ເຄັດລັບທີ່ສູ່ຄວາມສໍາເລັດຂອງ ດີ້ ສາວລາວ ບໍ່ເຄີຍຢຸດຊ້ອມ-ກຽມພ້ອມຢູ່ສະເໝີ

205

ເຖິງວ່ານັບຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ ວົງການກີລາທົ່ວໂລກຕ້ອງຢຸດສະງັກ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງ ໂຄວິດ-19. ຢ່າງໃດກໍຕາມ ນັກກີລາສ່ວນຫຼາຍກໍຍັງຊ້ອມເບົາ ເພື່ອກຽມພ້ອມຈະກັບມາແຂ່ງຂັນອີກຄັ້ງ ຫຼັງສະຖານະການກັບມາເປັນປົກກະຕິ ເຊັ່ນດຽວກັບ ນາງ ດາວມະຍຸລີ ຈັນທິລາດ ຫຼື ດີ້ ສາວລາວ ນັກມວຍຍິງລາວ ທີ່ສ້າງປະຫວັດສາດຄວ້າແຊັມມວຍໂທໂລກ ໃນປີທີ່ຜ່ານມາ ນັ້ນແມ່ນບໍ່ເຄີຍຢຸດຊ້ອມ.

ດີ້ ສາວລາວ ອັບເດດຊີວິດປະຈໍາວັນໃນໃນທ້າຍອາທິດທີ່ຜ່ານມາວ່າ: ກ່ອນທີ່ ໂຄວິດ-19 ຈະແຜ່ລາມນັ້ໜ ນ້ອງກໍໄດ້ຝຶກຊ້ອມມວຍສາກົນ, ມວຍຄິກບ໋ອກຊິງ, ມວຍລາວ, ຄາຣາເຕໂດ ແລະ ຢູໂດ ຕາມປົກກະຕິ ແຕ່ຖ້າວ່າມີລາຍກາຍແຂ່ງນ້ອງຈະເນັ້ນຊ້ອມສະເພາະກີລາດ່ຽວທີ່ຈະແຂ່ງ ຈົນເຂົ້າສູ່ໄລຍະທີ່ໂຄວິດ-19 ລະບາດໜັກ ນ້ອງກໍສືບຕໍ່ຊ້ອມຢ່າງຕໍ່ເນື່ອງຢູ່ຄ້າຍ ຟາຊາຢິມ ກໍຄືໃນເຮືອນນັ້ນເອງ,

“ ປັດຈຸບັນນີ້ນ້ອງກະຊ້ອມຢູ່ຄ້າຍມວຍບໍ່ຂາດຢູ່ແລ້ວ ເພາະວ່ານ້ອງຢູ່ຄ້າຍມວຍ ສ່ວນໃຫ່ຍຈະຊ້ອມເບົາໆບໍ່ຝຶກໜັກຫຼາຍ ເພາະວ່າບໍ່ມີລາຍການ, ແຕ່ຈະເນັ້ນເທັກນິກ ແລະ ຟິດເນັສ, ແຕ່ຕາຕະລາງຈະຊ້ອມຕອນເຊົ້າ ແລະ ຕອນແລງຄືເກົ່າ ວັນຈັນ – ສຸກ, ສ່ວນວັນເສົາ-ອາທິດ ພັກຜ່ອນ ສຳລັບອານາຄົດຍັງບໍ່ແນ່ໃຈເທືີ່ອ ເພາະວ່າສ່ວນໃຫ່ຍເຮົາອອກໄປແຂ່ງຂັນຢູ່ປະເທດໄທ ຫຼາຍກວ່າເຊິ່ງຕ້ອງຖ້າເບິ່ງຄວາມຈິ່ງວ່າຈະເປັນແນວໃດ ແຕ່ນ້ອງກໍຝຶກຊ້ອມເພື່ອໃຫ້ພ້ອມຢູ່ສະໝີ ຖ້າມີໂອກາດແຂ່ງຢູ່ໄທ ຫຼື ຢູ່ລາວ ນ້ອງກໍຕຽມພ້ອມຢູ່ສະເໝີ, ສ່ວນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ຄັ້ງນີ້ ນ້ອງຈະເຂົ້າຮ່ວມການແຂ່ງຂັນເປັນຄັ້ງທໍາອິດໃນລາຍການນີ້ ໂດຍຈະລົງແຂ່ງຂັນມວຍສາກົນ ຮຸ່ນ 51 ກິໂລກຣາມ ” ດີ້ ສາວລາວ ກ່າວ.

ດີ້ ສາວລາວ ກ່າວອີກວ່າ: ເສັ້ນທາງການເປັນນັກນັກມວຍຂອງນ້ອງ ເລີ່ມຈາກຄວາມຄິດທີ່ບໍ່ມັກກີລາແບບຕໍ່ສູ້້ ເພາະຢ້ານການກະທົບແລະໄດ້ຮັບບາດເຈັບທີ່ສຸດ, ແຕ່ເຫດຜົນທີ່ຫັນມາຫຼິ້ນກີລາແມ່ນຕອນສະໄໝຍັງຮຽນມັດທະຍົມຢູ່ນັ້ນແມ່ນຕິດໂທລະສັບຢ່າງໜັກແລະຄອບຄົວເຫັນວ່າຕົວເອງເປັນເດັກນ້ອຍ ແລະ ບໍ່ມີເປົ້າໝາຍໃນຊີວິດ ກ່ອນທີ່ອາຈານຊາຟາ ເຊິ່ງເປັນທັງອ້າຍເຂີຍ ແລະ ຄູຝືກ ຫຼັງຈາກທີ່ໄດ້ແຕ່ງງານກັບເອື້ອຍຂອງດີ້ສາວລາວ ກ່ອນໄດ້ໄປປຶກສາກັບພໍ່ແມ່ ເພື່ອເອົານ້ອງມາຝຶກຊ້ອມສີລະປະການປ້ອງກັນຕົວກໍ່ຄືມວຍຄິກບ໊ອກຊິ້ງ ( Kickboxing ) ແລະ ກໍໄດ້ເລີ່ມຝຶກຊ້ອມມາຕັ້ງແຕ່ປີ 2013 ຈົນກາຍເປັນຈຸດປ່ຽນຂອງຊີວິດເພາະມັນມີຄວາມມ່ວນ, ໄດ້ປະສົບການ, ຄວາມຮູ້ສັງຄົມກີລາ ແລະ ໄດ້ຮູ້ວ່າການແຂ່ງຂັນມວຍບໍ່ໄດ້ໂຫດຮ້າຍຢ່າງທີ່ຄິດ ລວມເຖິງໄດ້ເຫັນເຖິງເປົ້າໝາຍໃນຊີວິດຂອງຕົວເອງ.

ສໍາລັບ ດາວມະຍຸລີ ຈັນທິລາດ ເກີດເມື່ອວັນທີ 19 ພະຈິກ 1998 ທີ່ບ້ານທ່າແຂກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນນັກມວຍທີ່ຫຼາຍໆຄົນຮູ້ຈັກຈາກຫຼາກຫຼາຍວົງການເປັນຕົ້ນແມ່ນຫຼິ້ນທັງ ເທຄວັນໂດ, ຄາຣາເຕໂດ, ມວຍລາວ, ມວຍສາກົນ ແລະ ມວຍປໍ້າ ເປັນຕົ້ນໂດຍເລີ່ມເປັນທີ່ຮູ້ຈັກເມື່ອປີ 2013 ການຂຶ້ນແຂ່ງຂັນເປັນຕົ້ນແມ່ນ ມວຍສາກົນ, ເທຄວັນໂດ ແລະ ຄາຣາເຕ ເຂົ້າຮ່ວມແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະໃນປີ 2017 ມະຍຸລີ ກາຍເປັນນັກມວຍຍິງລາວຄົນທໍາອິດ ທີ່ເຂົ້າຮ່ວມແຂ່ງຂັນມວຍສາກົນຍິງ ໃນລາຍການຊີງແຊັມອາຊີ ທີ່ໂຮຈິມິນປະເທດຫວຽດນາມ ແລະ ຍັງການເປັນນັກມວຍສາກົນຍິງລາວຄົນທໍາອິດທີ່ໄດ້ເຂົ້າຮ່ວມການແຂງຂັນໃນເອຊຽນເກມ 2018 ທີ່ປະເທດສິງກະໂປທີ່ເສຍໃຫ້ Lin Yu-ting ຈາກໄຕຫວັນໃນຮອບ 16 ຄົນສຸດທ້າຍ.

ສ່ວນຜົນງານທີ່ຍິ່ງໃຫຍ່ທີ່ສຸດເກີດຂຶ້ນໃນປີທີ່ຜ່ານມາ ດ້ວຍການສ້າງປະຫວັດສາດເອົາຊະນະນັກມວຍຈາກແມັກຊິໂກ ໄປສະບາຍໃນຍົກທີ 2 ຄວ້າສາຍແອວແຊັມໂລກ ລາຍການຊີງແຊັມມວຍໄທໂລກ ຄັ້ງທີ 2 (The 2nd Pro-Am World Championship ) ທີ່ນະຄອນຣາຊະສີມາ ປະເທດໄທ ເມື່ອວັນທີ 15 ມີນາ 2019 ຄວ້າສາວແອວແຊັມລະດັບໂລກໄປຄອງຢ່າງຍິ່ງໃຫຍ່.

ຂະນະທີ່ ຜົນງານໃນປີນີ້ 2020 ຊະນະ 2 ໄຟທ໌ລວດຄື ໃນວັນທີ 10 ມັງກອນ 2020 ທີ່ສະໜາມມວຍ Loikroh Boxing Stadium ທີ່ຊຽງໃໝ່ ປະເທດໄທ ເອົາຊະນະນ໊ອກ ນັກມວຍຈາກໄທ ດ້ວຍເວລາບໍ່ຮອດ 2 ນາທີ ແລະ ໄຟທ໌ຫຼ້າສຸດ ສາມາດເອົາຊະນະຄະແນນ ຄຣີມ ສາຣາຢາ ນັກມວຍຈາກໄທ ໃນລາຍການ Rock the Night with REAL FIGHT ທີ່ Asiatique The Riverfront ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 29 ມັງກອນ 2020.
(ຄໍາສອນ)