ໂຄງການກໍ່ສ້າງທາງ 4 ແຍກ ຕານມີໄຊ ຫາ 3 ແຍກສີເກີດ ຄືບໜ້າກວ່າ 85%

250

ໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ 4 ແຍກໄຟອຳນາດຕານມີໄຊ ຫາ 3 ແຍກສີເກີດ ນະຄອນຫຼວງວຽງຈັນ ຄວາມຍາວກວ່າ 9 ກິໂລແມັດ ມີຄວາມຄືບໜ້າຫຼາຍກວ່າ 85% ແລະ ຄາດວ່າຈະສຳເລັດ 100% ໃນເດືອນກໍລະກົດຈະມາເຖິງນີ້.

ທ່ານ ຫຸມພັນ ພະດວງເດດ ຫົວໜ້າຄະນະວິຊາການໂຄງການກໍ່ສ້າງເສັ້ນທາງເບຕົງ 4 ແຍກໄຟອຳນາດຕານມີໄຊ ຫາ 3 ແຍກສີເກີດ ໄດ້ລາຍງານຕໍ່ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າພະແນກແຜນການ ແລະ ການລົງທຶນ ໃນໂອກາດທີ່ລົງໄປຕິດຕາມໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ເມື່ອວັນທີ 15 ພຶດສະພາ 2020 ຜ່ານມາວ່າ: ເສັ້ນທາງດັ່ງກ່າວມີ ຄວາມຍາວ 9,37 ກິໂລແມັດ, ກວ້າງ 28 ແມັດ, ມີ 6 ຊ່ອງຈະລາຈອນ, ມີດອນກາງທາງ ມີທາງຄົນຍ່າງສອງເບື້ອງ, ມີລະບົບລະບາຍນ້ຳ, ໄຟເຍືອງທາງ ແລະ ໜ້າທາງປູດ້ວຍເບຕົງ ລວມມູນຄ່າການກໍ່ສ້າງທັງໝົດ 45,1 ລ້ານໂດລາສະຫະລັດ ຫຼື ປະມານ 405 ຕື້ກີບ.

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ເປັນເຈົ້າຂອງໂຄງການ ໂດຍກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ການກໍ່ສ້າງຕາມສັນຍາໃຫ້ສຳເລັດພາຍໃນ 24 ເດືອນ ( 13/92016 – 13/92018 ) ພາຍຫຼັງໝົດອາຍຸສັນຍາສະບັບຕົ້ນບໍລິສັດໄດ້ຕໍ່ສັນຍາຄັ້ງທີ 1 ເພີ່ມອີກ 9 ເດືອນ ນັບແຕ່ເດືອນຕຸລາ 2018 ຮອດເດືອນກໍລະກົດ 2019 ໂຄງການຄືບໜ້າ 71,06% ທຽບໃສ່ແຜນການ ຫຼ້າຊ້າ 28,94% ເພື່ອສືບຕໍ່ໜ້າວຽກໃຫ້ສຳເລັດບໍລິສັດຮັບເໝົາກໍ່ສ້າງຈຶ່ງສະເໜີຂໍຕໍ່ສັນຍາຄັ້ງທີ 2 ເພີ່ມອີກ 12 ເດືອນ ຮອດເດືອນກໍລະກົດ 2020 ເພື່ອຈະປະຕິບັດໃຫ້ສຳເລັດ 100%.

ຄວາມຄືບໜ້າການກໍ່ສ້າງຮອດເດືອນກຸມພາ 2020 ບໍລິສັດຮັບເໝົາປະຕິບັດບັນດາໜ້າວຽກທີ່ລະບຸໄວ້ໃນສັນຍາ  ຄື: ວຽກທົ່ວໄປປະຕິບັດ 100%, ວຽກດິນປະຕິບັດໄດ້ 125,5%, ວຽກໂຄງສ້າງທາງປະຕິບັດໄດ້ 81,23%, ວຽກລະບົບລະບາຍນ້ຳປະຕິບັດໄດ້ 93,48%, ວຽກຕົກແຕ່ງ ແລະ ວຽກອື່ນໆ ປະຕິບັດໄດ້ 32,47% ທຽບໃສ່ແຜນ¬ການປະຕິບັດໄດ້ 85,01%, ທຽບໃສ່ແຜນການລວມແມ່ນຫຼ້າຊ້າ 14,99%.

ສາເຫດທີ່ພາໃຫ້ຊັກຊ້າຍ້ອນການຍົກຍ້າຍສິ່ງກີດຂວາງຢູ່ໃນຂອບເຂດກໍ່ສ້າງ ເປັນຕົ້ນລະບົບນ້ຳປະປາ, ສາຍໄຍແກ້ວ, ຕາຂ່າຍໄຟຟ້າ ແລະ ສິ່ງປຸກສ້າງຂອງປະຊາຊົນ ເຊິ່ງໃຊ້ເວລາດົນໃນການໄກ່ເກ່ຍ ເຮັດໃຫ້ການກໍ່ສ້າງພົບຄວາມຫຍຸ້ງຍາກການສະໜອງທຶນຮອນເຂົ້າໃນການຈັດຕັ້ງປະຕິບັດກໍ່ສ້າງບາງຄັ້ງຊັກຊ້າບໍ່ສາມາດຕອບສະໜອງຕາມແຜນການໜ້າວຽກຕົວຈິງທີ່ວາງໄວ້ເປັນຕົ້ນວັດສະດຸ, ກົນຈັກ, ແຮງງານ ແລະ ງົບປະມານທີ່ໄດ້ຮັບການແບ່ງປັນຈາກລັດຖະບານເພື່ອຊຳລະໃຫ້ຜູ້ຮັບເໝົາ.

ໂດຍ: ສົມລົດ, ຂ່າວ: ຂັນທະວີ