ເຈົ້າເມືອງໄຊພູທອງ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານບ້ານຄັນທະຈານ

191
????????????????????????????????????

ວ່າງບໍ່ດົນຜ່ານມານີ້ ທ່ານ ຄໍາວິໃສ ຜຸຍຍະວົງ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໄຊພູທອງ ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ຫ້ອງການກະສິກໍາ – ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງ ແລະ ສ້ອມແປງຊົນລະປະທານບ້ານຄັນທ່າຈານ ເຊິ່ງເປັນໜຶ່ງໃນໂຄງການຍ່ອຍຂອງການພັດທະນາພື້ນຖານໂຄງລ່າງກະສິກໍາ ຕາມແລວເສດຖະກິດຕາເວັນອອກ – ຕາເວັນຕົກ.

ໂຄງການດັ່ງກ່າວໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 18 ທັນວາ 2019 ຕາມສັນຍາແມ່ນຈະໃຫ້ສໍາເລັດໂຄງການໃນ 2021 ໃນກຳນົດເວລາ 18 ເດືອນ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນເຫັນວ່າໂຄງການດັ່ງກ່າວສາມາດກໍ່ສ້າງໃນມູນຄ່າ 1.828.800 ໂດລາ.

ສໍາລັບໜ້າວຽກທີ່ເຮັດແມ່ນໄດ້ກໍ່ສ້າງຄອງຮ່ອມເບຕົງຈຳນວນ 20 ຄອງ ຢູ່ຫົວງານທີ 1 ບ້ານຄັນທ່າຈານ ມີ 16 ຄອງ   ແລະ ຢູ່ຫົວງານທີ 2 ແມ່ນຕັ້ງຢູ່ບ້ານດອນຖໍ້າເງິນມີ 4 ຄອງ, ລວມທັງໝົດ ມີ 20 ຄອງ, ມີລວງຍາວຂອງຄອງທັງໝົດໃນ 13.488 ແມັດ, ກໍ່ສ້າງເຮືອນປ້ຳ ຫຼື ຈັກສູບນ້ຳທີ່ມີຂະໜາດໃຫຍ່ຈຳນວນ 2 ຫົວງານ, ຫົວປໍ້ານໍ້າສາມາດດູດນໍ້າຈາກແມ່ນໍ້າຂອງຂຶ້ນຫົດເນື້ອທີ່ທໍາການຜະລິດຊຸດໜຶ່ງສາມາດດູດໄດ້ 710 ລິດຕໍ່ວິນາທີ ເຊິ່ງເຄື່ອງດູດນໍ້າທັງ 2 ຫົວງານສາມາດດູດນໍ້າໄດ້ສູງສຸດເຖິງ 2.130 ລິດຕໍ່ວິນາທີ, ສາມາດຫົດເນື້ອທີ່ໄດ້ທັງໝົດ 877 ເຮັກຕາ.

ພາຍຫຼັງທີ່ສຳເລັດການກໍ່ສ້າງຊົນລະປະທານ ບ້ານຄັນທ່າຈານ ແຫ່ງນີ້ຈະມີປະຊາຊົນຈຳນວນ 2 ບ້ານ ທີ່ໃຊ້ນໍ້າເຂົ້າໃນການຜະລິດກະສິກໍາ ຄື: ບ້ານ ຄັນທ່າຈານ ສາມາດນຳໃຊ້ເຂົ້າໃນການຜະລິດເຂົ້ານາປີ ໃນເນື້ອທີ່ 686,5 ເຮັກຕາ ແລະ ບ້ານດອນຖໍ້າເງິນ ມີເນື້ອທີ່ຫົດໄດ້ 76,1 ເຮັກຕາ.

ຂ່າວ – ຮູບ: ພັນທະມິດ ວົງສຸທິ