ຜູ້ປ່ວຍໂຄວິດ-19 ຄົນສຸດທ້າຍ ໃນປະເທດກຳປູເຈຍ ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວ

252

ກຳປູເຈຍ ບໍ່ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ຄົງເຫຼືອໃນໂຮງໝໍແລ້ວ ຫຼັງຈາກຜູ້ປ່ວຍຄົນສຸດທ້າຍໄດ້ຮັບການປິ່ນປົວ ແລະ ອະນຸຍາດໃຫ້ກັບບ້ານໄດ້.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນອາທິດ ທີ 17 ພຶດສະພາ ວ່າ ກະຊວງສາທາລະນະສຸກກຳປູເຈຍ ຖະແຫຼງການກ່ຽວກັບສະຖານະການຂອງໂຄວິດ-19 ໃນປະເທດ ວ່າ ຜູ້ປ່ວຍເພດຍິງ ຊາວກຳປູເຈຍ ອາຍຸ 36 ປີ ອາໄສຢູ່ແຂວງບັນທາຍມີໄຊ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ໄດ້ຮັບອະນຸຍາດໃຫ້ອອກຈາກໂຮງໝໍມິດຕະພາບກຳປູເຈຍ – ໂຊວຽດ ໃນນະຄອນຫຼວງພະນົມເປນ ເມື່ອວັນເສົາ ຜ່ານມາ.

ທັງນີ້ ຜູ້ປ່ວຍຄົນດັ່ງກ່າວນອນພັກຟື້ນຢູ່ໂຮງໝໍມາດົນໄລຍະໜຶ່ງ ເພື່ອປິ່ນປົວອາການປ່ວຍໂຄວິດ-19 ຈົນເຊົາດີ ແລະ ສາມາດອອກຈາກໂຮງໝໍແລ້ວ ກາຍເປັນຜູ້ປ່ວຍຄົນສຸດທ້າຍ ທັງຂອງໃນໂຮງໝໍແຫ່ງນີ້ ແລະ ຈາກສະຖິຕິຜູ້ປ່ວຍສະສົມ 122 ຄົນ ໝາຍຄວາມວ່າ ປັດຈຸບັນ ກຳປູເຈຍບໍ່ມີຜູ້ປ່ວຍສະສົມຄົງເຫຼືອຢູ່ໃນລະບົບສາທາລະນະສຸກ ແລະ ບໍ່ພົບຜູ້ປ່ວຍໃໝ່ ຕັ້ງແຕ່ວັນທີ 12 ເມສາ ຜ່ານມາ.

ຢ່າງໃດກໍ່ຕາມ, ລັດຖະບານກຳປູເຈຍ ຢືນຢັນບໍ່ມີນນະໂຍບາຍຜ່ອນຄາຍມາດຕະການຄວບຄຸມທີ່ກ່ຽວຂ້ອງກັບສະພາບການດ້ານສາທາລະນະສຸກຄັ້ງນີ້ ເຊັ່ນ: ການປິດໂຮງຮຽນຊົ່ວຄາວ ແລະ ການຍົກສູງມາດຕະການຄວບຄຸມຊາຍແດນທາງບົກ, ທາງທະເລ ແລະ ທາງອາກາດ.

ປະເທດກຳປູເຈຍ ຢືນຢັນ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດ ເມື່ອວັນທີ 27 ມັງກອນ ຜ່ານມາ ເປັນນັກທ່ອງທ່ຽວຊາຍຊາວຈີນ ອາຍຸ 60 ປີ ເດີນທາງມາຈາກເມືອງອູ໋ຮັນ ປະເທດຈີນ ຫຼັງຈາກນັ້ນ, ໄດ້ມີການຍົກສູງມາດຕະການຄັດກອງດ້ານສາທາລະນະສຸກຢ່າງເຂັ້ມງວດ ແລະ ມີຜູ້ປ່ວຍທີ່ໄດ້ຮັບການຢືນຢັນຢ່າງໜ້ອຍ 122 ຄົນ ຈາກຜູ້ທີ່ຢູ່ໃນກຸ່ມສ່ຽງຢ່າງນ້ອຍ 14.684 ຄົນ.