ບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຊ່ວຍລະບົບວິດີໂອການປະຊຸມທາງໄກ ໃຫ້ນະຄອນຫຼວງວຽງຈັນ

151

ໃນວັນທີ 13 ພຶດສະພາ ປີ 2020 ນີ້ ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ( ລາວ ) ຈໍາກັດຜູ້ດຽວ ໄດ້ບໍລິຈາກລະບົບວິດີໂອການປະຊຸມທາງໄກ ໃຫ້ແກ່ນະຄອນຫຼວງວຽງຈັນ ເພື່ອສະໜັບສະໜູນໃນການຈັດກອງປະຊຸມທີ່ສຳຄັນໃນແຕ່ລະວຽກງານຕ່າງໆກັບແຕ່ລະອົງກອນ ໄປເຖິງຂັ້ນກະຊວງໃນສະພາບການພະຍາດລະບາດຄືແນວນີ້.

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ – ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ສະແດງຄວາມຂອບໃຈຕໍ່ ບໍລິສັດ ຫົວເຫວີຍ ປະຈຳລາວ ທີ່ມີສ່ວນຮ່ວມໃນການຕໍ່ສູ້ກັບພະຍາດລະບາດໃນຄັ້ງນີ້.

ທ່ານໄດ້ກ່າວອີກວ່າ: “ ເຕັກໂນໂລຊີ ICT ເປັນຊ່ອງທາງການຊ່ວຍເຫຼືອທີ່ດີໃນການປັບປຸງປະສິດທິພາບການເຮັດວຽກຂອງແຕ່ລະໜ່ວຍງານເທສະບານ ແລະ ລະບົບວິດີໂອການປະຊຸມທາງໄກນີ້ ແມ່ນຈະຖືກນໍາໃຊ້ສໍາລັບການປະຊຸມກັບຄະນະກຳມະການສູນກາງພັກ ແລະ ບັນດາກະຊວງໃນໄວໆນີ້ ”.