ສະມາຄົມທຸລະກິດເຄື່ອງເຢັນ ຈະປົກປ້ອງຜົນປະໂຫຍດຂອງຜູ້ຊົມໃຊ້ໃນລາວ

0
504

ສະມາຄົມທຸລະກິດເຄື່ອງເຢັນ ຈະສ້າງຄວາມເປັນເອກະພາບກັນໃນການກຳນົດລາຄາສິນຄ້າເຄື່ອງເຢັນ, ລາຄາຂາຍສົ່ງ, ລາຄາຂາຍພ້ອມຕິດຕັ້ງ, ມາດຕະຖານໃນການສ້ອມແປງ ແລະ ການບໍລິການໃນກຸ່ມອາຊີບເຄື່ອງເຢັນ ໃຫ້ເກີດມີຄວາມເປັນທຳ ແລະ ໂປ່ງໃສແກ່ລູກຄ້າ ແລະ ຜູ້ປະກອບທຸລະກິດເຄື່ອງເຢັນໃນລາວ.

ອີງຕາມການເປີດເຜີຍຂອງ ທ່ານ ເຂັມພອນ ຈັນທະວອນ ຜູ້ອຳນວຍການ ບໍລິສັດ ເຂັມພອນ ເຄື່ອງເຢັນ ທັງເປັນປະທານສະມາຄົມທຸລະກິດເຄື່ອງເຢັນ ໃຫ້ຮູ້ວ່າ: ສະມາຄົມທຸລະກິດເຄື່ອງເຢັນ ໄດ້ຮັບການອະນຸຍາດສ້າງຕັ້ງຂຶ້ນຢ່າງເປັນທາງການໃນຕົ້ນປີ 2020 ນີ້ ໃນເບື້ອງຕົ້ນສະມາຄົມພວກເຮົາມີສະມາຊິກທັງໝົດ 80 ກວ່າຄົນແລ້ວ ແລະ ຈະພະຍາຍາມຊຸກຍູ້ໃຫ້ຜູ້ປະກອບການເຄື່ອງເຢັນທົ່ວປະເທດໄດ້ເຂົ້າມາເປັນສະມາຊິກທັງໝົດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດສ່ວນລວມຮ່ວມກັນ.

ທ່ານ ເຂັມພອນ ຈັນທະວອນ ກ່າວຕື່ມວ່າ: ຈຸດປະສົງຂອງການສ້າງຕັ້ງສະມາຄົມທຸລະກິດເຄື່ອງເຢັນຂຶ້ນມາ ເພື່ອເຕົ້າໂຮມເອົາບັນດາຜູ້ດຳເນີນທຸລະກິດເຄື່ອງເຢັນໃນລາວ ທີ່ມີທະບຽນວິສາຫະກິດໃຫ້ປະຕິບັດການເສຍພັນທະໃຫ້ລັດຢ່າງຖືກຕ້ອງຕາມລະບຽບການ ແລະ ກົດໝາຍກຳນົດ ພ້ອມທັງເປັນສູນກາງໃນການແລກປ່ຽນຄວາມຮູ້, ປະສົບການດ້ານວິຊາຊີບ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງສະມາຊິກສະມາຄົມ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ປະກອບອາຊີບເຄື່ອງເຢັນໃນລາວ ໃຫ້ເກີດມີຄວາມເປັນທຳໃນຂອບເຂດແຕ່ລະສາຍອາຊີບຂອງຜູ້ປະກອບການທຸລະກິດເຄື່ອງເຢັນດ້ານຕ່າງໆ ໃຫ້ຖືກຕ້ອງຕາມລະບຽບການ.

ສ້າງຄວາມເປັນເອກະພາບກັນໃນການກຳນົດລາຄາສິນຄ້າເຄື່ອງເຢັນ, ລາຄາຂາຍສົ່ງ, ລາຄາຂາຍພ້ອມຕິດຕັ້ງ, ມາດຕະຖານໃນການສ້ອມແປງ ແລະ ການບໍລິການໃນກຸ່ມອາຊີບເຄື່ອງເຢັນ ໃຫ້ເກີດມີຄວາມເປັນທຳ ແລະ ໂປ່ງໃສແກ່ລູກຄ້າ ແລະ ຜູ້ປະກອບທຸລະກິດເຄື່ອງເຢັນໃນລາວ; ປົກປ້ອງຜູ້ຊົມໃຊ້ໃຫ້ໄດ້ນຳໃຊ້ເຄື່ອງເຢັນທີ່ມີຄຸນນະພາບສູງຂຶ້ນຕາມປະເພດ ແລະ ຍີ່ຫໍ້ຕ່າງໆທີ່ນຳເຂົ້າມາ ສປປ ລາວ ພ້ອມທັງນາຍຊ່າງເຄື່ອງເຢັນທີ່ມີເຕັກນິກດີ, ມີຄວາມຊຳນານ, ມີຄຸນສົມບັດດີ ແລະ ບໍລິການດີ. ພ້ອມທັງສົ່ງເສີມການພັດທະນາສີມື ແລະ ເຕັກນິກຂອງນາຍຊ່າງບໍລິການສ້ອມແປງເຄື່ອງຮັບຄວາມເຢັນ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ.

ປົກປ້ອງສິດປະໂຫຍດລວມຂອງຜູ້ປະກອບອາຊີບ ແລະ ຜູ້ດຳເນີນທຸລະກິດເຄື່ອງເຢັນທີ່ດຳເນີນການຖືກຕ້ອງຕາມລະບຽບ ແລະ ກົດໝາຍ ໃຫ້ສາມາດຢູ່ໄດ້ໝັ້ນຄົງທຸກຫ້າງຮ້ານໃນທົ່ວປະເທດ; ສະກັດກັ້ນການແຂ່ງຂັນທີ່ສວຍໂອກາດແຊກຊ້ອນເຂົ້າມາປະກອບທຸລະກິດຕາມລຳພັງ ທີ່ບໍ່ໄດ້ເສຍພັນທະອາກອນໃຫ້ລັດ ຫຼື ເຄື່ອນໄຫວລະເມີດກົດໝາຍ ເຊິ່ງພາໃຫ້ເກີດມີປາກົດການຫຍໍ້ທໍ້ ແລະ ພາບພົດທີ່ບໍ່ດີໃຫ້ກັບການປະກອບອາຊີບ ແລະ ທຸລະກິດເຄື່ອງເຢັນລາວ.

ໃນປັດຈຸບັນ ສປປ ລາວ ໄດ້ເກີດການລະບາດຂອງໂຄວິດ – 19. ດັ່ງນັ້ນ, ທາງສະມາຄົມເອງກໍໄດ້ປະກອບສ່ວນມອບເຄື່ອງຈັກຊັກຜ້າຈຳນວນ 2 ໜ່ວຍ ໃຫ້ແກ່ໂຮງໝໍມິດຕະພາບ ( 150 ຕຽງ ) ເພື່ອຮັບໃຊ້ເຂົ້າໃນວຽກສະກັດກັ້ນ, ຕ້ານພະຍາດໂຄວິດ – 19.

ທ່ານ ເຂັມພອນ ຈັນທະວອນ ຍັງມີຄຳເຫັນແນະນຳສຳລັບຜູ້ທີ່ຕ້ອງການຊື້ແອເຢັນໃນປັດຈຸບັນ ຄື: ລາຄາບໍ່ແພງ ( ແອລຸ້ນ Inverter ) ຕ້ອງເບິ່ງ BTU ວ່າເຕັມບໍ່, ເປັນແອທີ່ມີຍີ່ຫໍ້ ແລະ ສະຫຼຸບແລ້ວຕ້ອງຊື້ແອໃນລາຄາທີ່ປະຢັດ ( ບໍ່ແພງ ), ປະຢັດໄຟ, ງຽບ ແລະ ທົນທານ.

ໂດຍ: ສົມລົດ; ຮູບ: ສຸກສະຫວັນ

LEAVE A REPLY

Please enter your comment!
Please enter your name here