ລ້ຽງໄກ່ພັນໄຂ່ ປະສົມປະສານກັບລ້ຽງປາຂາຍ ສ້າງລາຍໄດ້ 900 ລ້ານຕໍ່ປີ

326

ການສ້າງລາຍຮັບເຂົ້າຄອບຄົວດ້ວຍການປູກຝັງລ້ຽງສັດ ຫຼື ການຄ້າຂາຍບໍລິການຕ່າງໆລ້ວນແຕ່ເປັນທາງເລືອກທີ່ດີສໍາລັບທຸກໆຄົນໃນສັງຄົມ ແລະ ການເຮັດກິດຈະການດັ່ງກ່າວນັ້ນກໍຕ້ອງສອດຄ່ອງກັບກົດໝາຍຂອງບ້ານເມືອງທີ່ກໍານົດໄວ້.

ຄອບຄົວຂອງ ທ່ານ ນາງ ບົວຄໍາ ປັນຍາເກດ ອາຍຸ 49 ປີ ຢູ່ບ້ານດົງເງິນ ເມືອງພຽງ ແຂວງໄຊຍະບູລີ ໃຫ້ສຳພາດວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 4 ຄົນ, ມີແຮງງານຕົ້ນຕໍ 1 ຄົນ, ຜ່ານໄລຍະຂອງການສ້າງເສດຖະກິດຄອບຄົວມາເປັນເວລາ 7 ປີ ເລີ່ມແຕ່ປີ 2014 ເປັນຕົ້ນມາເຫັນວ່າຊີວິດການເປັນຢູ່ຂອງຄອບຄົວໄດ້ມີການປ່ຽນແປງດີຂຶ້ນເທື່ອລະກ້າວ. ການລ້ຽງໄກ່ພັນໄຂ່ ແລະ ປາ ແມ່ນແຮງບັນດານໃຈຈາກຄອບຄົວ ແລະ ສັງຄົມທີ່ບໍລິໂພກ ເພາະໄລຍະຜ່ານມາໄຂ່ໄກ່ທີ່ວາງຂາຍຢູ່ທ້ອງຕະຫຼາດເມືອງພຽງ ແມ່ນນໍາເຂົ້າຈາກປະເທດເພື່ອນບ້ານ ໄຂ່ໄກ່ກໍບໍ່ໄດ້ຄຸນນະພາບ. ດັ່ງນັ້ນ, ໃນປີ 2014 ຄອບຄົວ ຈຶ່ງໄດ້ປຶກສາຫາລືກັນຕັດສິນໃຈລ້ຽງໄກ່ພັນໄຂ່ ແລະ ປາ ໃນເບື້ອງຕົ້ນໄດ້ຊື້ໄກ່ພັນໄຂ່ເຂົ້າມາຈໍານວນ 1.000 ໂຕ ດ້ວຍລາຄາໂຕລະ 50 ພັນກີບ, ມີໜອງປາ 3 ໜອງ ປ່ອຍປາແລ້ວ 6.500 ໂຕ, ສ່ວນຟາມໄກ່ແມ່ນຈະປຸກຢູ່ເທິງໜອງປາເພື່ອໃຫ້ປາກິນມູນຂອງໄກ່ ເຮັດໃຫ້ປາຈະເລີນເຕີບໂຕໄວ.

ການລ້ຽງໄກ່ພັນໄຂ່ ແມ່ນຫຼັງຊື້ມາ 3 ເດືອນໄກ່ກໍຈະໃຫ້ໄຂ່ມື້ລະ 800 – 900 ໜ່ວຍ, ການລ້ຽງປາ 6 ເດືອນ ແມ່ນຈະເອົາອອກຂາຍ, ປີ 1 ແມ່ນເອົາອອກຂາຍ 2 ຊຸດ.

ໃນໄລຍະການເຮັດທໍາອິດແມ່ນພົບບັນຫາຫຼາຍຢ່າງ ເຊັ່ນ: ເຕັກນິກການ ລ້ຽງ – ການໃຫ້ນໍ້າ, ໃຫ້ອາຫານ ແລະ ອື່ນໆ ບວກກັບຍັງບໍ່ມີປະສົບການມາກ່ອນ, ແຕ່ທາງຄອບຄົວກໍບໍ່ທໍ້ຖອຍແຕ່ປະການໃດ; ຕົກມາຮອດປີ 2015 ໄດ້ລ້ຽງໄກ່ເພີ່ມຂຶ້ນ 3.000 ໂຕ ໃຫ້ໄຂ່ແຕ່ລະມື້ໄດ້ 2.800 ໜ່ວຍ, ແຕ່ກໍຍັງບໍ່ພຽງພໍກັບ ຄວາມຕ້ອງການຂອງຜູ້ບໍລິໂພກ; ຮອດປີ 2018 ໄດ້ເພີ່ມໄກ່ຂຶ້ນເປັນ 5.000 ໂຕ, ໃຫ້ໄຂ່ 4.500 ໜ່ວຍຕໍ່ມື້ ດ້ວຍລາຄາຂາຍແຕະໜຶ່ງ 24.000 ກີບ, ປ່ອຍປາເພີ່ມຂຶ້ນເປັນ 60 ພັນໂຕ ໃນຈໍານວນ 3 ໜອງ, ສ່ວນການຈໍາໜ່າຍໄຂ່ໄກ່ ແລະ ປາ ແມ່ນຈະຂາຍຢູ່ໃນທ້ອງຕະຫຼາດເມືອງພຽງ ຫຼື ຈໍານວນໜຶ່ງກໍສົ່ງໃຫ້ແມ່ຄ້າຢູ່ເມືອງໄຊຍະບູລີ ສາມາດຂາຍໄຂ່ປີໜຶ່ງໄດ້ 600 ລ້ານກີບ. ນອກນີ້, ຍັງໄດ້ຂາຍໄກ່ແມ່ພັນທີ່ສຸດໄຂ່ໄດ້ 100 ລ້ານກີບ, ຂາຍປາ ຈໍານວນ 10.000 ກິໂລ ( 1 ກິໂລ 20.000 ກີບ ) ລາຍຮັບໄດ້ 200 ລ້ານກີບ, ຮັບຈາກການຂາຍໄກ່ລາດ 4 ລ້ານກີບ, ຂາຍພືດຜັກຕ່າງໆ 3 ລ້ານກີບ, ຂາຍມູນໄກ່ 5 ລ້ານກີບ ສັງລວມແລ້ວລາຍຮັບເຂົ້າຄອບຄົວຈາກການລ້ຽງໄກ່ພັນໄຂ່, ໄກ່ລາດ, ປາ, ປູກຜັກ, ຂາຍມູນໄກ່ ໄດ້ທັງໝົດ 900 ກວ່າລ້ານກີບ ຫັກຕົ້ນທຶນອອກມີກໍາໄລ 180 ກວ່າລ້ານກີບຕໍ່ປີ.

ທ່ານ ນາງ ບົວຄໍາ ປັນຍາເກດ ໃຫ້ຮູ້ຕື່ມວ່າ: ຈາກ ຄວາມບຸກບືນດຸໝັ່ນອົດທົນ ແລະ ມີຄວາມສາມັກຄີເປັນເອກະພາບພາຍໃນຄອບຄົວ, ສ້າງເສດຖະກິດເລີ່ມຕົ້ນແຕ່ນ້ອຍ ຫາ ໃຫຍ່ ຈຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ ແລະ ກາຍເປັນຄອບຄົວຕົວແບບໃນການລ້ຽງໄກ່ພັນໄຂ່ ແລະ ປາຂອງບ້ານດົງເງິນ ເມືອງພຽງ ແຂວງໄຊຍະບູລີ.

ສະແດງອອກເປັນຮູບປະທໍາ ເຊັ່ນ: ມີລົດໃຫຍ່ 2 ຄັນ, ໂຮງສີເຂົ້າທັນສະໄໝ 1 ເຄື່ອງ, ເຄື່ອງປະສົມອາຫານສັດ 1 ເຄື່ອງ, ມີໂຮງອັດດິນບັອກ 1 ໂຮງ, ມີເຮືອນຢູ່ຖາວອນ 1 ຫຼັງ, ເຄື່ອງໃຊ້ສອຍທີ່ຈໍາເປັນພາຍໃນຄອບຄົວຄົບຊຸດ, ມີທຶນເຫຼືອໄວ້ສ້າງກິດຈະການຈໍານວນໜຶ່ງ, ມີທຶນແຮໄວ້ໃຊ້ຈ່າຍຄອບຄົວໃນຍາມຈໍາເປັນ ແລະ ສົ່ງລູກຮໍ່າຮຽນຕື່ມອີກ.

ສ່ວນແຜນໃນຕໍ່ໜ້າແມ່ນຈະສືບຕໍ່ລ້ຽງໄກ່ພັນໄຂ່ ແລະ ປາ ເພີ່ມຈໍານວນຂຶ້ນຕື່ມເພື່ອຕອບສະໜອງຊີ້ນ, ໄຂ່, ປາ ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ຫຼື ຂອງສັງຄົມຜູ້ບໍລິໂພກ, ສ້າງຟາມໄກ່ຕື່ມອີກ 1 ຟາມ ລວມເປັນ 4 ຟາມ, ເພີ່ມໜອງປາອີກຕື່ມ 1 ໜອງ ລວມເປັນ 4 ໜອງ.

ຂ່າວ: ສັນຕິ, ຂໍ້ມູນ: ບຸນທີ