ຄືດັ່ງທີ່ທຸກຄົນຮູ້ກັນດີ ແລ້ວວ່າລູກຫຼານຄືຄວາມຫວັງຂອງພໍ່ແມ່ຜູ້ປົກຄອງ, ເປັນອະນາຄົດຂອງປະເທດຊາດບ້ານເມືອງ, ສຸຂະພາບຂອງລູກຫຼານຕ້ອງຮັກສາໃຫ້ດີທີ່ສຸດ ເພາະໂດຍສ່ວນໃຫຍ່ແລ້ວເຂົາເຈົ້າຍັງຢູ່ໃນກຸ່ມທີ່ຕ້ອງໄດ້ຮັບຄຳແນະນຳຢ່າງໃກ້ຊິດຈາກຜູ້ປົກຄອງ ແລະຄູອາຈານ ເຊິ່ງການກັບມາເປີດລະບົບການຮຽນ-ການສອນຄືນໃໝ່ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ທີ່ຍັງລະບາດຢູ່ຫຼາຍປະເທດ ແລະ ລາວເຮົາກໍ່ມີຄວາມສ່ຽງສູງ ເມື່ອລູກຫຼານຈະກັບສູ່ຫ້ອງຮຽນຕ້ອງໃຫ້ມີອຸປະກອນການປ້ອງກັນຮອບດ້ານລວມທັງອາຫານການກິນ ລາຍລະອຽດ ກະຊວງສຶກສາທິການ ແລະ ກິລາໄດ້ມີຄຳແນະນຳອອກມາແລ້ວ.

ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດບັນດາມາດຕາການໃນການອະນຸຍາດການເປີດຮຽນຄືນໃຫມ່ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ກະຊວງສຶກສາທິການ ແລະ ກິລາ ໄດ້ອອກຄຳແນະນຳ ເລກທີ 466/ສສກ ລົງວັນທີ 17 ພຶດສະພາ 2020 ກ່ຽວກັບ ມາດຕະການເປີດຮຽນຄືນໃນສະຖານການສຶກສາ ແລະ ສະຖານທີ່ອອກກໍາລັງກາຍ, ກິລາກາງແຈ້ງ ແລະ ກິລາໃນຮົ່ມ ເພື່ອຮັບປະກັນການປ້ອງກັນ, ຄວບຄຸມ ແລະ ເຝົ້າລະວັງການລະບາດຂອງພະຍາດ ໂຄວິດ-19 ດັ່ງນີ້:
1 ມາດຕະການສໍາລັບເປີດຮຽນຄືນໃນສະຖານການສຶກສາ

1) ສະຖານການສຶກສາທີ່ຈະເປີດຮຽນຄືນໃຫ້ມີການຂ້າເຊື້ອ ແລະ ເຮັດອະນາໄມ ໂດຍສະເພາະສະຖານການສຶກສາທີ່ຖືກໃຊ້ເປັນສູນຈໍາກັດບໍລິເວນແຮງງານຈາກຕ່າງປະເທດ;
2) ໃຫ້ຜູ້ບໍລິຫານສະຖານການສຶກສາ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາທຸກຄົນໃສ່ຜ້າອັດປາກອັດດັງ ໃນເວລາເດີນທາງໄປໂຮງຮຽນ, ຢູ່ໂຮງຮຽນ ແລະ ຫຼັງເລີກຮຽນ ລວມທັງພໍ່ແມ່ຜູ້ປົກຄອງທີ່ມາ ສົ່ງ-ມາຮັບ ລູກຫຼານຂອງຕົນ; ສະເຫນີໃຫ້ພໍ່ແມ່-ຜູ້ປົກຄອງ ມີສ່ວນຮ່ວມໃນການເຮັດຜ້າອັດປາກ-ດັງຈາກແພທີສະອາດໃຫ້ລູກຫຼານຂອງຕົນໃນຈໍານວນທີ່ເຫມາະສົມ;

3) ຖ້າຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໄອ ຫຼື ຈາມ ແມ່ນໃຫ້ໃຊ້ເຈັ້ຍຕິດຊູອັດປາກ ແລະ ດັງ ຫຼື ໃຊ້ແຂນສອກອັດ ຫຼັງຈາກນັ້ນໃຫ້ລ້າງມື, ຖ້າຫາກນໍາໃຊ້ຜ້າອັດປາກ-ດັງ ທີ່ເຮັດດ້ວຍແພ ແມ່ນໃຫ້ຊັກທຸກ ມື້ດ້ວຍສະບູ ແລະ ນ້ໍາຮ້ອນທີ່ມີອຸນຫະພູມ 60 ອົງສາເຊຂຶ້ນໄປ. ຖ້າໃຊ້ຜ້າອັດປາກ-ດັງ ທີ່ມີຂາຍຢູ່ຮ້ານຂາຍຢາ ແມ່ນໃຫ້ປ່ຽນທຸກມື້ ຫຼື ປ່ຽນເມື່ອມີການສີກຂາດ ຫຼື ເປື້ອນ;
4) ໃຫ້ພໍ່ແມ່-ຜູ້ປົກຄອງ ກວດອຸນຫະພູມຂອງລູກຫຼານທຸກເຊົ້າກ່ອນທີ່ຈະມາໂຮງຮຽນ ຖ້າອຸນຫະພູມ 37,5 ອົງສາເຊ ຫຼື ສູງກວ່າແມ່ນໃຫ້ຢູ່ເຮືອນ ແລະ ນໍາໄປພົບແພດຫມໍ;
5) ກວດອຸນຫະພູມທຸກຄົນກ່ອນຈະເຂົ້າໂຮງຮຽນ ຖ້າມີອຸນຫະພູມ 37,5 ອົງສາເຊ ຫຼື ສູງກວ່ານັ້ນແມ່ນບໍ່ໃຫ້ເຂົ້າ, ນໍາໄປພົບທ່ານຫມໍ ແລະ ໂທປຶກສາເບີສາຍດ່ວນຂອງຄະນະສະເພາະກິດແຫ່ງຊາດ 165 ຫຼື 166;

6) ຈັດຫາບ່ອນລ້າງມື ພ້ອມສະບູໃນສະຖານການສຶກສາກ່ອນການເປີດຮຽນຄືນໃຫມ່, ສໍາລັບໂຮງຮຽນທີ່ບໍ່ມີນ້ໍາປະປາ, ນ້ໍາລິນ ຫຼື ນ້ໍາບາດານ ໃຫ້ຜູ້ປົກຄອງ ແລະ ພໍ່ແມ່ນັກຮຽນ ຊ່ວຍກະກຽມ ແລະ ແນະນໍາລູກຫຼານ ເອົານ້ໍາສະອາດໃສ່ກະຕຸກນ້ໍາດື່ມ ແລະ ແພເຊັດມືໄປໂຮງຮຽນນໍາ;
7) ຈັດບ່ອນນັ່ງໃຫ້ນັກຮຽນນັ່ງຫ່າງກັນຕາມຄວາມເຫມາະສົມ ແຕ່ບໍ່ໃຫ້ຫຼຸດ 1 ແມັດ; ຖ້າຈໍານວນນັກຮຽນຖືກຈັດແລ້ວເກີນຫນຶ່ງຫ້ອງຮຽນ ແມ່ນໃຫ້ຈັດເປັນສອງ ຫຼື ຫຼາຍຫ້ອງ;

8) ຫ້ອງຮຽນໃຫ້ເປີດອາກາດໃຫ້ຖ່າຍເທ ຖ້າຫ້ອງຮຽນໃຊ້ແອແມ່ນໃຫ້ມີການສ້າງກອງອາກາດເລື້ອຍໆ;
9) ຈັດຫາຫ້ອງສະເພາະໃຫ້ຄູ ແລະ ນັກຮຽນທີ່ມີອາການໄຂ້ ຫຼື ບໍ່ສະບາຍ, ຖ້າຫາກມີຜູ້ບໍ່ສະບາຍໃຫ້ແຍກຜູ້ກ່ຽວອອກຈາກນັກຮຽນ ຫຼື ພະນັກງານປົກກະຕິ ກ່ອນທີ່ຈະນໍາສົ່ງຫາແພດຫມໍ;
10) ຖ້າຈໍາເປັນ, ຈັດເວລາພັກຜ່ອນກາງໂມງ ແລະ ເວລາເລີກຂອງແຕ່ລະຫ້ອງບໍ່ໃຫ້ກົງກັນ ເພື່ອຫຼຸດຜ່ອນຄວາມແອອັດຂອງນັກຮຽນ;

11) ຂໍຄໍາແນະນໍາກັບຄະນະສະເພາະກິດແຕ່ລະຂັ້ນເພື່ອໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ໂຄວິດ-19 ແລະຄໍາແນະນໍາແກ່ຜູ້ບໍລິຫານ, ຄູ-ອາຈານໃນການໃຊ້ເຄື່ອງມື, ການປະຕິບັດຕໍ່ຄູອາຈານ ແລະ ນັກຮຽນໃນເວລາເປັນໄຂ້ ຫຼື ບໍ່ສະບາຍ;
12) ສືບຕໍ່ເຮັດການໂຄສະນາໃຫ້ສຸຂະສຶກສາກ່ຽວກັບການປ້ອງກັນໂຄວິດ-19 ໃຫ້ແກ່ຄູ ແລະ ນັກຮຽນ.