ວິທີປ້ອງກັນຜິວໜ້າຈາກແສງແດດ

83

ບັນຫາຜິວດຳຄໍ້າສາເຫດຫຼັກອີກໜຶ່ງປະການທີ່ເຮັດໃຫ້ເກີດບັນຫາເຫຼົ່ານີ້ ເພາະຢູ່ບ້ານເຮົາອາກາດຮ້ອນອົບເອົ້າ ການອອກໄປໃສມາໃສທີ່ຕ້ອງພົບກັບແສງແດດໃນແຕ່ລະມື້ ຈຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ຜິວເຮົາເສຍ ແລະ ອ່ອນແອລົງ, ເປັນໂຕການໃຫຍ່ທີ່ຈະທຳລາຍຜິວຂາວນຽນໃສຂອງສາວໆ ກາຍເປັນຜິວໜ້າໝອງຄ້ຳບໍ່ສະໝ່ຳສະເໝີ, ເກີດຮອຍດ່າງດຳ, ຝ້າ, ຕາມມາ ແລະ ຍັງເປັນອັນຕະລາຍເຖິງຂັ້ນເປັນມະເຮັງຜິວໜັງເລີຍກໍມີ. ແຕ່ວ່າສາວໆຢ່າຟ້າວກັງວົນ ເພາະມື້ນີ້ພວກເຮົາໄດ້ນຳເອົາວິທີປ້ອງກັນ ແລະ ຫຼີກລຽງຜິວຈາກແສງແດດທີ່ຄວນປະຕິບັດທຸກມື້ມາຝາກ.

1 ເລືອກໄລຍະເວລາ: ພະຍາຍາມຫຼີກລຽງການປະເຊີນກັບແສງແດດໃນໄລຍະ 10:00 – 15:00 ໂມງ ເພາະແດດຈະແຮງທີ່ສຸດໃນໄລຍະນີ້, ຖ້າຫາກຈໍາເປັນຕ້ອງອອກໃນໄລຍະນັ້ນໃຫ້ໃສ່ເສື້ອແຂນຍາວ, ກັ້ງຄັນຮົ່ມ, ໃສ່ໝວກ, ໃສ່ແວ່ນຕາກັນແດດ ແລະ ທາຄຣີມກັນແດດ.

2 ກິນອາຫານບຳລຸງຜິວ: ຜິວທີ່ງາມບໍ່ໄດ້ຂຶ້ນຢູ່ກັບຄຣີມທີ່ເຮົາໃຊ້, ແຕ່ລວມເຖິງການກິນອາຫານນຳ ຖ້າເຮົາກິນແຕ່ພວກໄຂມັນນ້ຳໜັກເຮົາກໍຈະເພີ່ມຂຶ້ນຜິວເຮົາກໍຄືກັນ, ຖ້າແຕ່ລະມື້ກິນແຕ່ອາຫານທີ່ທຳລາຍຜິວ ເຊັ່ນ: ຂອງຫວານ, ຊາ, ກາເຟ, ແອລກໍຮໍ ກໍອາດຈະເຮັດໃຫ້ຜິວເສຍໄດ້ ເຮົາຄວນກິນຜັກ, ໝາກໄມ້ທີ່ມີວິຕາມິນຫຼາຍໆ ເພື່ອບຳລຸງຜິວຫຍາບ ແລະ ເພີ່ມຄວາມຊຸມຊື່ນຈະຊ່ວຍບຳລຸງຜິວໃຫ້ສຸຂະພາບດີຈາກພາຍໃນສູ່ພາຍນອກ.

3 ລະຫວ່າງມື້ຄວນດື່ມ ນ້ຳຕະຫຼອດ: ເພື່ອບໍ່ໃຫ້ຮ່າງກາຍຂາດນ້ຳ ເພາະນ້ຳຈະນຳຂອງເສຍອອກຈາກຮ່າງກາຍ, ໃຫ້ຄວາມຊຸມຊື່ນກັບຜິວເຮັດໃຫ້ຜິວສົດໃສ, ຊ່ວຍໃຫ້ຜິວເຮົາບໍ່ແຫ້ງ ທີ່ສຳຄັນຍັງຊ່ວຍຄວບຄຸມຄວາມມັນຂອງຜິວໜ້າຂອງເຮົາໄດ້ອີກ.

4 ທາຄຣີມກັນແດດຊ້ຳ: ເມື່ອຕ້ອງອອກໄປພົບກັບແສງແດດເປັນເວລາດົນ ຄວນທາຄຣີມກັນແດດຊ້ຳທຸກໆ 2 – 3 ຊົ່ວໂມງ ຫຼື ຫຼັງການເຊັດເຫື່ອເຊັດໜ້າກໍຄວນທາຊໍ້າອີກ.

5 ທາຄຣີມກັນແດດ: ບໍ່ແມ່ນຈະທາຄຣີມກັນແດດຜິວກາຍຢ່າງດຽວ ຄຣີມກັນແດດໃບໜ້າກໍສຳຄັນຫຼາຍ, ຢູ່ໃນຮົ່ມບໍ່ແມ່ນວ່າເຮົາຈະປອດໄພ 100% ເຖິງແມ່ນວ່າແສງແດດຈະບໍ່ຖືກຕົວເຮົາ ແຕ່ລັງສີຢູວີກໍສາມາດສະທ້ອນເຂົ້າມາໃນຮົ່ມໄດ້ ເຮົາຈຶ່ງຕ້ອງຫາເກາະປ້ອງກັນຜິວໜ້າດ້ວຍຄຣີມກັນແດດ ທີ່ສາມາດຊ່ວຍປົກປ້ອງຜິວຈາກລັງສີໄດ້ຢ່າງເຕັມປະສິດທິພາບ ເພາະຜິວໜັງມີກົນໄກໃນການປ້ອງກັນແສງແດດໂດຍທຳມະຊາດຢູ່ແລ້ວ ເຮົາຈຶ່ງຈຳເປັນຕ້ອງໃຊ້ຄຣີມກັນແດດໃນທຸກມື້ຈະດີທີ່ສຸດ, ຢ່າສ່ຽງເອົາຜິວຂາວນຽນໄປສ່ຽງກັບແດດແລ້ວມາດູແລພາຍຫຼັງ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: cosmenet