ໄຊຍະບູລີ ຕັ້ງເປົ້າປູກພືດລະດູຝົນ 1 ແສນກວ່າເຮັກຕາ

71

ແຂວງໄຊຍະບູລີ ຕັ້ງເປົ້າຜະລິດພືດລະດູຝົນໃນເນື້ອທີ່ 1 ແສນກວ່າເຮັກຕາ. ໃນນີ້, ເນື້ອທີ່ປູກເຂົ້ານາປີ 34 ພັນກວ່າເຮັກຕາ, ມາຮອດປັດຈຸບັນຕົກກ້າສຳເລັດ 46,94%.

ອີງຕາມຂໍ້ມູນຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການຜະລິດລະດູແລ້ງປີນີ້ແຂວງໄຊຍະບູລີ ມີແຜນປູກທັງໝົດ 16.891 ເຮັກຕາ. ໃນນີ້, ປູກເຂົ້ານາແຊງມີທັງໝົດ 2.300 ເຮັກຕາ, ປະຕິບັດຕົວຈິງໄດ້ 2.308 ເຮັກຕາ ເທົ່າກັບ 100,35% ເມື່ອທຽບໃສ່ປີຜ່ານມາເນື້ອທີ່ເພີ່ມຂຶ້ນ 95,04 ເຮັກຕາ ຄາດຄະເນຜົນຜະລິດສະມັດຖະພາບສະເລ່ຍ 6,66 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດທັງໝົດ 97.217 ໂຕນ.

ນອກນີ້, ແຂວງໄຊຍະບູລີ ຍັງໄດ້ກະກຽມການຜະລິດພືດລະດູຝົນ ເພື່ອໃຫ້ທັນກັບເວລາ ແລະ ລະດູການ ເປັນຕົ້ນການຕົກກ້າ, ກຽມດິນ, ໃສ່ເຂົ້າໄຮ່ ແລະ ການປູກພືດອື່ນໆເຫັນວ່າເປັນຂະບວນຟົດ  ຟື້ນ.ໃນທົ່ວແຂວງມີເນື້ອທີ່  ປູກພືດທັງໝົດ 154.041 ເຮັກຕາ. ໃນນີ້, ເຂົ້ານາປີໃຫ້ໄດ້ 34.287 ເຮັກຕາ, ຄາດຄະເນສະມັດຖະພາບສະເລ່ຍ 4,50 ໂຕນຕໍ່ເຮັກຕາ ແລະ ຄາດຄະເນຜົນຜະລິດ 154.290 ໂຕນ.

ປັດຈຸບັນຕົກກ້າສໍາເລັດແລ້ວ 1.109 ກວ່າກິໂລ ເທົ່າກັບ 46,94%, ກຽມດິນໄດ້ 2.431 ກວ່າເຮັກຕາ ເທົ່າກັບ 7,49%, ປັກດໍາສໍາເລັດແລ້ວ 26,5 ເຮັກຕາ ເທົ່າກັບ 0,08%.

ການປູກພືດຕ່າງໆໃນ  ເນື້ອທີ່ແຜນການທັງໝົດ 113.554 ເຮັກຕາ, ຄາດຄະເນສະມັດຖະພາບສະເລ່ຍ 12,34 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດໄດ້ 1.401.473 ໂຕນ.

ປັດຈຸບັນປະຕິບັດສໍາເລັດແລ້ວ 36.937 ກວ່າເຮັກຕາ ເທົ່າກັບ 32,53%.

ເຂົ້າໄຮ່ເນື້ອທີ່ແຜນການມີທັງໝົດ 10.200 ເຮັກຕາ ຄາດຄະເນສະມັດຖະພາບ ສະເລ່ຍ 2,26 ໂຕນຕໍ່ເຮັກ   ຕາ ຄາດຄະເນຜົນຜະລິດ 23.052 ໂຕນ, ປັດຈຸບັນປະຕິບັດໄດ້ແລ້ວ 3.536 ເຮັກຕາ ເທົ່າກັບ 34,67%.

ຂ່າວ: ບຸນທີ