ເຊັນສັນຍາການບໍລິການຮັບ – ສົ່ງສັນຍານໂທລະພາບຜ່ານດາວທຽມ

164

ພິທີເຊັນສັນຍາການບໍລິການຮັບ – ສົ່ງສັນຍານໂທລະພາບຜ່ານດາວທຽມ ລະຫວ່າງ ກົມ ໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ແລະ ບໍລິສັດ ດາວທຽມ ລາວເອເຊຍ – ປາຊີຟິກ ຈໍາກັດ ໄດ້ມີຂຶ້ນວັນທີ 15 ພຶດສະພາ 2020 ນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ; ມີ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໂທລະຄົມ, ມະນາຄົມ ແລະ ການສື່ສານ; ທ່ານ ສະຫວັນຄອນ       ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ທ່ານອຳນວຍການໃຫຍ່ ບໍລິສັດ ດາວທຽມ ລາວເອເຊຍ – ປາຊີຟິກ ຈໍາກັດ; ມີຄະນະນຳກົມໃຫຍ່ການເມືອງກອງທັບ, ພ້ອມດ້ວຍຄະນະກົມ, ຫ້ອງການ, ກົມກອງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ເພື່ອຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງສະພາບການວຽກງານໂຄສະນາສຶກສາອົບຮົມ ກໍຄືວຽກງານສື່ມວນຊົນໃນກອງທັບໃນໄລຍະໃໝ່, ແນໃສ່ປັບປຸງກໍ່ສ້າງກອງທັບໃຫ້ເຂັ້ມແຂງໃນທຸກໆດ້ານ, ເຮັດສຳເລັດໜ້າທີ່ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໃນຂົງເຂດວຽກງານສື່ມວນຊົນກໍຕ້ອງໄດ້ມີການພັດທະນາ ເຊິ່ງວິທະຍຸ – ໂທລະພາບກອງທັບ ເປັນຂະແໜງການໜຶ່ງທີ່ໄດ້ມີການປັບປຸງເພື່ອປະກອບສ່ວນຢ່າງຕັ້ງໜ້າ ໃນການໂຄສະນາແນວທາງແຜນນະໂຍບາຍຂອງພັກ – ລັດ, ໜ້າທີ່ຂອງກອງທັບ, ເຮັດໃຫ້ພະນັກງານ – ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າຮັບຮູ້ສະພາບການດ້ານຕ່າງໆທີ່ເກີດຂຶ້ນພາຍໃນ ແລະ ຕ່າງປະເທດ.

ນັບແຕ່ມື້ສ້າງຕັ້ງແຕ່ ປີ 1996 ເປັນຕົ້ນມາ ໂທລະພາບກອງທັບ ໄດ້ສ້າງລາຍການ ແລະ ໄດ້ກະຈາຍພາບນໍາສະຖານີໂທລະພາບແຫ່ງຊາດລາວ ຊ່ອງ 1, ຊ່ອງ 3, ລາວສະຕາຣ໌ ແລະ ສະຖານີໂທລະພາບ ປກສ ມື້ລະ 30 ນາທີ ແລະ ມາຮອດປັດຈຸບັນ ກອງທັບປະຊາຊົນລາວ ໄດ້ມີສະຖານີໂທລະພາບເປັນຂອງຕົນເອງແລ້ວ. ທັງນີ້, ກໍເພື່ອເຮັດໃຫ້ສັງຄົມໄດ້ຊົມໃຊ້, ຮູ້ເຫັນການເຄື່ອນໄຫວດ້ານຕ່າງໆຂອງກອງທັບ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ຖືກຕ້ອງວ່ອງໄວ ແລະ ກວ້າງ ຂວາງ.

ໃນພິທີເຊັນສັນຍາການບໍລິການຮັບ – ສົ່ງສັນຍານໂທລະພາບຜ່ານດາວທຽມດັ່ງກ່າວ ຈຶ່ງໄດ້ຈັດຂຶ້ນຢ່າງເປັນທາງການ ເຊິ່ງລົງລາຍເຊັນຕາງໜ້າກົມ  ໃຫຍ່ການເມືອງກອງທັບໂດຍ ທ່ານ ພົນຕີ ສອນທອງ ພົມມາວົງ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ຕາງໜ້າ ບໍລິສັດ ດາວທຽມ ລາວເອເຊຍ – ປາຊີຟິກ ຈຳກັດ ໂດຍ ທ່ານ ຕີ່ງ ຢ່ອງບີ່ງ ຜູ້ອໍານວຍການໃຫຍ່ ບໍລິສັດ ດາວທຽມ ລາວເອເຊຍ – ປາຊີຟິກ ຈໍາກັດ ໂດຍຊ້ອງໜ້າການນໍາກະຊວງປ້ອງກັນປະເທດ ແລະ ພະນັກງານທຸກພາກສ່ວນເຂົ້າຮ່ວມ.