ວິລະບູລີ ເລັ່ງປັບປຸງສ້ອມແປງບັນດາເສັ້ນທາງປູຢາງ ຄາດສໍາເລັດທ້າຍເດືອນນີ້

200

ເມືອງວິລະບຸລີ ແຂວງສະຫວັນນະເຂດໄດ້ສ້ອມແປງບັນດາເສັ້ນທາງຫຼັກ ແລະ ທາງຮ່ອມພາຍໃນເທສະບານເມືອງວິລະບູລີ ຊິ່ງໃນນີ້ກໍມີທາງຮ່ອມຈໍານວນ 2 ເສັ້ນ ກໍາລັງຢູ່ໃນໄລຍະຂອງການລົງມືກໍ່ສ້າງສ້ອມແປງຄືນໃໝ່ ພາຍຫຼັງທີ່ໄດ້ເປ່ເພຈາກການນໍາໃຊ້ມາຫຼາຍປີ ກໍຄືເສັ້ນທາງ B2 ( ເສັ້ນທາງຕໍ່ໜ້າຫ້ອງການການເງິນເມືອງ ) ເຊິ່ງມີຄວາມຍາວທັງໝົດ 200 ແມັດ, ກວ້າງ 5 ແມັດ ແລະ ເສັ້ນທາງ B5 ( ເສັ້ນທາງຂຶ້ນວັດບ້ານບຸ່ງຄໍາ ) ເຊິ່ງມີຄວາມຍາວ 380 ແມັດ, ກວ້າງ 6 ແມັດ ໂດຍແມ່ນ ບໍລິສັດ ລາວມຸງຄຸນ ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາໃນການກໍ່ສ້າງສ້ອມແປງ ແລະ ໄດ້ຮັບທຶນສະໜັບໜູນຈາກ ບໍລິສັດ ລ້ານຊ້າງມີເນໂຣນສ໌ ລິມິເຕັດ ຫຼື ໂຄງການຂຸດຄົ້ນຄໍາ – ທອງເຊໂປນ.

ໃນບ້ວງເງິນກອງທຶນພັດທະນາທ້ອງຖິ່ນເມືອງວິລະບູລີ ປະຈໍາປີ 2020 ໃນມູນຄ່າ 56.198 ໂດລາສະຫະລັດ ເຊິ່ງເສັ້ນທາງຮ່ອມຈໍານວນ 2 ເສັ້ນດັ່ງກ່າວນີ້ແມ່ນໄດ້ເລີ່ມລົງມືກໍ່ສ້າງສ້ອມແປງມາແຕ່ກາງເດືອນເມສາທີ່ຜ່ານມາ ແລະ ມາຮອດປັດຈຸບັນນີ້ທາງບໍລິສັດຜູ້ຮັບເໝົາກໍໄດ້ລົງມືປູຢາງຊັ້ນທີ 1 ສໍາເລັດແລ້ວ ແລະ ຄາດວ່າຈະໃຫ້ສໍາເລັດໃນການປູຢາງຊັ້ນທີ 2 ໃນທ້າຍເດືອນພຶດສະພາ 2020 ນີ້.