ອຸຕຸເຕືອນ! ເລີ່ມມື້ນີ້ ຫາ 20 ພຶດສະພາ ກຽມຮັບມືພາຍຸລະດູຮ້ອນອີກຄັ້ງ

329

ກົມອຸຕຸເຕືອນໃນໄລຍະວັນທີ 18 ຫາ 20 ພຶດສະພາ 2020 ຂະບວນລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງ ເພີ່ມຂຶ້ນພັດປົກຄຸມຢູ່ພາກເຫນືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ, ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ຫມາກເຫັບຕົກ ແລະ ລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກ.

ອີງຕາມ ບົດລາຍງານສະພາບອາກາດ ໃນໄລຍະວັນທີ 11 ຫາ 17 ພຶດສະພາ 2020 ແລະ ຄາດຄະເນສະພາບອາກາດ ແຕ່ວັນທີ 18 ຫາ 24 ພຶດສະພາ 2020 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງສັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ສະບັບເລກທີ 0550/ກອຕທ, ລົງວັນທີ 18 ພຶດສະພາ 2020 ໃນນີ້: ຄາດຄະເນສະພາບອາກາດ ໃນໄລຍະວັນທີ 18 ຫາ 24 ພຶດສະພາ 2020:

ໃນໄລຍະວັນທີ 18 ຫາ 20 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຍັງຈະມີກໍາລັງປານກາງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ທີ່ຈະເພີ່ມກໍາລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມ ແລະ ຈະເກີດມີພາຍຸຫມຸນເຂດຮ້ອນ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກຫນັກ, ຟ້າຜ່າ ແລະ ຫມາກເຫັບຕົກພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເຫນືອດ້ານຕາເວັນຕົກ ລົງຫາພາກກາງ ແລະ ພາກໃຕ້.

ຈາກນັ້ນວັນທີ 21 ຫາ 24 ພຶດສະພາ 2020 ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນເອົ້າຈະເພີ່ມກໍາລັງແຮງຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນເອົ້າຂຶ້ນຕື່ມ ແລະ ຍັງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ນອກຈາກນີ້, ເນື່ອງຈາກວ່າໃນໄລຍະວັນທີ 18 ຫາ 20 ພຶດສະພາ 2020 ຂະບວນລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງ ເພີ່ມຂຶ້ນພັດປົກຄຸມຢູ່ພາກເຫນືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ຂອງປະເທດລາວ, ເຊິ່ງຈະເຮັດໃຫ້ເກີດມີພາຍຸລະດູຮ້ອນໃນລັກສະນະຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ, ຫມາກເຫັບຕົກ ແລະ ລົມພັດແຮງ ຢູ່ຕາມບາງທ້ອງຖິ່ນໃນແຕ່ລະພາກ ໃນໄລຍະທ້າຍຕອນບ່າຍຫາກາງຄືນ, ເຊິ່ງຈະເຮັດໃຫ້ມີຟ້າຜ່າ, ມີລົມພັດແຮງ, ຕົ້ນໄມ້ໃຫຍ່ ແລະ ເສົາໄຟຟ້າຫັກລົ້ມ, ເຮືອນ-ຕຶກ ອາຄານເປ່ເພ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນໃຫ້ຫຼີກລ່ຽງຢູ່ບ່ອນເປີດແປນ, ພ້ອມມີສະຕິລະມັດລະວັງຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້.