ຍົກລໍ້ທູໂກ ກຽມອອກຜະລິດຕະພັນໃໝ່ກາເຟສຳລັບຄົນຮັກສຸຂະພາບ

127

ກາເຟຍົກລໍ້ທູໂກ ກຽມຜະລິດກາເຟດຳ ລົດຊາດນ້ຳເຜິ້ງ ອອກຈຳໜ່າຍສູ່ຕະຫຼາດ ເອົາໃຈຄົນຮັກສຸຂະພາບ ເພາະຫຼັງຈາກພະຍາດໂຄວິດ – 19 ລະບາດ ຫຼາຍຄົນ, ຫຼາຍກຸ່ມຈະຫັນມາໃສ່ໃຈສຸຂະພາບ.

ທ່ານ ນາງ ໂພມະນີ ແກ້ວປະເສີດ ເຈົ້າຂອງຜະລິດຕະພັນກາເຟຍົກລໍ້ທູໂກ ( Yoklor TO GO ) ໃຫ້ສຳພາດວ່າ: ພາຍຫຼັງທີ່ພະຍາດໂຄວິດ – 19 ລະບາດນີ້ ຫຼາຍຄົນ, ຫຼາຍກຸ່ມ ຈະຫັນມາໃສ່ໃຈສຸຂະພາບ ພວກເຮົາຈຶ່ງໄດ້ວາງແຜນ ແລະ ຄິດຄົ້ນອອກຜະລິດຕະພັນໃໝ່ ເຊິ່ງຈະເປັນຜະລິດຕະພັນກາເຟຍົກລໍ້ທູໂກ ກາເຟດຳ ລົດຊາດນ້ຳເຜິ້ງ ເພື່ອເອົາໃຈສຳລັບຄົນຮັກສຸຂະພາບ ແລະ ຄາດຈະຈຳໜ່າຍໄດ້ປະມານທ້າຍເດືອນພຶດສະພານີ້ ປັດຈຸບັນແມ່ນໄດ້ສົ່ງຕົວຢ່າງເຂົ້າບັນດາຮ້ານສະດວກຊື້ຊັ້ນນຳແລ້ວ, ພ້ອມທັງມີແຜນໂປຣໂໝດໂຄສະນາສິນຄ້າຕົວໃໝ່ນີ້ ໂດຍຈະເນັ້ນອອກໂຄສະນາຜ່ານສື່ອອນລາຍຫຼາຍກວ່າ ໂດຍສະເພາະທາງເຟສບຸ໊ກ, ອິນສະຕາແກຣມ ແລະ ໂຄສະນາຢູ່ຈຸດຂາຍເປັນຫຼັກ ແລະ ອາດຈະເປັນການສົ່ງຂອງຂວັນໃຫ້ບັນດານັກທຸລະກິດຊັ້ນນຳໃນລາວໃຫ້ຊ່ວຍຖືສິນຄ້າພວກເຮົາ ເຊິ່ງຈະເປັນການໂຄສະນາໄປໃນຕົວ.

ການຈະເປີດໂຕຜະລິດຕະພັນໃໝ່ນີ້ ແມ່ນໃນຮອບ 3 ປີ ນັບແຕ່ເປີດໂຮງງານມາ ເຊິ່ງປັດຈຸບັນຜະລິດຕະພັນກາເຟຍົກລໍ້ທູໂກ ມີ 5 ລົດຊາດ  ແລະ ຈະມີເພີ່ມອີກ 1 ລົດຊາດ ເປັນ 6 ລົດຊາດ ເຊິ່ງການຜະລິດຂອງຜະລິດຕະພັນກາເຟຍົກລໍ້ທູໂກຕະຫຼອດ 3 ປີຜ່ານມາ ການຕອບຮັບຂ້ອນຂ້າງຄົງທີ່ ບໍ່ມີຜົນກະທົບທີ່ວ່າຄວາມນິຍົມຫຼຸດລົງ ແລະ ໄລຍະທີ່ໄດ້ຮັບຜົນກະທົບແທ້ ແມ່ນໄລຍະພະຍາດໂຄວິດ – 19 ລະບາດນີ້ ເພາະວ່າຮ້ານຄ້າຕ່າງໆປິດບໍລິການ ເຊິ່ງສິນຄ້າເຮົາເປັນສິນຄ້າມີອາຍຸ. ສະນັ້ນ, ມັນຈະໄປໝົດອາຍຸໃນຕູ້ຂອງລູກຄ້າ ເຊິ່ງເປັນຜົນກະທົບກັບມາຫາເຮົາ.

ທ່ານ ນາງ ໂພມະນີ ແກ້ວປະເສີດ ໃຫ້ຮູ້ຕື່ມອີກວ່າ: ດ້ານການຮັບມື ປັດຈຸບັນພວກເຮົາກໍໄດ້ມີການຜະລິດໃຫ້ແທດເໝາະກັບຄວາມຕ້ອງການຂອງຮ້ານຄ້າ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກ ໂດຍຈະບໍ່ໄດ້ຜະລິດສະຕ໊ອກໄວ້ໃນສາງ, ພ້ອມທັງຕິດຕາມບັນດາຮ້ານຄ້າທີ່ເຮົາເອົາສິນຄ້າໄປວາງຈຳໜ່າຍເປັນປະຈຳ ແລະ ການຈຳໜ່າຍຂອງກາເຟຍົກລໍ້ທູໂກ ປັດຈຸບັນແມ່ນໄດ້ເຂົ້າຮ້ານສະດວກຊື້ຊັ້ນນຳໃນລາວແລ້ວ ກວມເອົາ 90% ແລະ ຮ້ານຄ້າຍ່ອຍທົ່ວໄປ ກວມຢູ່ປະມານ 60 ຫາ 70%.

ໂດຍ: ສັນຕິ; ຮູບ: ສຸກສະຫວັນ