ຂ່າວດີ 34ມື້! ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຮຽກຮ້ອງສັງຄົມເອົາໃຈໃສ່ປະຕິບັດແຈ້ງການ 580/ຫສນຍ ຢ່າງເຂັ້ມງວດ

91

ເປັນເວລາ 1 ເດືອນກວ່າແລ້ວ ທີ່ປະຊາຊົນຄົນລາວທຸກທົ່ວໜ້າໄດ້ຮັບຟັງຂ່່າວດີຈາກຄະນະສະເພາະກິດຖະແຫຼງ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຕິດຕໍ່ກັນເປັນເວລາດົນ, ຫຼ້າສຸດ ມື້ນີ້ 16 ພຶດສະພາ ມີຂ່າວດີອີກ ນັບເປັນ 34ມື້ລຽນຕິດ ປອດຜູ້ຕິດເຊື້ອໃໝ່.

ໃນວັນທີ 16 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຄະນະສະເພາະກິດຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມມີສື່ມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ໃນວັນທີ 15 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 109 ຄົນ, ໃນນັ້ນ ມີກໍລະນີສົງໄສມາກວດຄືນ 2 ຄົນ, ບຸກຄົນທົ່ວໄປທີ່ບໍ່ມີອາການ 31 ຄົນ, ຜູ້ອອກໂຮງໝໍ 3 ຄົນຄື ນ້ຳເບີ 2, 6 ແລະ 13 ກັກໂຕຄົບ 14 ວັນ ໄດ້ມາກວດຄືນ, ແຮງງານລາວທີ່ກັບມາແຕ່ໄທ 73 ຄົນ (ແຮງງານດັ່ງກ່າວບໍ່ມີອາການ). ເຊິ່ງຜົນກວດທັງໝົດບໍ່ພົບເຊື້ອ. ນອກຈາກນີ້, ແມ່ນມີແຮງງານຈີນທີ່ເຂົ້າມາຈຳກັດບໍລິເວນຢູ່ໂຮງແຮມດອນຈັນພາເລດ, ໄດ້ເກັບຕົວຢ່າງໃນຕອນຄ່ຳຂອງວັນທີ 15 ພຶດສະພາ 2020 ຈຳນວນ 111 ຕົວຢ່າງ ແລະ ຈະກວດວິເຄາະຊອກຫາເຊື້ອໃນວັນທີ 16 ພຶດສະພາ 2020.

ສ່ວນການສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 15 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 4.424 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (34 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ດ້ານການຕິດຕາມປິ່ນປົວຄົນເຈັບຢູ່ໂຮງ, ປັດຈຸບັນມີຜູ້ນອນຕິດຕາມຢູ່ໂຮງໝໍມິດຕະພາບ 5 ຄົນ ຍີງ 4 ຄົນ ທັງໝົດເຫັນວ່າມີອາການປົກກະຕິ.

ທ່ານ ກ່າວຕື່ມວ່າ: ໃນມື້ວານນີ້ ເຊື່ອວ່າທຸກທ່ານຈະໄດ້ຮັບຟັງແຈ້ງການຈາກຫ້ອງວ່າການສໍານັກງານນາຍົກເຊີ່ງມີ 9 ມາດຕະການຜ່ອນຜັນ ແລະ ຍັງ 4 ມາດຕະການທີ່ຈະສືບຕໍ່ປະຕິບັດ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ຊຸມຊົນ, ຄອບຄົວ ແລະ ສ່ວນບຸກຄົນ ຈົ່ງ ເອົາໃຈໃສ່ ທຳຄວາມເຂົ້າໃຈ ເພື່ອຮ່ວມແຮງຮ່ວມໃຈກັນ ສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການສະບັບເລກທີ່ 580/ຫສນຍ ລົງວັນທີ່ 15 ພຶດສະພາ 2020 ນີ້ໃຫ້ຖືກຕ້ອງ ແລະ ເຂັ້ມງວດ.

ໂດຍສະເພາະ ທຸກໆມາດຕະການທີ່ຜ່ອນຜັນລົງນັ້ນຈະຕ້ອງໄດ້ປະຕິບັດວິທີການປ້ອງກັນການຕິດເຊື້ອເປັນຕົ້ນແມ່ນ: ການປະຕິບັດຫຼັກການອະນາໄມ, ການທໍາຄວາມສະອາດຂ້າເຊື້ອພະຍາດສະຖານທີ່ບໍລິການຕ່າງໆ, ການແທກອຸນຫະພູມຮ່າງກາຍ, ການລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ໃຊ້ເຈວລ້າງມື, ການປະຕິບັດໄລຍະຫ່າງທາງສັງຄົມ, ການໃສ່ຜ້າປິດປາກ-ດັງ ເວລາອອກຈາກບ້ານ ຫຼື ໄປສະຖານທີ່ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ ທັງໝົດນີ້ໃຫ້ກາຍເປັນຄວາມຊີ່ນເຄີຍໃນການດຳລົງຊີວິດປະຈຳວັນ.