ສາຍການບິນ ລາຕຳ ໃນອາເມຣິກາໃຕ້ ປະກາດເຊົາຈ້າງພະນັກງານ 1,4 ພັນຄົນ

212

ຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19 ເຮັດໃຫ້ “ກຸ່ມສາຍການບິນລາຕຳ” ເຊິ່ງເປັນສາຍການບິນໃຫຍ່ທີ່ສຸດໃນອາເມຣິກາໃຕ້ ກຽມປົດພະນັກງານອອກ 1,4 ພັນຄົນ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງຊານດິອາໂກ ປະເທດຊິລີ ເມື່ອວັນເສົາ ທີ 15 ພຶດສະພາ ວ່າ ກຸ່ມສາຍການບິນລາຕຳ ເຊິ່ງເປັນຄູ່ຮ່ວມມືກຸ່ມທຶນສາຍການບິນຂະໜາດໃຫຍ່ທີ່ສຸດໃນ ອາເມຣິກາໃຕ້ ຫຼື ອາເມຣິກາລາຕິນ ມີສຳນັກງານໃຫຍ່ຢູ່ນະຄອນຫຼວງຊານດິອາໂກ ປະເທດຊິລີ ຖະແຫຼງການ ເມື່ອວັນສຸກ ກຽມປົດພະນັກງານ 1,4 ພັນຄົນ ຄິດເປັນ 3% ຂອງພະນັກງານທັງໝົດ ປະມານ 43 ພັນຄົນ.

ທັງນີ້ ທ່ານໂຣແບໂຕ ອັລໂວ ຫົວໜ້າຄະນະບໍລິຫານຂອງສາຍການບິນລາຕຳ ກ່າວວ່າ ບໍລິສັດ “ບໍ່ມີທາງເລືອກ” ໃນການຮັກສາສະຖຽນລະພາບຂອງທຸລະກິດໃຫ້ດຳເນີນຕໍ່ໄປໄດ້ ໃນໄລຍະວິກິດການແຜ່ລະບາດຂອງໂຄວິດ-19 ເຊິ່ງສ້າງຜົນກະທົບຮ້າຍແຮງໃຫ້ອຸດສາຫະກຳການບິນທົ່ວໂລກ. ບໍລິສັດລາຕຳ ສ້າງຕັ້ງຂຶ້ນຈາກການຮ່ວມມືກັນລະຫວ່າງສາຍການບິນ “ແລນ” ຂອງປະເທດຊິລີ ແລະ “ຕຳ” ຂອງປະເທດບຣາຊິລ ເມື່ອປີ 2012.

ພະນັກງານທີ່ຖືກປົດອອກຈາກວວຽກແມ່ນຢູ່ສຳນັກງານໃນປະເທດຊິລີ, ໂຄລົມເບຍ, ເອກວາດໍ ແລະ ເປຣູ. ສ່ວນທີ່ເຫຼືອ ໃນປະເທດອາເຈນຕິນາ, ບຣາຊິລ ແລະ ປາຣາກວາຍ ຍັງບໍ່ໄດ້ຮັບຜົນກະທົບ. ຢ່າງໃດກໍ່ຕາມ, ກ່ອນໜ້າປະກາດເຊົາຈ້າງພະນັກງານຄັ້ງນີ້ ລາຕຳ ໄດ້ປັບຫຼຸດເງິນເດືອນພະນັກງານໃນທຸກປະເທດກ່ອນແລ້ວ.

ການຕັດສິນໃຈດັ່ງກ່າວຂອງລາຕຳ ມີທ່າອ່ຽງທີ່ຈະສ້າງຄວາມຕື່ນຕົວທາງເສດຖະກິດໃນພາກພື້ນໄດ້ຫຼາຍສົມຄວນ ເນື່ອງຈາກເປັນກຸ່ມສາຍການບິນໂດຍສານແຫ່ງທຳອິດໃນອາເມຣິກາໃຕ້ ປະກາດເຊົາຈ້າງພະນັກງານບາງສ່ວນ “ຢ່າງເປັນທາງການ” ໂດຍສາຍການບິນອື່ນໃນພາກພື້ນຍັງປະຕິບັດນະໂຍບາຍຫຼຸດເງິນເດືອນ ຫຼື ໂຈະການຈ່າຍເງິນ “ແບບບໍ່ມີກຳນົດ” ເປັນຕົ້ນແມ່ນ ອາຊູລສາຍການບິນໃຫຍ່ ອັນດັບ 3 ຂອງປະເທດບຣາຊິລ ທີ່ໃຊ້ນະໂຍບາຍໂຈະການຈ່າຍເງິນເດືອນພະນັກງານ 78% ໃນບໍລິສັດ.