ຂ່າວດີ 37 ມື້! ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ສ່ວນຜູ້ຕິດເຊື້ອເກົ່າຍັງນອນປິ່ນປົວຢູ່ໂຮງໝໍ 5 ຄົນ

66

ເຖິງແມ່ນວ່າປັດຈຸບັນ ປະເທດລາວເຮົາຈະສາມາດຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ໂດຍພື້ນຖານ ອັນໄດ້ເຮັດໃຫ້ມາຮອດວັນທີ 19 ພຶດສະພາ 2020 ນີ້ ບໍ່ມີຜູ້ຕິດເຊື້ອເພີ່ມເປັນມື້ທີ 37 ແລ້ວ ຈາກການກວດຕົວຢ່າງທັງໝົດ 88 ກໍລະນີ ໃນວັນທີ 18 ພຶດສະພາ 2020.

ໃນວັນທີ 19 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຈັດພິທີຖະແຫຼງຂ່າວ ລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ປະຈຳການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19 ໂດຍມີສື່ມວນຊົນເຂົ້າຮ່ວມ.

ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການເຝົ້າລະວັງ ແລະ ວິເຄາະໃນວັນທີ 18 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 88 ຄົນ, ໃນນັ້ນ ມີກໍລະນີສົງໄສ 2 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 68 ຄົນ, ແຮງງານຫວຽດທີ່ເຂົ້າມາລາວ 18 ຄົນ.

ຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ, ໝາຍຄວາມວ່າໃນວັນທີ 18 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່. ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 18 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.653 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (37 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່) ແລະ ສະເພາະການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປັດຈຸບັນ, ມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ.

ທ່ານກ່າວຕື່ມວ່າ: ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີີ 580/ຫສນຍ ແຕ່ວັນທີ 18 ພຶດສະພາ ຈົນເຖິງ ວັນທີ 01 ມິຖຸນາ 2020 ເຊີ່ງແມ່ນແຈ້ງການໄລຍະທີສອງ ໃຫ້ມີການຜ່ອນຜັນບາງມາດຕະການລົງຕື່ມ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ ແລະ ໃຫ້ສັງຄົມສາມາດກັບມາໃຊ້ຊີວິດໃຫ້ເປັນປົກກະຕິໃນແຕ່ລະກ້າວ ເຊິ່ງປະກອບດ້ວຍ 9 ມາດຕະການຜ່ອນຜັນ ແລະ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ.

ປະເດັນສໍາຄັນຢູ່ໃນແຈ້ງການນັ້ນແມ່ນ ການອະນຸຍາດໃຫ້ພະນັກງານລັດຖະກອນໄດ້ເຮັດວຽກເປັນປົກກະຕິ; ສາມາດເດີນທາງພາຍໃນປະເທດໄດ້; ການເປີດການຂົນສົ່ງໂດຍສານທາງບົກ, ທາງນໍ້າ, ທາງອາກາດ ພາຍໃນປະເທດ; ການອະນຸຍາດໃຫ້ມີການຝຶກອົບຮົມ, ສໍາມະນາ, ປະຊຸມທາງການ; ການເປີດໂຮງຮຽນຊັ້ນ ປ5, ມ4, ມ7; ອະນຸຍາດໃຫ້ອອກກໍາລັງກາຍກາງແຈ້ງ ແລະ ໃນຮົ່ມ;ອະນຸຍາດໃຫ້ເປີດດຳເນີນທຸລະກິດການຄ້າ ແລະ ບໍລິການຕ່າງໆ; ດຳເນີນກິດຈະການຂອງບໍລິສັດ ແລະ ໂຮງງານຈຳນວນໜຶ່ງ; ອະນຸຍາດໃຫ້ຊາວຕ່າງປະເທດກັບມາເຮັດວຽກຢູ່ໃນບາງໂຄງການ; ແຕ່ທັງໝົດເຫຼົ່ານີ້ກໍ່ຕ້ອງໄດ້ປະຕິບັດຕາມຄໍາແນະນໍາຂອງຂະແໜງການກ່ຽວຂ້ອງ ແລະ ມາດຕະການປ້ອງກັນການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ທ່ານ ເນັ້ນຕື່ມວ່າ: ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ ທຳຄວາມເຂົ້າໃຈ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີພ້ອມທັງ ຮ່ວມແຮງຮ່ວມໃຈກັນ ສືບຕໍ່ປະຕິບັດ ຈົນກວ່າຈະມີແຈ້ງການປ່ຽນແປງ ຫຼັງວັນທີ 01 ມິຖຸນາ 2020.

ບັນຫາສຳຄັນ ຂໍໃຫ້ບັນດາທ່ານເຂົ້າໃຈວ່າ ທຸກໆມາດຕະການທີ່ຜ່ອນຜັນລົງນັ້ນ ຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອຢ່າງເຂັ້ມງວດ ໂດຍສະເພາະ ສະຖານທີ່ໃຫ້ບໍລິການ, ພະຫະນະໃຊ້ບໍລິການ, ຜູ້ໃຫ້ບໍລິການ ແລະ ຜູ້ມາໃຊ້ບໍລິການ ເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດຢູ່ສະຖານທີ່ບໍລິການຕ່າງໆ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ບໍ່ໃຫ້ມີການແອອັດ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປະຈຳວັນ. ພວກເຮົາຈຶ່ງຈະສາມາດສະກັດກັ້ນ ການລະບາດຂອງພະຍາດ ໂຄວິດ-19 ບໍ່ໃຫ້ກັບຄືນມາຮອບໃໝ່.