ໂຮງໝໍແຂວງໄຊຍະບູລີ ຈັດກິດຈະກໍາສະເຫຼີມສະຫຼອງ 2 ວັນສາກົນ

120

ໃນທ້າຍອາທິດຜ່ານມາ ໂຮງໝໍແຂວງໄຊຍະບູລີ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງ 2 ວັນສາກົນສໍາຄັນຂຶ້ນ ຄືວັນລ້າງມືສາກົນ ແລະ ວັນພະຍາບານສາກົນ ຢູ່ທີ່ເດີ່ນໂຮງໝໍແຂວງໄຊຍະບູລີ, ເຂົ້າຮ່ວມໃນພິທີມີ ທ່ານ ດຣ. ນາງ ໄກຍະສອນ ສີດາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ. ຄຸນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງ, ມີຄະນະໂຮງໝໍ ພ້ອມດ້ວຍແພດໝໍພະຍາບານໂຮງໝໍແຂວງເຂົ້າຮ່ວມ.

ທ່ານ ດຣ. ຄຸນສະຫວັດ ເສນາພັນ ອໍານວຍການໂຮງໝໍແຂວງໄຊຍະບູລີ ໄດ້ຍົກໃຫ້ເຫັນວ່າ: ການສະເຫຼີມສະຫຼອງ 2 ວັນດັ່ງກ່າວ ເປັນວັນສໍາຄັນໃນທ່າມກາງທົ່ວພັກທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງປະຕິບັດມະຕິຄໍາສັ່ງເລກທີ 06/ນຍ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນການລະບາດຄວບຄຸມ ແລະ ກຽມ ຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ – 19.

ໃນໄລຍະຜ່ານມາແຂວງໄຊຍະບູລີ ກໍມີຄົນເຈັບທີ່ສົງໄສເດີນທາງມາຈາກປະເທດໃກ້ຄຽງທີ່ມີການລະບາດໂຄວິດ – 19, ແຕ່ຜ່ານການກວດຢັ້ງຢືນຜົນເປັນລົບບໍ່ມີຜູ້ຕິດເຊື້ອໂຄວິດຈັກ, ແຕ່ກໍຍັງມີປັດໄຈສ່ຽງເນື່ອງຈາກວ່າລັດຖະບານໄດ້ຜ່ອນມາດຕະການ ເຮັດໃຫ້ການໄປ – ມາຫາສູ່ກັນຂອງຜູ້ຄົນຈາກບ້ານສູ່ບ້ານເມືອງສູ່ເມືອງ ແຂວງສູ່ແຂວງ ໂດຍສະເພາະແມ່ນແຮງງານລາວທີ່ເດີນທາງກັບຈາກປະເທດໄທ ຫຼື ແຮງງານຕ່າງປະເທດ, ນັກທຸລະກິດເຂົ້າມາຈໍານວນບໍ່ໜ້ອຍ. ສະນັ້ນ, ຫຼັກຂອງການປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ສິ່ງສໍາຄັນແມ່ນການປະຕິບັດການລ້າງມືຕາມໃຫ້ຖືກວິທີ ແລະ ລ້າງມືເລື້ອຍໆ ພາຍຫຼັງສໍາຜັດວັດສະດຸນອກກາຍດ້ວຍສະບູ – ນໍ້າສະອາດ, ເຈວ ຫຼື ເຫຼົ້າ 70 – 75 ອົງສາ.

ກ່ຽວກັບການລ້າງມືນັ້ນ ຜ່ານມາຄະນະພະຍາບານ ຫຼື ຄະນະ IPC ພາຍໃຕ້ທິດຊີ້ນໍາຂອງຄະນະອໍານວຍການໄດ້ມີການເຄື່ອນໄຫວ ເຊັ່ນ: ການທົບທວນຝຶກອົບຮົມຄວາມຮູ້ປະຕິບັດຢູ່ໂຮງໝໍແຂວງເປັນລະບົບຕໍ່ເນື່ອງ ແລະ ໄດ້ຝຶກອົບຮົມໃຫ້ບັນດາແພດໝໍ, ຊຸມຊົນ ແລະ ການຕິດຕາມຊຸກຍູ້ຢູ່ໂຮງໝໍນ້ອຍມາແລ້ວຫຼາຍຄັ້ງ. ໃນນັ້ນ, ພະຍາບານແມ່ນມີໜ້າທີ່ສໍາຄັນໃນການເປັນແບບຢ່າງນໍາພາຈັດຕັ້ງປະຕິບັດຕາມຫຼັກການອະນາໄມ, ສ່ວນບຸກຄົນໂດຍເນັ້ນໃສ່ການລ້າງມືກ່ອນ ຫຼື ຫຼັງການສໍາຜັດຄົນເຈັບ ຫຼື ເວລາປະຕິບັດງານ.

ນອກຈາກການລ້າງມືແລ້ວ ພະຍາບານຍັງໄດ້ເປັນເຈົ້າການໃນການນຸ່ງຖືຊຸດພະຍາບານ ເຊິ່ງເປັນຊຸດທີ່ສ່ອງແສງຄວາມສວຍງາມ, ຄວາມເປັນລະບຽບມານະອົດທົນຕໍ່ການປະຕິບັດໜ້າທີ່ດ້ວຍນໍ້າໃຈຈັນຍາບັນ – ຈັນຍາທໍາຂອງແພດ, ປະຕິບັດເປັນແບບຢ່າງໃນການນຸ່ງເຄື່ອງປ້ອງກັນຕົນເອງ ( ຊຸດ PPE ) ການໃສ່ຜ້າອັດປາກ – ດັງ ແລະ ການປະຕິບັດໜ້າທີ່ການພະຍາບານ ດ້ວຍຄວາມນິ້ມນວນອ່ອນຫວານຢ່າງມີຫຼັກການຕາມນະໂຍບາຍ 5 ດີ 1 ພໍໃຈ. ດັ່ງນັ້ນ, ການຈັດກິດຈະກໍາສາທິດການລ້າງມື, ການເຕັ້ນເອໂຣບິກ, ການຟ້ອນ ແລະ ການຮ້ອງເພງໃນໂອກາດສະເຫຼີມສະຫຼອງ 2 ວັນສາກົນດັ່ງກ່າວ ກໍເພື່ອສ່ອງແສງເຖິງການຮ່ວມພະລັງໃຈ ແລະ ກາຍ, ສົ່ງສຽງສະທ້ອນໄປຍັງປະຊາຊົນຊາວແຂວງໄຊຍະບູລີ ແລະ ສັງຄົມລາວໃນທົ່ວປະເທດ ໄດ້ຮັບຮູ້ເຖິງ 2 ວັນສໍາຄັນ ແຫ່ງນັກຮົບເສື້ອຂາວໂຮງໝໍແຂວງໄຊຍະບູລີ.

ຂ່າວ: ບຸນທີ