ມູນຄ່າເສດຖະກິດໂລກຫຼຸດລົງກວ່າ8ພັນຕື້ໂດລາໃນ2ປີຕໍ່ໜ້າ

87
Pedestrians wearing face masks as a precaution against the spread of the coronavirus disease (COVID-19), walk next to a sculpture of the world in a public park in Vina del Mar, Chile April 11, 2020. REUTERS/Rodrigo Garrido

ສປຊຄາດຄະເນວ່າເສດຖະກິດໂລກຈະຫົວຕົວ3,2%ໃນປີນີ້ຈາກຜົນກະທົບຂອງໂຄວິດ-19 ແລະ ມູນຄ່າເສດຖະກິດໂລກຈະຫຼຸດລົງເກືອບ8,5ພັນຕື້ໂດລາໃນໄລຍະ2ປີຕໍ່ໜ້າ.

ທັງນີ້ມູນຄ່າເສດຖະກິດໂລກທີ່ຕົກຕໍ່າລົງໄດ້ລຶບລ້າງການເພີ່ມຂຶ້ນຂອງມູນຄ່າເສດຖະກິດໃນໄລຍະ4ປີທີ່ຜ່ານມາ ແລະ ການຫຼຸດລົງໃນປີນີ້ມີຄວາມຮ້າຍແຮງທີ່ສຸດນັບຕັ້ງແຕ່ພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ໃນປີ1930.

ນອກຈາກນີ້,ຄາດຄະເນວ່າຈະມີປະຊາກອນໂລກຈໍານວນ34,3ລ້ານຄົນທີ່ມີຊີວິດການເປັນຢູ່ຕໍ່າກວ່າລະດັບເສັ້ນຄວາມທຸກຍາກໃນປີນີ້ໂດຍໄດ້ຮັບຜົນກະທົບຈາກພະຍາດລະບາດ.