ງວດ 1 ສ່ວຍສາອາກອນ ປະຈຳແຂວງຈຳປາສັກ ເກັບລາຍຮັບໄດ້ 144 ຕື້ກວ່າກີບ

236

ປີ 2020 ສ່ວຍສາອາກອນປະຈຳແຂວງຈຳປາສັກ ໄດ້ ຮັບຕົວເລກແຜນການທັງ  ໝົດ 790 ຕື້ກີບ, ຜ່ານການ  ຈັດຕັ້ງປະຕິບັດໃນງວດ 1   ປະຕິບັດໄດ້ 144,21 ຕື້ກີບ    ທຽບໃສ່ແຜນງວດເທົ່າກັບ 100,89%.

ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າສ່ວຍສາອາກອນ ປະຈຳແຂວງຈຳປາສັກ ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ປັດຈຸບັນການຈັດຕັ້ງປະຕິບັດວຽກງານເກັບລາຍຮັບຂອງສ່ວຍສາອາກອນຫັນໄປສູ່ລະບົບທັນສະໄໝ ( TAXRIS ).

ການແຈ້ງຜ່ານລະບົບທະນາຄານຕາມແນວທາງນະໂຍບາຍຂອງພັກ – ລັດຖະບານ ເພື່ອຫັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ມີ ຄວາມໂປ່ງໃສທັນສະໄໝ ສາມາດກວດສອບໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ປະກອບການ, ຕີຖອຍປາກົດການຫຍໍ້ທໍ້ຫາງສຽງຂອງສັງຄົມຕໍ່ຂະແໜງສ່ວຍສາອາກອນ.

ອີງຕາມສະຖິຕິຕົວເລກ    ປີ 2019 ທົ່ວແຂວງຈຳປາສັກ ມີຫົວໜ່ວຍທຸລະກິດແຈ້ງມອບອາກອນຜ່ານລະບົບ TAXRIS ຈຳນວນ 1.026 ຫົວໜ່ວຍ. ໃນນັ້ນ, ຢູ່ນະຄອນປາກເຊ 855 ຫົວໜ່ວຍ, ບັນດາເມືອງ 171 ຫົວໜ່ວຍ.

ໃນປີ 2020 ສ່ວຍສາອາກອນ ປະຈຳແຂວງຈຳປາສັກ ໄດ້ຮັບຕົວເລກແຜນການທັງໝົດ 790 ຕື້ກີບ. ໃນນີ້, ຂັ້ນແຂວງຮັບຜິດຊອບ 709,5 ຕື້ກີບ, ນະຄອນ – 9 ຕົວເມືອງ 80 ຕື້ກວ່າກີບ, ລາຍຮັບສູນກາງ ( ວີຊາ ) 4 ຕື້ກີບ.

ແຕ່ຜ່ານການຈັດຕັ້ງປະຕິບັດໃນງວດ I ( ເດືອນ 01/ 02/03/2020 ) ສາມາດປະຕິບັດໄດ້ 144,21 ຕື້ກີບ ທຽບໃສ່ແຜນງວດເທົ່າກັບ 100,89% ທຽບໃສ່ແຜນການປີ ເທົ່າກັບ 18,16% ແຕ່ຖ້າທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ. ຄາດຄະເນໝົດປີການຈັດເກັບລາຍຮັບຈະປະຕິບັດໄດ້ທັງໝົດ 680,25 ຕື້ກີບ ເທົ່າກັບ 85,67% ຂອງແຜນການປີ.

ແນວໃດກໍຕາມ, ເພື່ອບັນລຸຕາມແຜນການລະດັບຄາດໝາຍຕ້ອງໄດ້ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ລະບຽບກົດໝາຍນິຕິກຳຕ່າງໆ ຂອງວຽກງານສ່ວຍສາອາກອນໃຫ້ເຂົ້າເຖິງກຸ່ມເປົ້າໝາຍ, ຫົວໜ່ວຍທຸລະກິດຂະໜາດນ້ອຍ, ກາງ, ໃຫຍ່, ເອົາໃຈໃສ່ເພີ່ມທະວີວຽກງານການແຈ້ງເສຍອາກອນຕາມຖານລາຍຮັບປົກກະຕິຂອງຫົວໜ່ວຍທຸລະກິດທີ່ມີຢູ່, ຄຽງຄູ່ກັບການລະດົມເຂົ້າສູ່ລະບົບອາກອນມູນຄ່າເພີ່ມໃຫ້ປະຕິບັດຖືກຕ້ອງ ແລະ ຄົບຖ້ວນ.

ຂະຫຍາຍການນຳໃຊ້ເຄື່ອງບັນທຶກການຂາຍ – ບໍລິການ ( POS ), ອອກອະນຸຍາດໃຫ້ຄົບຖ້ວນ, ປະຕິບັດເກັບຄ່າທຳນຽມທາງໃຫ້ເພີ່ມຂຶ້ນ ດ້ວຍການໂຄສະນາອອກເຄື່ອນໄຫວໃຫ້ບໍລິການຕາມສະຖານທີ່ ຫຼື ຜ່ານປ່ອງບໍລິການທີ່ໄດ້ສ້າງຕັ້ງຢູ່ນະຄອນ – 9 ຕົວເມືອງ, ຄຸ້ມຄອງການເຄື່ອນຍ້າຍ – ລົງສາງສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກ໊ສໃຫ້ເຂັ້ມງວດ, ກວດກາເບິ່ງຫົວໜ່ວຍທີ່ມີການນຳເຂົ້າ – ສົ່ງອອກ, ຕິດຕາມກວດກາຄິດໄລ່ອາກອນຈາກບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ເປັນທຶນຂອງລັດ, ຊຸກຍູ້ຕິດຕາມຫົວໜ່ວຍງົບປະມານທີ່ຮັບຜິດຊອບເກັບລາຍຮັບຄ່າທຳນຽມ – ຄ່າບໍລິການໃຫ້ໄດ້ດໍາເນີນການເກັບການມອບຢ່າງຕໍ່ເນື່ອງ.

ຫົວໜ້າສ່ວຍສາອາກອນ ປະຈຳແຂວງຈຳປາສັກ ເນັ້ນຕື່ມອີກວ່າ: ນອກຈາກນີ້ຍັງໄດ້ເພີ່ມມາດຕະການໃນການຈັດຕັ້ງປະຕິບັດ ເປັນຕົ້ນ: ວຽກຄຸ້ມຄອງການແຈ້ງ – ມອບອາກອນຂອງຫົວໜ່ວຍທຸລະກິດປົກກະຕິຄຸ້ມຄອງຊຸກຍູ້ການແຈ້ງ – ມອບອາກອນຂອງຫົວໜ່ວຍທຸລະກິດທີ່ມີຖານລາຍຮັບໃຫ້ມອບເປັນປົກກະຕິຖືກຕ້ອງຄົບຖ້ວນຕາມກົດໝາຍ ແລະ ລະບຽບການ ໂດຍສະເພາະຫົວໜ່ວຍທີ່ເປັນລາຍຮັບຕົ້ນຕໍຂອງແຂວງ, ຊຸກຍູ້ການປະຕິບັດວຽກງານຂອງສ່ວຍສາອາກອນປະຈຳແຂວງ, ນະຄອນ – 9 ຕົວເມືອງ, ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອປະເມີນຄືນລາຍຮັບຂອງຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງຕົນທີ່ມີລາຍຮັບບໍ່ເກີນ 501 ລ້ານກີບຕໍ່ປີ ເພື່ອກຳນົດສະຖິຕິຖານລາຍຮັບໃນທົ່ວແຂວງ.

ວຽກງານເຂົ້າສູ່ລະບົບທັນສະໄໝ ( Taxris ), ຄຸ້ມຄອງຕິດຕາມຫົວໜ່ວຍແຈ້ງມອບເປັນປົກກະຕິຫົວໜ່ວຍບໍ່ແຈ້ງມອບ ຫຼື ແຈ້ງສູນ 0. ພ້ອມນັ້ນ, ຕ້ອງສຸມໃສ່ເລັ່ງທວງວິເຄາະ – ວິໄຈຂໍ້ມູນຈາກການແຈ້ງຫົວໜ່ວຍທີ່ມີຄວາມສ່ຽງມອບໜ້ອຍ ແລະ ມີອາກອນຍົກຫັກຕໍ່ຫຼາຍເດືອນຕິດຕໍ່ກັນ, ຊຸກຍູ້ຫົວໜ່ວຍທຸລະກິດແຈ້ງຜ່ານທະນາຄານໃຫ້ກວມ 80% ຂອງຫົວໜ່ວຍໃນລະບົບ, ວຽກຄຸ້ມຄອງບັນທຶກການຂາຍສິນຄ້າ – ບໍລິການ ( POS ) ຫົວໜ່ວຍທີ່ມີ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍ.

ແຫຼ່ງຂ່າວ: ກະຊວງການເງິນ