ປະໂຫຍດທີ່ໄດ້ຮັບຈາກການອ່ານປຶ້ມ

151

ທຸກຄົນຕ່າງກໍຮູ້ວ່າການອ່ານປຶ້ມນັ້ນມີປະໂຫຍດ, ແຕ່ໜ້ອຍຄົນທີ່ຈະຕັ້ງໃຈອ່ານ ແລະ ໄດ້ຮັບປະໂຫຍດຈາກການອ່ານຢ່າງເຕັມທີ່ ເພາະການອ່ານປຶ້ມຈະເປັນການກະຕຸ້ນການເຮັດວຽກງານຂອງສະໝອງ ຊ່ວຍພັດທະນາເລື່ອງການຈື່ຈຳ ແລະ ປ້ອງກັນການເປັນພະຍາດອັລໄຊເມີໄດ້, ຊ່ວຍໃຫ້ຮູ້ສຶກຜ່ອນຄາຍ, ຫຼຸດຄວາມຕຶງຄຽດຕ່າງໆທີ່ກຳລັງພົບຢູ່ ແລະ ຊ່ວຍໃຫ້ມີສະມາທິຈົດຈໍ່ກັບສິ່ງໜຶ່ງໄດ້ດີຂຶ້ນ, ມີທັກສະໃນການສື່ສານທີ່ດີຂຶ້ນ ເຊິ່ງເປັນສິ່ງສຳຄັນສຳລັບການເຮັດວຽກ ແລະ ໃຊ້ຊີວິດປະຈຳວັນທົ່ວໄປ. ມື້ນີ້ພວກເຮົາຈຶ່ງໄດ້ຮວບຮວມເອົາປະໂຫຍດຕ່າງໆທີ່ໄດ້ຈາກການອ່ານປຶ້ມ ເພື່ອໃຫ້ທຸກຄົນເຫັນວ່າການອ່ານປຶ້ມນັ້ນສຳຄັນຫຼາຍ.

1 ຊ່ວຍກະຕຸ້ນການເຮັດວຽກຂອງສະໝອງ: ສະໝອງກໍຕ້ອງການການອອກກຳລັງເພື່ອໃຫ້ແຂງແຮງ ແລະ ມີສຸຂະພາບດີຢູ່ສະເໝີເຊັ່ນດຽວກັນກັບຮ່າງກາຍ, ການອ່ານປຶ້ມເປັນຄືກັບການອອກກຳລັງສະໝອງ ເຮັດໃຫ້ສະໝອງຂອງເຮົາໄດ້ຄິດ ແລະ ໄດ້ເຮັດວຽກຕະຫຼອດເວລາ ເຊິ່ງຈາກການສຶກສາພົບວ່າການກະຕຸ້ນການເຮັດວຽກຂອງສະໝອງຢ່າງສະໝ່ຳສະເໝີຈະຊ່ວຍຊະລໍ ແລະ ປ້ອງກັນການເກີດພະຍາດອັລໄຊເມີ ແລະ ຊ່ວຍພັດທະນາເລື່ອງການຈື່ຈຳໄດ້ ເຊັ່ນ: ເມື່ອເຮົາອ່ານປຶ້ມເຮົາກໍຕ້ອງຈື່ຈຳຕົວລະຄອນ ແລະ ຄວາມເປັນມາຂອງເລື່ອງ ແລະ ລາຍລະອຽດປີກຍ່ອຍຕ່າງໆ ເຊິ່ງທຸກຄັ້ງທີ່ມີຄວາມຈື່ຈຳໃໝ່ໆສະໝອງກໍຈະເກັບຂໍ້ມູນເຫຼົ່ານັ້ນໄວ້ ແລະ ເອີ້ນກັບມາໃຊ້ເມື່ອເຮົາຕ້ອງການໃຊ້ງານ, ຍິ່ງອ່ານປຶ້ມຫຼາຍສະໝອງທີ່ເຮັດໜ້າທີ່ກ່ຽວກັບການຈື່ຈຳກໍຈະໄດ້ເຮັດວຽກຫຼາຍຂຶ້ນ.

2 ຄວາມຕຶງຄຽດຫຼຸດລົງ ແລະ ຈິດໃຈສະຫງົບຫຼາຍຂຶ້ນ: ມື້ໃດກໍຕາມທີ່ເຮົານັ່ງອ່ານປຶ້ມດີໆຈັກເຫຼັ້ມ ຄວາມຕຶງຄຽດຈາກວຽກ ຫຼື ບັນຫາສ່ວນຕົວຕ່າງໆທີ່ພົບມາຈະຖືກລືມໄປທັນທີ, ການອ່ານນິຍາຍທີ່ມ່ວນຈະພາໃຫ້ທ່ານໄດ້ເຂົ້າໄປຢູ່ໃນໂລກອີກໃບໜຶ່ງ, ຂະນະທີ່ການໄດ້ອ່ານບົດຄວາມດີໆກໍຈະເຮັດໃຫ້ເຮົາຈົດຈໍ່ຢູ່ກັບເວລາໃນຂະນະນັ້ນ ແລະ ລືມຄວາມກັງວົນຕ່າງໆໄປ, ນອກຈາກຈະຊ່ວຍໃຫ້ເຮົາຮູ້ສຶກຜ່ອນຄາຍແລ້ວ ການໄດ້ອ່ານປຶ້ມກ່ຽວກັບສາສະໜາ ສາມາດຊ່ວຍໃຫ້ເຮົາຮູ້ສຶກສະງົບສະຕິອາລົມໄດ້ອີກດ້ວຍ.

3 ໄດ້ຮັບຄວາມຮູ້: ທຸກຢ່າງທີ່ເຮົາອ່ານເປັນການເພີ່ມຕື່ມ ຄວາມຮູ້ໃຫ້ກັບຕົວເຮົາທັງໝົດ ເຊິ່ງເຮົາບໍ່ມີທາງຮູ້ໄດ້ເລີຍວ່າເຮົາອາດຈະຕ້ອງນຳຄວາມຮູ້ເຫຼົ່ານັ້ນອອກມາໃຊ້ມື້ໃດ, ຍິ່ງເຮົາມີຄວາມຮູ້ຫຼາຍພຽງໃດກໍຈະຍິ່ງເຮັດໃຫ້ເຮົາໄດ້ປຽບຫຼາຍຂຶ້ນເມື່ອຕ້ອງປະເຊີນກັບບັນຫາ ແລະ ຄວາມທ້າທາຍຕ່າງໆ, ສິ່ງຂອງ ຫຼື ເງິນທອງອາດຈະຖືກຄົນຮ້າຍລັກໄປ ແຕ່ຄວາມຮູ້ເປັນສິ່ງທີ່ບໍ່ມີໃຜສາມາດເອົາໄປຈາກຕົວເຮົາໄດ້.

4 ມີຄັງຄຳສັບທີ່ຫຼາຍຂຶ້ນ, ມີທັກສະການສື່ສານທີ່ດີຂຶ້ນ: ຍິ່ງເຮົາອ່ານປຶ້ມຫຼາຍເທົ່າໃດເຮົາກໍຍິ່ງໄດ້ຄວາມຮູ້ຫຼາຍເທົ່ານັ້ນ ແລະ ເພາະຄຳເຫຼົ່ານັ້ນຈະຖືກນຳມາໃຊ້ໃນຊີວິດປະຈຳວັນຢ່າງຫຼີກລຽງບໍ່ໄດ້ ຈະສົ່ງຜົນຕໍ່ການຂຽນຂອງຄົນທີ່ໄດ້ອ່ານ, ການໄດ້ຊຶມຊັບວິທີ ແລະ ເຕັກນິກການຂຽນຂອງນັກຂຽນຄົນອື່ນໆ ຈະຊ່ວຍພັດທະນາທັກສະການຂຽນຂອງເຮົາເອງໃນການເຮັດວຽກ, ຄົນທີ່ມີຄວາມສາມາດໃນການອ່ານ ແລະ ເວົ້າຈະມີຄວາມຮູ້ທີ່ຫຼາກຫຼາຍ, ມີຄວາມເປັນໄປໄດ້ທີ່ຈະເລີນເຕີບໂຕໃນໜ້າທີ່ວຽກງານຫຼາຍກວ່າຄົນທີ່ບໍ່ຄ່ອຍຮູ້ຈັກຄຳສັບ ແລະ ມີຄວາມຮອບຮູ້ໃນເລື່ອງຕ່າງໆ. ນອກຈາກນັ້ນ, ການອ່ານປຶ້ມພາສາຕ່າງປະເທດຍັງຊ່ວຍໃນການຮຽນຮູ້ພາສາໃໝ່ໆອີກດ້ວຍ ເພາະເຮົາຈະໄດ້ຄຳສັບໃໝ່ໆ ເຊິ່ງຈະເຮັດໃຫ້ເວົ້າ ແລະ ຂຽນພາສານັ້ນໄດ້ດີຂຶ້ນ.

5 ມີທັກສະການຄິດເຊີງວິເຄາະ: ທ່ານເຄີຍອ່ານປຶ້ມນິຍາຍສືບສວນສອບສານ ແລ້ວຄິດແກ້ໄຂບັນຫາຕ່າງໆໄດ້ດ້ວຍຕົວເອງກ່ອນທີ່ຈະອ່ານປຶ້ມຈົບ ຫຼື ບໍ່? ການເກັບລາຍລະອຽດຕ່າງໆໃນເລື່ອງແລ້ວຄິດວິເຄາະເລື່ອງລາວຕ່າງໆທີ່ເກີດຂຶ້ນ ຫຼື ຫາຕົວຄົນຮ້າຍໄດ້ ເປັນຕົວຢ່າງໜຶ່ງຂອງການໃຊ້ທັກສະດ້ານການຄິດເຊີງວິເຄາະການວິຈານນິຍາຍໃນດ້ານຕ່າງໆ ແລະ ສະແດງ ຄວາມຄິດເຫັນກັບຄົນອື່ນໆກ່ຽວກັບໜັງສືເຫຼັ້ມນັ້ນໆ ກໍເປັນການຊ່ວຍພັດທະນາທັກສະການຄິດເຊີງວິເຄາະໄດ້ເຊັ່ນກັນ.

6 ມີສະມາທິຈົດຈໍ່ກັບສິ່ງໃດສິ່ງໜຶ່ງໄດ້ຫຼາຍຂຶ້ນ: ເມື່ອໂລກອິນເຕີເນັດເຂົ້າມາມີສ່ວນສຳຄັນໃນຊີວິດປະຈຳວັນຂອງເຮົາແບບທຸກມື້ນີ້ມີເລື່ອງຕ່າງໆ ຫຼາກຫຼາຍທີ່ດຶງດູດຄວາມສົນໃຈຂອງເຮົາພ້ອມກັນໃນເວລາດຽວກັນ, ຫຼາຍຄົນສາມາດເຮັດວຽກຫຼິ້ນອີເມວ, ສົ່ງຂໍ້ຄວາມຫາໝູ່ເພື່ອນ, ຫຼິ້ນໂທລະສັບມືຖື, ລົມກັບໝູ່ຮ່ວມໄດ້ພາຍໃນເວລາພຽງ 5 ນາທີ ເຊິ່ງການເຮັດພຶດຕິກຳແບບນີ້ຈະເຮັດໃຫ້ ຄວາມສາມາດຫຼຸດລົງ ແລະ ອາດເປັນສາເຫດໃຫ້ເກີດ ຄວາມຕຶງຄຽດໄດ້, ແຕ່ເມື່ອເຮົາໄດ້ອ່ານປຶ້ມກໍຈະໃຫ້ ຄວາມສົນໃຈ ແລະ ໂຟກັສໄປທີ່ເລື່ອງລາວໃນໜັງສືເທົ່ານັ້ນ, ກ່ອນເລີ່ມເຮັດວຽກ ລອງຫາເວລາອ່ານປຶ້ມປະມານ 15 – 20 ນາທີ ແລ້ວທ່ານຈະພົບວ່າສາມາດຊ່ວຍໃຫ້ທ່ານມີສະມາທິຫຼາຍຂຶ້ນໃນເວລາເຮັດວຽກ.

7 ໃຫ້ຄວາມບັນເທີງ: ການອ່ານປຶ້ມເປັນວິທີສ້າງຄວາມບັນເທີງໃຫ້ກັບຕົວເອງວິທີໜຶ່ງ ຫຼາຍຄົນມີຄວາມສຸກກັບການໄດ້ຊື້ໜັງສື, ແຕ່ບາງຄົນນັ້ນການໄປຢືມໜັງສືມາຈາກຫ້ອງສະໝຸດເປັນທາງເລືອກທີ່ດີກວ່າ ເພາະຫ້ອງສະໝຸດມີໜັງສືຫຼາກຫຼາຍປະເພດໃຫ້ທ່ານໄດ້ເລືອກອ່ານ ໂດຍບໍ່ຕ້ອງເສຍເງິນຈຳນວນຫຼາຍໃນການຊື້ ແລະ ຫ້ອງສະໝຸດມັກຈະນຳໜັງສືໃໝ່ໆເຂົ້າມາເລື້ອຍໆ. ແນວໃດກໍຕາມ, ຖ້າຫາກທ່ານບໍ່ສະດວກໃນການທີ່ຈະໄປຫ້ອງສະໝຸດທ່ານກໍສາມາດອ່ານປຶ້ມຜ່ານທາງອຸປະກອນຕ່າງໆດ້ວຍລະບົບອິນເຕີເນັດຕ່າງໆໄດ້ ເພາະທຸກມື້ນີ້ໜັງສືຫຼາຍເຫຼັ້ມມີການເຮັດອອກມາໃນຮູບແບບ e-book ຫຼື PDF ທີ່ສາມາດດາວໂຫຼດໄດ້.

ຮຽບຮຽງໂດຍ: ແກ້ວ;ຂໍ້ມູນຈາກ: lifehack.org