ຕ້ອງພັດທະນາແຮງງານລາວໃຫ້ມີສີມື ແລະ ທັກສະ ຮອງຮັບການພັດທະນາໃນອະນາຄົດ

113

ການລະບາດຂອງໂຄວິດ – 19 ໄດ້ສ້າງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ເສດຖະກິດ – ສັງຄົມຂອງ ສປປ ລາວ. ດັ່ງນັ້ນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ( ສຄສຊ ) ຈຶ່ງໄດ້ຄົ້ນຄວ້າຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະບາງມາດຕະການສຳລັບໄລຍະສັ້ນ, ກາງ ແລະ ຍາວ. ໃນນັ້ນ, ຂໍ້ສະເໜີຕໍ່ດ້ານແຮງງານຄວນສ້າງ ແລະ ພັດທະນາແຮງງານລາວໃຫ້ມີສີມື ແລະ ທັກສະທີ່ຈໍາເປັນສໍາລັບການຫັນປ່ຽນຈາກອຸດສາຫະກໍາປຸງແຕ່ງທີ່ເຂັ້ມແຮງງານ ໄປສູ່ອຸດສາຫະກໍາທີ່ເຂັ້ມທຶນ ແລະ ໃຊ້ເຕັກໂນໂລຊີສູງຮອງຮັບການພັດທະນາໃນອະນາຄົດ.

ອີງຕາມບົດລາຍງານຄົ້ນຄວ້າການແຜ່ລະບາດຂອງພະຍາດ ໂຄວິດ – 19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະບາງມາດຕະການສຳລັບໄລຍະສັ້ນ, ກາງ ແລະ ຍາວ ປະຈຳເດືອນເມສາ 2020 ຂອງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ( ສຄສຊ ) ສະບັບເລກທີ 005/ສຄສຊ ລົງວັນທີ 19 ເມສາ 2020 ໄດ້ມີຂໍ້ສະເໜີມາດຕະການຮັບມືກັບຜົນກະທົບທາງດ້ານເສດຖະກິດໃນໄລຍະສັ້ນ, ກາງ ແລະ ຍາວ ເຊິ່ງກ່ອນໜ້ານີ້ໜັງສືພິມພວກເຮົາໄດ້ນຳສະເໜີມາດຕະການທາງດ້ານເສດຖະກິດມະຫາພາກ, ດ້ານການລົງທຶນ ແລະ ການຜະລິດ ແລະ ດ້ານການຄ້າແລ້ວ. ດັ່ງນັ້ນ, ໃນສະບັບນີ້ແມ່ນຈະໄດ້ສືບຕໍ່ສະເໜີມາດຕະການດ້ານແຮງງານ ແລະ ດ້ານເຕັກໂນໂລຊີ ແລະ ໂທລະຄົມມະນາຄົມ, ໃນນີ້ ດ້ານແຮງງານ ຄື:

1 ປະເມີນ, ສ້າງຄວາມເຂັ້ມແຂງ ແລະ ສ້າງຄວາມພ້ອມໃຫ້ແກ່ລະບົບສະຫວັດດີການສັງຄົມ ໂດຍສະເພາະການຄຸ້ມຄອງ ແລະ ນໍາໃຊ້ກອງທຶນປະກັນສັງຄົມ ເພື່ອເປັນເຄື່ອງມືດ້ານນະໂຍບາຍໃນການຮັບມື ແລະ ຫຼຸດຜ່ອນຜົນກະທົບຈາກເຫດການທີ່ບໍ່ຄາດຄິດ ເຊັ່ນ: ການແຜ່ລະບາດຂອງພະຍາດ, ຜົນກະທົບຈາກໄພທໍາມະຊາດ ແລະ ວິກິດການເສດຖະກິດທີ່ອາດເກີດຂຶ້ນອີກໃນຕໍ່ໜ້າ ໂດຍສະເພາະຄົວເຮືອນ ຫຼື ແຮງງານທີ່ໄດ້ຮັບຜົນກະທົບໃນໄລຍະວິກິດການ ເຊິ່ງອາດເຮັດໃຫ້ເຂົາເຈົ້າກັບກາຍມາເປັນຄົນທຸກ, ກໍລະນີພະຍາດໂຄວິດ – 19, ຄາດວ່າຈະມີແຮງງານເປັນຈໍານວນຫຼາຍທີ່ຈະໄດ້ຮັບຜົນກະທົບ ໂດຍສະເພາະທຸລະກິດໂຮງແຮມ ແລະ ຮ້ານອາຫານທີ່ມີແຮງງານເຮັດວຽກຢູ່ຫຼາຍກວ່າ 80.000 ຄົນ ເຊິ່ງບໍ່ລວມແຮງງານທີ່ກັບມາແຕ່ປະເທດໄທ ແລະ ແຮງງານໃນທຸລະກິດອື່ນໆທີ່ອາດໄດ້ຮັບຜົນກະທົບ.

2 ສ້າງ ແລະ ພັດທະນາແຮງງານລາວໃຫ້ມີສີມື ແລະ ທັກສະທີ່ຈໍາເປັນ ສໍາລັບການຫັນປ່ຽນຈາກອຸດສາຫະກໍາປຸງແຕ່ງທີ່ເຂັ້ມແຮງງານ ໄປສູ່ອຸດສາຫະກໍາທີ່ເຂັ້ມທຶນ ແລະ ໃຊ້ເຕັກໂນໂລຊີສູງ ຮອງຮັບການພັດທະນາໃນອະນາຄົດ. ປັດຈຸບັນແຮງງານລາວທີ່ເຮັດວຽກໃນອຸດສາຫະກໍາຜະລິດສ່ວນໃຫຍ່ເປັນແຮງງານທີ່ມີສີມືຕ່ຳ ( ການສຶກສາລະດັບສາມັນ ) ກວມປະມານ 88% ຂອງແຮງງານທັງໝົດໃນຂະແໜງອຸດສາຫະກໍາ.

ຂ່າວ: ສົມລົດ