ອິນເດຍ ຕິດເຊື້ອໂຄວິດ-19 ຫຼາຍກວ່າ 1 ແສນຄົນ ແລະ ເສຍຊິວິດກວ່າ 3 ພັນ ຄົນ

91

ອິນເດຍມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າ 1 ແສນຄົນ ໃນຈຳນວນນີ້ ເສຍຊີດວິດ ຫຼາຍກວ່າ 3 ພັນຄົນແລ້ວ ສ່ວນລັດຖະບານປະກາດຂະຫຍາຍໄລຍະປິດເມືອງຈົນໝົດເດືອນພຶດສະພານີ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງນິວເດລີ ປະເທດອິນເດຍ ເມື່ອວັນອັງຄານ ທີ 19 ພຶດສະພາ ວ່າ ກະຊວງສາທາລະນະສຸກອິນເດຍ ອອກຖະແຫຼງການ ເມື່ອວັນອັງຄານ ລາຍງານສະຖານະການໂຄວິດ-19 ໃນປະເທດ ວ່າ ຫຼັງຈາກໄດ້ຢືນຢັນຜູ້ເສຍຊີວິດເພິ່ມອີກ 7 ຄົນ ໃນຮອບ 1 ວັນຜ່ານເຮັດໃຫ້ສະຖິຕິຜູ້ເສຍຊີວິດສະສົມ ເພິ່ມເປັນ 3.163 ຄົນ.

ຂະນະທີ່ ຜູ້ຕິດເຊື້ອສະສົມມີຢ່າງໜ້ອຍ 101.139 ຄົນ ເພິ່ມຂຶ້ນ 811 ຄົນ ແລະ ປິ່ນປົວເຊົາແລ້ວ 39.223 ຄົນ. ໂດຍ ອິນເດຍ ກາຍເປັນໜຶ່ງໃນ 11 ປະເທດ ທີ່ມີຜູ້ປ່ວຍສະສົມຈາກໂຄວິດ-19 ຫຼາຍກວ່າ 1 ແສນຄົນ ໂດຍສະຖິຕິຜູ້ຕິດເຊື້ອປະຈຳວັນ ສະເລ່ຍວັນລະປະມານ 4 ພັນຄົນ.

ທັງນີ້, ນາຍົກລັດຖະມົນຕີນະເຣນທຣາ ໂມດີ ຜູ້ນຳອິນເດຍ ຫາກໍ່ປະກາດ ເມື່ອວັນອາທິດ ຜ່ານມາ ຂະຫຍາຍໄລຍະບັງຄັບໃຊ້ມາດຕະການປິດເມືອງທົ່ວປະເທດ ເພື່ອໃຫ້ມີຜົນບັງຄັບໃຊ້ຈົນເຖິງວັນທີ 31 ພຶດສະພາ ຫຼັງຈາກບັງຄັບໃຊ້ມາດຕະການດັ່ງກ່າວ ຕັ້ງແຕ່ວັນທີ 25 ມີນາ ຜ່ານມາ. ຢ່າງໃດກໍ່ຕາມ ລັດຖະບານຄ່ອຍໆຜ່ອນຄາຍມາດຕະການໃຫ້ແກ່ປະຊາຊົນຕາມຄວາມເໝາະສົມພື້ນທີ່ສ່ຽງໜ້ອຍກໍ່ຜ່ອນຄາຍຫຼາຍຂຶ້ນ.