ສ່ອງທຸລະກິດ ທີ່ລັດ ອະນຸຍາດໃຫ້ເປີດ ແລະ ຍັງບໍ່ໃຫ້ເປີດບໍລິການໄລຍະນີ້

75

ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານານາຍົກລັດຖະມົນຕີ ສະບັບເລກທີ 580/ຫສນຍ ລົງວັນທີ 15 ພຶດສະພາ 2020 ໄດ້ຕົກລົງຜ່ອນຜັນ ອະນຸຍາດໃຫ້ບາງທຸລະກິດສາມາດເປີດໃຫ້ບໍລິການໄດ້ຢ່າງເປັນປົກກະຕິ ແຕ່ທຸລະກິດຈຳນວນໜຶ່ງຍັງຕ້ອງສືບຕໍ່ປິດ ເພື່ອຄວາມປອດໄພຂອງຜູ້ມາໃຊ້ບໍລິການ.

ພາບປະກອບຂ່າວເທົ່ານັ້ນ

ທຸລະກິດທີ່ອະນຸຍາດໃຫ້ເປີດດໍາເນີນ ການຄ້າ ແລະ ການບໍລິການຕ່າງໆ ໄດ້ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ, ໂຮງງານນໍ້າກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດ ແລະ ສະປາທຸກປະເພດ ສາມາດດຳເນີນກິດຈະການໄດ້ປົກກະຕິ, ແຕ່ໃຫ້ຂະແໜງການກ່ຽວຂ້ອງແນະນໍາ ແລະ ກຳນົດເວລາເປີດ-ປິດ ແຕ່ລະປະເພດກິດຈະການໃຫ້ລະອຽດ.

ພາບປະກອບຂ່າວເທົ່ານັ້ນ

ສຳລັບບັນດາກິດຈະການທີ່ສືບຕໍ່ໃຫ້ປິດບໍລິການປະກອບມີ ຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ-ດື່ມ (ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການແຂ່ງຂັນກິລາ ທີ່ມີຜູ້ເຂົ້າຊົມຈຳນວນຫຼາຍ ຊຶ່ງບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງ ຕໍ່ການຕິດເຊື້ອ.

ພາບປະກອບຂ່າວເທົ່ານັ້ນ