ຮູ້ຈັກ ພັດທະພອນ ສີມຸງຄຸນ ໜຶ່ງໃນຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020

152

ຜົນຈາກໂຄວິດ ກະທົບຫຼາຍໆຢ່າງ, ວົງການບັນເທີງກໍເຊັ່ນກັນ ຫຼາຍກອງປະກວດຕ້ອງຢຸດ, ເລື່ອນໄປຕາມໆກັນ ໂດຍສະເພາະກອງປະກວດນາງສາວນະຄອນຫຼວງ ປີ 2020 ທີ່ຈັດຂຶ້ນທຸກປີ ເພື່ອຂັດເລືອກນາງສາວຕົວແທນເປັນນາງສັງຂານ ໃນບຸນປີໃໝ່ລາວ ກໍຕ້ອງເລື່ອນ ປັດຈຸບັນມີ 20 ນາງສາວຜູ້ເຂົ້າປະກວດ ຕາມການສອບຖາມທາງກອງປະກວດນາງສາວ ໃຫ້ຮູ້ວ່າ ຍັງບໍ່ທັນຮູ້ມື້ກຳນົດຈັດການປະກວດຕໍ່ ແຕ່ຈະຈັດການປະກວດຕໍ່ແນ່ນອນຫາກສະພາບບ້ານເມືອງເຮົາກັບມາເປັນປົກກະຕິ.

ຂໍແນະນຳ ໜຶ່ງນາງສາວ ຜູ້ເຂົ້າປະກວດໝາຍເລກ MVT 09 ນິນ່າ ພັດທະພອນ ສີມຸງຄຸນ ອາຍຸ 20ປີ
ປັດຈຸບັນ ສຶກສາຢູ່ໂຮງຮຽນວິທະຍາໄລວິຊາຊີບເຕັກນິກປາກປ່າສັກ ແລະ ຄ້າຂາຍ.

ທີ່ຜ່ານມາເຄີຍແຕ່ປະກວດຢູ່ໃນໂຮງຮຽນ ແຕ່ປີນີ້ມາປະກວດນາງສາວນະຄອນຫຼວງເປັນປີທຳອິດ
ນິນ່າ ບອກວ່າຄວາມສາມາດພິເສດຂອງຕົນແມ່ນການສະແດງສິລະປະ,ການຟ້ອນ.

ຕາມນິໄສແລ້ວ ຄິດວ່າຕົນເອງເປັນຄົນອາລົມດີ,ໃຈດີ, ມັກແບ່ງປັນ,ມັກເອົາໃຈໃສ່ເລື່ອງເລັກໆນ້ອຍໆ,ເປັນຄົນທີ່ຄຽດງ່າຍ ແຕ່ຫາຍໄວ,ໃຈອ່ອນ, ມັກຢູ່ນຳຄົນຕະຫລົກ, ຢູ່ນຳແລ້ວສະບາຍໃຈ,ເປັນຕົວຂອງຕົວເອງ, ມັກຄວາມຍຸດຕິທຳ, ບໍ່ມັກການຖືກເອົາປຽບ, ຂາດຄວາມຮັບຜິດຊອບ ແລະ ຄົນທີ່ເຫັນແກ່ໂຕ

ສຳລັບການຮັກສາສຸຂະພາບຂອງຕົນເອງ ກໍອອກກຳລັງກາຍເພາະຈະເຮັດໃຫ້ມີສຸຂະພາບຈິດທີ່ດີ ແລະ ເຮັດໃຫ້ຮ່າງກາຍແຂງແຮງ, ດື່ມນໍ້າທີ່ສະອາດຫຼາຍໆ, ກິນອາຫານໃຫ້ຄົບ5ໝູ່, ພັກຜ່ອນໃຫ້ພຽງພໍ ບໍ່ຄິດຫຼາຍ ແລະ ເບິ່ງໂລກໃນແງ່ດີຢູ່ສະເໝີ.

ນິນ່າບອກວ່າ ຍິງທັນສະໄໝຄືນ້ອງກໍມັກເຂົ້າວັດເພື່ອຟັງທຳເພາະເຮັດໃຫ້ຈິດໃຈສະຫງົບ ການເຂົ້າວັດມັກເຮັດໃຫ້ນ້ອງຄິດເຖິງແຕ່ສິ່ງດີໆ ຄວາມດີ ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ໃຫ້ກຳເນີດ ໄດ້ຄວາມຮູ້ກ່ຽວກັບສາສະໜາພຸດທີ່ຕົນເອງນັບຖື ໄດ້ຮັບຮູ້ເລື່ອງເລົ່າທີ່ເພິ່ນສືບທອດເລົ່າຕໍ່ກັນມາເປັນເລື່ອງທີ່ຟັງແລ້ວໜ້າສົນໃຈ ເວລາທີ່ຟັງແລ້ວໄດ້ແງ່ຄິດຫຼາຍໆຢ່າງເລີຍ ແລະ ນ້ອງເອງກໍເປັນຜູ້ຍິງຄົນໜຶ່ງທີ່ແສນຈະທຳມະດາ ບໍ່ໄດ້ມີຊື່ສຽງ ແລະ ໂດ່ງດັງ ແຕ່ນ້ອງກໍຈະທຳແຕ່ຄວາມດີ, ຮັກສາຄວາມສະອາດ, ບໍ່ລັກເລັກຂະໂມຍນ້ອຍ, ບໍ່ສ້າງຄວາມເດືອດຮ້ອນ, ຮູ້ຈັກປະຢັດນໍ້າ,ໄຟຟ້າ, ບໍ່ໃຊ້ຈ່າຍຟຸມເຟືອຍເພື່ອຕົນເອງ, ຄອບຄົວແລະສັງຄົມ

ຄວາມຝັນຂອງນ້ອງຄືການປະສົບຜົນສຳເລັດໃນການຮຽນ, ວຽກງານ, ມີທຸກຢ່າງເປັນຂອງຕົນເອງແລະຫາໄດ້ດ້ວຍມືຕົນເອງ ນ້ອງຢາກເປັນຜູ້ຍິງທີ່ມີຄວາມອົດທົນ ເຂັ້ມແຂງ ສາມາດທີ່ຈະດູແລຕົນເອງແລະຄອບຄົວ ໃຫ້ມີແຕ່ຄວາມສຸກໄດ້

ຜູ້ຊາຍໃນສະເປັກຂອງນ້ອງຄືຄົນທີ່ມັກເອົາໃຈໃສ່,ທັດສະນະຄະຕິດີ,ເບິ່ງແຍງຕົນເອງດີ,ເປັນຄົນທີ່ມີເຫດຜົນ,ໃຫ້ກຽດແມ່ຍິງ,ຮູ້ຈັກແບ່ງປັນ ບໍ່ເຫັນແກ່ໂຕ ແລະ ສິ່ງສຳຄັນກໍຄືສາມາດເຂົ້າກັບຄອບຄົວນ້ອງໄດ້