ຂ່າວດີ 38 ມື້ບໍ່ພົບຜູ້ຕິດເຊື້ອໂຄວິດ-19ເພີ່ມ ແຕ່ເນັ້ນທຸກຄົນໃຫ້ສືບຕໍ່ປະຕິບັດແຈ້ງການ 580/ຫສນຍ

105

ເປັນເວລາ 1ເດືອນກວ່າ ຫຼື 38ວັນແລ້ວ ທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ແຕ່ເຖິງຢ່າງໃດກໍຕາມ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 1 ມິຖຸນາ 2020.

ໃນວັນທີ 20 ພຶດສະພາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ໂດຍມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ກ່າວວ່າ: ວຽກງານຈຸດຜ່ານດ່ານ ຈໍານວນຜູ້ເດີນທາງເຂົ້າມາ ມີທັງໝົດ 2.529 ຄົນ, ໃນນັ້ນ ຈຸດຜ່ານດ່ານລາວ-ໄທ ທັງໝົດ 1.655 ຄົນ, ໂດຍມີແຮງງານລາວກັບມາຈາກປະເທດໄທທັງໝົດ 115 ຄົນ ເຊິ່ງຜ່ານດ່ານສາກົນຂົວມິດຕະພາບ ແຫ່ງທີ 1 ມີ 59 ຄົນ; ຜ່ານດ່ານສາກົນນໍໍ້າເຫືອງ, ແຂວງໄຊຍະບລີ ມີ 35 ຄົນ; ຜ່ານດ່ານສາກົນວັງເຕົົ່າ-ຊ່ອງເມັກ, ແຂວງຈໍາປາສັກ ມີ 21 ຄົນ; ເຫຼືອນັ້ນແມ່ນຄົນຂັບລົດສົົ່ງສິນຄ້າ. ສ່ວນຈຸດຜ່ານດ່ານລາວ-ຈີນ ທັງໝົດ 7 ຄົນ, ໃນນີ້ ມີຄົນລາວ 1 ຄົນ , ຄົນຈີນມາເຮັດວຽກຢູ່ເຂດເສດຖະກິດພິເສດ 4 ຄົນ ເຊິ່ງທັງໝົດ ເຂົ້າມາຜ່ານດ່ານບໍ່ເຕັນ, ເຫຼືອນັ້ນແມ່ນຜູ້ຂັບລົດຂົນສົ່ງສິນຄ້າ ແລະ ຈຸດຜ່ານດ່ານລາວ-ຫວຽດ ທັງໝົດ 867 ຄົນ, ໃນນີ້ ຄົນຫວຽດນາມ ເຂົ້າມາວຽກທາງລັດຖະການ 12 ຄົນ ມາຜ່ານດ່ານນໍໍ້າກັ່ນ, ແຂວງຊຽງຂວາງ, ເຫຼືອນັ້ນ ແມ່ນຄົນຂັບລົດສົ່ງສິນຄ້າ, ສ່ວນຈຳນວນຜູ້ເດີນທາງຜ່ານສະໜາມບິນສາກົນວັດໄຕ 0 ຄົນ.

ດ້ານການເຝົ້າລະວັງ ແລະ ວິເຄາະໃນວັນທີ 19 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 90 ຄົນ, ໃນນັ້ນ: ມີກໍລະນີສົງໄສ 02 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 83 ຄົນ, ຜູ້ຕິດເຊື້ອນອນປິ່ນປົວຢູ່ໂຮງໝໍມິດຕະພາບ 05 ຄົນ. ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ. ໝາຍຄວາມວ່າໃນວັນທີ 19 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.  ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 19 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.743 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (38 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານ ກ່າວຕື່ມວ່າ: ເຖິງຢ່າງໃດກໍຕາມ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 580/ຫສນຍ ພ້ອມທັງ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 01 ມິຖຸນາ 2020.