ອັດຕະປື ສອບເສັງເອົາລັດຖະກອນໃໝ່ ປະຈຳສົກປີ 2020

71

ວັນທີ 15 ພຶດສະພາ 2020 ຄະນະກຳມະການສອບເສັງຄັດເລືອກໂກຕາລັດຖະກອນຂັ້ນແຂວງອັດຕະປື ຈັດການສອບເສັງນັກສຶກສາຄັດເລືອກເຂົ້າເປັນພະນັກງານ – ລັດຖະກອນໃໝ່ ສັງກັດໃນ 8 ອົງການຈັດຕັ້ງ ສົກປີ 2020 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຕິດຕາມການສອບເສັງຂອງ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ພ້ອມດ້ວຍຄະນະກຳມະການສອບເສັງ ແລະ ນັກສອບເສັງເຂົ້າຮ່ວມ.

ການສອບເສັງຄັດເລືອກເອົາລັດຖະກອນ ເຂົ້າໃນ 8 ອົງການຈັດຕັ້ງຂອງສົກປີ 2020 ໃນຄັ້ງນີ້ ລວມມີນັກສຶກສາມີໜ້າສອບເສັງທັງໝົດ 33 ຄົນ ຍິງ 14 ຄົນ ຄັດເລືອກເອົາຕົວຈິງ 6 ຄົນ ໂດຍການສອບເສັງປະລາໄນ ມີລາຍວິຊາຫຼັກ 3 ພາກໃຫຍ່ ຄື: ພາກວິຊາການເມືອງ – ການປົກຄອງ, ພາກວິຊາວັດທະນະທຳ – ສັງຄົມ ແລະ ພາກວິຊາພົວພັນຕ່າງປະເທດ ເຊິ່ງນັກສອບເສັງທີ່ຜ່ານເຂົ້າໃນຮອບຕັດສິນ ແມ່ນຈະໄດ້ສັງກັດເຂົ້າຢູ່ໃນ 6 ອົງການຈັດຕັ້ງ ເຊັ່ນ: ໂຮງຮຽນການເມືອງ – ການປົກຄອງແຂວງ, ສະຫະພັນແມ່ຍິງແຂວງ, ຫ້ອງການຊາວໜຸ່ມແຂວງ, ອພບຕ ແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຄະນະຈັດຕັ້ງແຂວງ.

ໂອກາດດຽວກັນ ທ່ານ ພອນສະໄໝ ມຽງລາວັນ ຮອງເຈົ້າແຂວງ ໄດ້ຍົກໃຫ້ເຫັນວ່າ: ການສອບເສັງເທື່ອນີ້ແມ່ນໃຫ້ມີຄວາມເປັນລະບຽບ, ບໍລິສຸດ, ຍຸຕິທໍາ, ດໍາເນີນໄປດ້ວຍດີ ແລະ ມີປະສິດທິຜົນ, ສະກັດກັ້ນການກະທໍາຜິດຂອງນັກສອບເສັງ ແລະ ຄະນະກໍາມະການກໍາກັບການສອບເສັງ. ບັນດານ້ອງນັກສອບເສັງຈົ່ງກຽມພ້ອມທາງດ້ານຄວາມຮູ້, ປະຕິບັດໂມງເວລາຕາມຄໍາແນະນໍາຂອງຄະນະກໍາມະການກໍາກັບການສອບເສັງໃຫ້ຖືກຕ້ອງ, ຫຼັກການສອບເສັງຕ້ອງປະຕິບັດຕາມຫຼັກການສະເໝີພາບ, ເປີດເຜີຍ, ພາວະວິໄສ ແລະ ເປັນທຳ.

ໂດຍ: ຈັນສະໄໝ