17 ພຶດສະພາ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ເອົາໃຈໃສ່ປະຕິບັດແຈ້ງການ 580/ຫສນຍ ຢ່າງເຂັ້ມງວດ

106

ໃນວັນທີ 17 ພຶດສາພາ 2020 ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມ COVID-19ກະຊວງສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ມີພິທີຖະແຫຼງຂ່າວລາຍງານສະພາບການລະບາດຂອງໂຄວິດ-19 ໂດຍທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍມີ ສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ການເຝົ້າລະວັງ ແລະ ວິເຄາະ ໃນວັນທີ 16 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 138 ຄົນ (ຕົວຢ່າງໃໝ່ 27 ຄົນ, ສ່ວນ 111 ຄົນທີ່ຈຳກັດບໍລິເວນຢູ່ ໂຮງແຮມດອນຈັນພາເລດ ແມ່ນໄດ້ເກັບຕົວຢ່າງໃນຕອນຄ່ຳ ຂອງວັນທີ 15 ພຶດສະພາ 2020 ແລະ ມາກວດວິເຄາະ ໃນວັນທີ 16 ພຶດສະພາ 2020), ໃນນັ້ນ ມີກໍລະນີສົງໄສ 6 ຄົນ, ແຮງງານລາວທີ່ກັບມາແຕ່ໄທ 21 ຕົວຢ່າງ, ແຮງງານຈີນ 110 ຄົນ ແລະ ບຸກຄົນທົ່ວໄປ 1 ຄົນ, ເຊິ່ງຜົນກວດທັງໝົດຂອງມື້ວານນີ້ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 16 ພຶດສະພາ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 16 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.451 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (35 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວຕື່ມວ່າ: ບັນດາທ່ານໄດ້ຮັບຟັງແຈ້ງການຂອງຫ້ອງວ່າການສຳນັກງານນາຍົກ ໃນມື້ກ່ອນນີ້ໄປແລ້ວ ເຊີ່ງມີ 9 ມາດຕະການຜ່ອນຜັນ ແລະ ຍັງ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ. ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງເອົາໃຈໃສ່ທຳຄວາມເຂົ້າໃຈ ເພື່ອຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ່ 580/ຫສນຍ ລົງວັນທີ່ 15 ພຶດສະພາ 2020 ນີ້ໃຫ້ຖືກຕ້ອງ ແລະ ເຂັ້ມງວດ.