ປະໂຫຍດຈາກ “ ໝາກໂມ ” ໝາກໄມ້ສີແດງຫວານປະຈຳລະດູຮ້ອນ

253

ອາກາດຮ້ອນໆແບບນີ້ຫຼາຍຄົນອາດຈະກຳລັງຊອກຫາວິທີແກ້ຮ້ອນ ແນະນຳໃຫ້ກິນໝາກໂມໃນຮູບແບບແຊ່ເຢັນ, ນັບວ່າເປັນອີກໜຶ່ງວິທີທີ່ຊ່ວຍແກ້ຮ້ອນໄດ້ດີ ເພາະເປັນການດັບອຸນຫະພູມ ຄວາມຮ້ອນຈາກພາຍໃນສູ່ພາຍນອກ, ຈາກການກິນໝາກໂມແບບສົດໆເຮົາຍັງສາມາດນຳມາປັ່ນເປັນເຄື່ອງດື່ມ ຫຼື ກິນຄູ່ກັບກະແລັມເຢັນໆເພີ່ມອາລົມໃນການກິນ. ພວກເຮົາມາຮູ້ຈັກກັບປະໂຫຍດຂອງໝາກໂມນຳກັນເລີຍວ່າສາມາດຊ່ວຍບຳລຸງສຸຂະພາບຂອງເຮົາໃນດ້ານໃດໄດ້ແດ່?.

ໝາກໂມມີສານອາຫານທີ່ຫຼາກຫຼາຍຈົນເຮົາຄາດບໍ່ເຖິງ ຖ້າກິນໃນປະລິມານ 1 ຖ້ວຍຕໍ່ມື້ ກໍສາມາດເຮັດໃຫ້ຮ່າງກາຍໄດ້ຮັບສານທີ່ມີປະໂຫຍດຕໍ່ຮ່າງກາຍໄດ້ຢ່າງເຕັມທີ່ ດັ່ງຕໍ່ໄປນີ້: ພະລັງງານ 46 ແຄຣໍລີ, ຄາໂບໄຮເດຣດ 6 ກຣາມ, ໄພເວີ 6 ກຣາມ, ແຄລຊຽມ 8 ມິນລີກຣາມ, ຟອສຟໍລັສ 9, ແມັກນີຊຽມ 4 ມິນລີກຣາມ, ໂພແທັສຊຽມ 172 ມິນລີກຣາມ, ວິຕາມິນຊີ 5 ມິນລີກຣາມ.

ນອກຈາກນີ້, ຍັງມີວິຕາມິນເອ, ເບຕ້າແຄໂລທີນ, ລູທີນ, ໄລໂຄປີນ, ໂຄລີນ ທີ່ຢູ່ໃນໝາກໂມ ແລະ ເຂົ້າໄປຊ່ວຍປັບຄວາມສົມດຸນບັນເທົາອາການພະຍາດຕ່າງໆ ຊ່ວຍໃຫ້ສຸຂະພາບຂອງເຮົາແຂງແຮງຂຶ້ນ ເຊັ່ນ: ປ້ອງກັນພະຍາດຫອບຫືດ, ຫຼຸດຄວາມສ່ຽງພະຍາດມະເຮັງ, ບຳລຸງສະໝອງ ແລະ ລະບົບປະສາດ, ບັນເທົາອາກາດເຈັບກ້າມຊີ້ນ, ເພີ່ມປະສິດທິພາບດ້ານການເບິ່ງເຫັນ, ບຳລຸງຜິວ ແລະ ເສັ້ນຜົມ.

ສຳລັບຄວາມສ່ຽງຂອງການກິນໝາກໂມຫຼາຍເກີນໄປ ເພາະການກິນໝາກໂມທີ່ພໍດີຄວນກິນຢູ່ໃນປະລິມານ 1 ຖ້ວຍຕໍ່ມື້ ຫຼື ປະລິມານ 154 ກຣາມ ຈຶ່ງຈະພົ້ນຈາກຄວາມສ່ຽງ ແລະ ບໍ່ມີອັນຕະລາຍໃດໆຕໍ່ສຸຂະພາບຮ່າງກາຍຂອງເຮົາ, ແຕ່ຖ້າກິນຫຼາຍເກີນໄປອາດສົ່ງຜົນກະທົບຕໍ່ຜູ້ປ່ວຍທີ່ມີພະຍາດເບົາຫວານ ແລະ ພະຍາດພູມແພ້ທີ່ສົ່ງຜົນໃຫ້ມີລະດັບນ້ຳຕານໃນເລືອດສູງ, ເປັນພະຍາດລົມພິດ ແລະ ລະບົບທາງເດີນຫາຍໃຈມີບັນຫາ ຫຼື ຫາຍໃຈລຳບາກ.

ດັ່ງນັ້ນ, ຈຶ່ງຄວນກິນໃຫ້ພໍດີ ແລະ ຖ້າຫາກມີອາການພູມແພ້ ຫຼື ສັນຍານຜິດປົກກະຕິ ເຊັ່ນ: ເຈັບທ້ອງ, ປວດຮາກ, ເຈັບລີ້ນ ແລະ ລຳຄໍບວມ ຄວນໄປຫາໝໍ ຫຼື ປຶກສາຜູ້ຊ່ຽວຊານໃກ້ບ້ານ.

ຮຽບຮຽງ: ໂດຍ: ແກ້ວ: ຂໍ້ມູນຈາກ: Sanook