ສູດນ້ຳແຈ່ວລູກຊີ້ນ

241

ສຳລັບສູດການເຮັດນ້ຳແຈ່ວລູກຊີ້ນ ກໍມີຫຼາຍຫຼາກຮູບແບບທີ່ແຕກຕ່າງກັນໄປ, ແຕ່ສຳລັບມື້ນີ້ເຮົາຈະມາແນະນຳອີກໜຶ່ງສູດມາຝາກທຸກທ່່ານ. ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດນຳກັນເລີຍງ່າຍໆ.

ສ່ວນປະສົມ:

1 ໝາກເຜັດໃຫຍ່ແຫ້ງ 100 – 200 ກຣາມ.

2 ຮາກຜັກຫອມປ້ອມ 1/2 ຖ້ວຍນ້ອຍ.

3 ກະທຽມ 2 ຫົວໃຫຍ່.

4 ໝາກເຜັດຜົງ 1 – 2 ບ່ວງແກງ.

5 ໝາກເຫຼ່ນໃຫຍ່ 7 – 8 ໜ່ວຍ.

6 ນ້ຳຕານ 1/2 ຖ້ວຍນ້ອຍ.

7 ນ້ຳສົ້ມສາຍຊູ 3 ບ່ວງແກງ.

8 ເກືອ 1 ບ່ວງກາເຟ.

9 ໝາກຂາມປຽກ 1 ບ່ວງແກງ.

ວິທີປຸງແຕ່ງ:

1.1 ກ່ອນອື່ນແມ່ນເອົາໝາກເຜັດໃຫຍ່ແຫ້ງມາແກະເອົາແກ່ນອອກ ແລ້ວນຳໄປແຊ່ນ້ຳໃຫ້ອ່ອນແລ້ວນຳມາບົດໃຫ້ລະອຽດ ( ສ່ວນນີ້ຈະບໍ່ເຜັດເພາະເອົາແກ່ນອອກແລ້ວ ) ສ່ວນໝາກເຫຼ່ນກໍຊອຍເປັນຕ່ອນນ້ອຍໆແລ້ວນຳໄປບົດເຊັ່ນກັນ.ຈາກນັ້ນ, ກໍເອົາຮາກຜັກຫອມປ້ອມ ແລະ ກະທຽມຕຳໃຫ້ລະອຽດກຽມໄວ້.

1.2 ຫຼັງຈາກນັ້ນ, ກໍເອົາສ່ວນປະສົມທີ່ເຮົາກຽມໄວ້ລົງໃສ່ໝໍ້ພ້ອມກັບນ້ຳຕານ ແລະ ໝາກເຜັດຜົງ, ຄ້າງໄຟປານກາງຄົນຕະຫຼອດຈົນຟົດແລ້ວຄ້ຽວຕໍ່ປະມານ 10 – 15 ນາທີ ສຸດທ້າຍຈຶ່ງເອົານໍ້າສົ້ມສາຍຊູ, ເກືອ ແລະ ໝາກຂາມປຽກລົງຕົ້ມຕໍ່ປະມານ 5 ນາທີ ເທົ່ານີ້ກໍຮຽບຮ້ອຍກຽມລາດ ຫຼື ຈໍ້າລູກຊີ້ນໄດ້ແລ້ວ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ: kapook