄົນເຈັບຜູ້ຕິດເຊື້ອທັງ 3ຄົນ ໃຫ້ຜົນລົບ 2ຄົນ. ໝາຍຄວາມວ່າໃນວັນທີ 25 ພຶດສະພາ 2020 ບໍ່ພົບຜູ້ຕິດເຊື້ອເພີ່ມ.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 25 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 5.855 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (44 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ດ້ານການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ, ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ ຈະໄດ້ສືບຕໍ່ຕິດຕາມຕໍ່ໄປຈົນກ່ວາຈະກວດຫາເຊື້ອບໍ່ພົບ.