ຟີໂອນິກສ ທຸລະກິດຮັບຈັດງານອີເວັ້ນທົ່ວໄປ

62

ປັດຈຸບັນບໍລິສັດທີ່ເຮັດທຸລະກິດກ່ຽວກັບ ອໍກາໄນ ຫຼື ຮັບຈັດງານອີເວັ້ນຕ່າງໆ ເປັນຕົ້ນແມ່ນ: ກອງປະຊຸມ, ພິທີຖະແຫຼງຂ່າວ, ງານເປີດໂຕບໍລິສັດ, ງານວາງສະແດງສິນຄ້າ ແລະ ອື່ນໆໃນນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງແມ່ນມີຫຼາຍ, ແຕ່ບໍລິສັດທີ່ຮັບຈັດງານແບບຄົບວົງຈອນທີ່ໄດ້ມາດຕະຖານສາກົນກໍເລີ່ມທະຍອຍເພີ່ມຂຶ້ນເຊັ່ນກັນ.

ສະນັ້ນ, ບໍລິສັດ ຟີໂອນິກສ ອີເວັ້ນ ເອເຊຍ ລາວ ຈຳກັດ ເຫັນໂອກາດຂອງທຸລະກິດດັ່ງກ່າວຈະເຕີບໂຕໄປໄດ້ດີໃນອະນາຄົດ ຈຶ່ງໄດ້ເປີດບໍລິສັດຢ່າງເປັນທາງການໃນປີ 2016.

ຜູ້ຈັດການຝ່າຍການຕະຫຼາດ ແລະ ຫຸ້ນສ່ວນຂອງ ບໍລິສັດ ຟີໂອນິກສ ອີເວັ້ນ ເອເຊຍ ລາວ ຈຳກັດ ໃຫ້ສຳພາດວ່າ: ບໍລິສັດເຮົາກໍເປັນອີກໜຶ່ງສາຂາຂອງບໍລິສັດແມ່ຈາກປະເທດໄທ ມາເປີດສຳນັກງານຢູ່ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ບໍລິການດ້ານການຈັດງານອີເວັ້ນຕ່າງໆແບບຄົບວົງຈອນທີ່ໄດ້ມາດຕະຖານສາກົນຄືກັບຕ່າງປະເທດ ຈຶ່ງເຮັດໃຫ້ບໍລິສັດມີໂອກາດໃນການຈັດງານໄດ້ຫຼາຍ ດ້ວຍທີມງານທີ່ມີປະສົບການສູງ ແລະ ອຸປະກອນ – ເຄື່ອງສຽງຄຸນນະພາບທີ່ເຄີຍຮັບງານໃນງານລະດັບກອງປະຊຸມອາຊຽນມາແລ້ວ.

ລູກຄ້າຫຼັກຂອງພວກເຮົາກໍແມ່ນພາກລັດ, ບໍລິສັດ, ຫ້າງຮ້ານ, ໂຮງແຮມ, ຜູ້ຜະລິດເຄື່ອງດື່ມ, ຕົວແທນຈໍາໜ່າຍໂທລະສັບ ແລະ ອື່ນໆທີ່ຕ້ອງການ ຄວາມແຕກຕ່າງ, ໂດດເດັ່ນ, ແປກໃໝ່ທັນສະໄໝ ແມ່ນພວກເຮົາສາມາດຕອບໂຈດໃຫ້ກັບທຸກ ຄວາມຕ້ອງການຂອງລູກຄ້າໄດ້. ສຳລັບງານໃຫຍ່ໆທີ່ເຮົາໄດ້ຮັບໃຊ້ຜ່ານມາ ເປັນຕົ້ນແມ່ນ: ກອງປະຊຸມອາຊຽນ, ງານເຟີນີເຈີ, ງານວາງສະແດງສິນຄ້າ, ງານປະກວດແຟຊັນ, ງານວຽງຈັນຮາຟມາຣາທອນ, ງານຄອນເສີດ ແລະ ອື່ນໆ.

ທ່ານກ່າວຕື່ມວ່າ: ສໍາລັບທຸລະກິດພວກເຮົາຈະບໍ່ເປັນຄູ່ແຂ່ງກັບໃຜ, ແຕ່ວ່າເຮົາຈະພະຍາຍາມສ້າງຄູ່ຮ່ວມທຸລະກິດກັບຫຼາຍໆພາກສ່ວນທີ່ມີຢູ່ໃນປັດຈຸບັນ, ນອກຈາກຮັບຈັດງານຢູ່ໃນນະຄອນຫຼວງວຽງຈັນແລ້ວ ພວກເຮົາຍັງສາມາດຮັບງານຢູ່ຕ່າງແຂວງໄດ້ຕື່ມອີກ ແລະ ມີທີມງານຈາກປະເທດໄທມາຊ່ວຍ.

ໂດຍ: ສົມສະຫວິນ