ປີນີ້ ສ່ວຍສາອາກອນແຂວງເຊກອງ ຈະເກັບລາຍຮັບໄດ້ 65,75 ຕື້ກີບ

114

ໃນປີ 2019 ຜ່ານມາ ສ່ວຍສາອາກອນປະຈໍາແຂວງເຊກອງ ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານແຫ່ງລັດ ໄດ້ທັງໝົດ 55,99 ຕື້ກວ່າກີບ ເທົ່າກັບ 87,48% ຂອງແຜນການ ປີ, ສ່ວນແຜນປີ 2020 ໄດ້ຮັບຕົວເລກແຜນການ 74 ຕື້ກີບ ແລະ ຄາດວ່າໝົດປີຈະສາມາດປະຕິບັດໄດ້ 65,75 ຕື້ ກວ່າກີບ.

ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນ ປະຈໍາແຂວງເຊກອງ ໃຫ້ສໍາພາດວ່າ: ໃນປີ 2019 ຜ່ານມາ ສ່ວຍສາອາກອນປະຈໍາແຂວງເຊກອງ, ສາມາດປະຕິບັດລາຍຮັບໄດ້ 55,99 ຕື້ກວ່າກີບ ເທົ່າກັບ 87,48% ຂອງແຜນການປີ, ສາເຫດທີ່ບໍ່ສາມາດບັນລຸໄດ້ຕາມແຜນການຍ້ອນແຂວງເຊກອງ ເປັນແຂວງທີ່ມີພື້ນຖານເສດຖະກິດນ້ອຍ, ລາຍຮັບສ່ວນໃຫຍ່ຕິດພັນກັບບ້ວງລົງທຶນກໍ່ສ້າງພື້ນຖານໂຄງລ່າງຂອງລັດຖະບານ, ປັດຈຸບັນຖານຂໍ້ມູນລາຍຮັບທັງໝົດໃນແຂວງ ມີ 1.311 ຫົວໜ່ວຍ. ໃນນັ້ນ, ແຂວງຄຸ້ມຄອງ 193 ຫົວໜ່ວຍ, ເມືອງ ຄຸ້ມຄອງ ຈໍານວນ 1.118 ຫົວໜ່ວຍ.

ສໍາລັບແຜນການເກັບລາຍຮັບປີ 2020 ທັງໝົດ 74 ຕື້ກີບ ເພີ່ມຂຶ້ນຈາກປີ 2019 ຈໍານວນ 17%, ສໍາລັບການຈັດເກັບໃນງວດ I ສ່ວຍສາອາກອນປະຈໍາແຂວງເຊກອງ, ສາມາດຈັດເກັບໄດ້ພຽງ 10% ຂອງແຜນການງວດ ( ຕາມແຜນງວດ   18 – 20% ), ສຳລັບການຈັດເກັບລາຍຮັບມີສິ່ງທີ່ທ້າທາຍຫຼາຍ ແລະ ຄາດວ່າໝົດປີ 2020 ຈະສາມາດຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ພຽງ 65,75 ຕື້ກວ່າກີບ.

ທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນປະຈໍາແຂວງເຊກອງ ເນັ້ນຕື່ມອີກວ່າ: ສໍາລັບແຜນຈຸດສຸມໃນປີ 2020 ຈະໄດ້ສຸມໃສ່ການຕິດຕາມກໍານົດແຜນຈຸດສຸມຕົວຊີ້ວັດໃນການປະຕິບັດໜ້າທີ່ຂອງພະນັກງານ, ສົມທົບກັບກົມສ່ວຍສາອາກອນ ແລະ ອໍານາດການປົກຄອງທ້ອງຖິ່ນ ເພື່ອເກັບກໍາຂໍ້ມູນທາງດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສ່ວຍສາອາກອນປະຈໍາເມືອງທີ່ເຫັນວ່າມີເງື່ອນໄຂ, ກໍານົດຈຸດສຸມຫັນບຸກຄະລາກອນຂອງຂະແໜງສ່ວຍສາອາກອນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງກວດກາເຂັ້ມງວດໃນການນໍາເຂົ້າສິນຄ້າຕ່າງໆ, ການຈໍາໜ່າຍຂອງບັນດາປໍ້ານໍ້າມັນເຊື້ອໄຟຍ່ອຍ, ສືບຕໍ່ຕັ້ງຜັນຂະຫຍາຍກົດໝາຍຢູ່ຂົງເຂດສ່ວຍສາອາກອນທັງ 4 ສະບັບ ດ້ວຍຫຼາຍຊ່ອງທາງ, ຫັນເອົາຫົວໜ່ວຍທຸລະກິດທີ່ແຂວງຄຸ້ມຄອງເຂົ້າໃນລະບົບ ແທັກລິດ ໃຫ້ສໍາເລັດ 80 – 90%, ຊຸກຍູ້ການຊໍາລະຄ່າທໍານຽມທາງໃຫ້ເປັນຂະບວນແຕ່ຫົວທີ ແລະ ບັນຫາອື່ນໆ.

ນອກນັ້ນ, ຍັງໄດ້ສຸມໃສ່ມາດຕະການໃນການຈັດຕັ້ງປະຕິບັດບັນດາຂະແໜງການອ້ອມຂ້າງຂອງສ່ວຍສາອາກອນປະຈໍາແຂວງ, ສ່ວຍສາອາກອນປະຈຳເມືອງ, ເປັນເຈົ້າການຜັນຂະຫຍາຍດ້ວຍການຫັນເປັນແຜນງານຈຸດສຸມລະອຽດຕາມຂົງເຂດຕົນຮັບຜິດຊອບຈັດບຸລິມະສິດຄັກແນ່ ແລະ ມອບໝາຍຄວາມຮັບຜິດຊອບຢ່າງຂາດຕົວ, ໄດ້ປະສານກັບຂະແໜງການກ່ຽວຂ້ອງຂັ້ນຕ່າງໆ.

ແຫຼ່ງຂ່າວ: ກະຊວງການເງິນ