ລັດຜ່ອນຜັນ 9 ມາດຕະການ, ແຕ່ເນັ້ນໃຫ້ສືບຕໍ່ປະຕິບັດ 4 ມາດຕະການຫຼັກຢ່າງເຄັ່ງຄັດ

199

ມາຮອດວັນທີ 15 ພຶດສະພາ 2020 ນີ້ ແມ່ນຄົບ 33 ມື້ ທີ່ລາວເຮົາບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ ແລະ ຕົວເລກສະສົມຜູ້ຕິດເຊື້ອຍັງເທົ່າເດີມ 19 ຄົນ, ລັດຖະບານເຫັນໄດ້ຄວາມຈຳເປັນດ້ານເສດຖະກິດ  ຈຶ່ງຕົກລົງຜ່ອນຜັນ 9 ມາດຕະການ ແລະ ອີກ 4 ມາດຕະການທຸກພາກສ່ວນຕ້ອງຮ່ວມກັນປະຕິບັດຢ່າງເຂັ້ມງວດຕໍ່ໄປ ເພື່ອໃຫ້ການລະບາດຂອງເຊື້ອພະຍາດໂຄວິດ-19 ກະທົບດ້ານເສດຖະກິດໜ້ອຍທີ່ສຸດ.

ໃນວັນທີ 15 ພຶດສະພາ 2020 ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງກ່ຽວກັບ  ແຈ້ງການ ສະບັບເລກທີ 580/ຫສນຍ ລົງວັນທີ 15 ພຶດສະພາ 2020 ເລື່ອງການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະແຕ່ວັນທີ 18 ພຶດສະພາ  ຫາ 1 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮສ. ດຣ. ບຸນກອງ ສີຫາວົງ ໄດ້ກ່າວບາງຕອນວ່າ:  ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ໃຫ້ມີຜົນກະທົບຕໍ່ເສດຖະ ກິດ-ສັງຄົມ  ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ສັງຄົມ ໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ລັດຖະບານ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາ ກ່ຽວກັບການຜ່ອນຜັນ ມາດຕະການຈຳນວນໜຶ່ງ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການປ້ອງກັນ ການຕິດເຊື້ອ ໃນໄລຍະແຕ່ວັນທີ 18 ພຶດສະພາ ຫາ 1 ມິຖຸນາ 2020 ລະອຽດດັ່ງນີ້:

ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກ ຄອງທ້ອງຖິ່ນທຸກຂັ້ນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສືບຕໍ່ປະຕິບັດບາງມາດຕະການ ຕາມຄຳສັ່ງ 06/ນຍ ແລະ ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19  ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດ ຊອບສູງ; ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບັນດາມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ; ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ ໃຫ້ສັງຄົມເຂົ້າໃຈ ຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ.

ທີ່ສຳຄັນເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜຶ່ງເພີ່ມຕື່ມ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ, ລາຍລະອຽດຂອງບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:

1 ອະນຸຍາດໃຫ້ ສໍານັກງານອົງການຂອງພັກ-ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ;

2 ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມ ມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ;

ພາບປະກອບ

3 ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ;

4 ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະ ຊຸມເປັນທາງການ ພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ ຈັດງານ ລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ.  ສຳລັບການດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ແມ່ນໃຫ້ປະຕິບັດຕາມຄໍາສັ່ງແນະນໍາເພີ່ມເຕີມຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 08/ຄລສພ, ລົງວັນທີ 11 ພຶດສະພາ 2020;

5 ໃຫ້ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະ ເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເປີດໂຮງຮຽນຄືນ ໃນຊັ້ນປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7  ແລະ ໂຮງຮຽນໃນຂົງເຂດປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເລີ່ມແຕ່ວັນທີ 18 ພຶດສະພາ 2020 ໂດຍຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດວາງອອກ. ສ່ວນໂຮງຮຽນລ້ຽງເດັກ ແລະ ອະນຸບານ, ຊັ້ນຮຽນ ປ1-ປ4, ມ1-ມ3, ມ5-ມ6, ວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາລະດັບອື່ນໆ ໃຫ້ກະກຽມເປີດ ເລີ່ມແຕ່ວັນທີ 02 ມິຖຸນາ 2020 ເປັນຕົ້ນໄປ.

ພາບປະກອບ

6 ອະນຸຍາດໃຫ້ອອກກໍາລັງກາຍ ຫຼື ຫຼິ້ນກິລາກາງແຈ້ງ ແລະ ໃນຮົ່ມ ທຸກປະເພດ, ແຕ່ຕ້ອງປະຕິບັດບັນດາມາດຕະການ ປ້ອງກັນການຕິດເຊື້ອ ຕາມຄຳແນະນໍາຂອງຄະນະສະເພາະກິດ;

7 ອະນຸຍາດໃຫ້ເປີດດໍາເນີນທຸລະກິດການຄ້າ ແລະ ການບໍລິ ການຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ, ໂຮງງານນໍ້າກ້ອນ, ສະຖານທີ່ທ່ອງທ່ຽວ, ຮ້ານນວດ ແລະ ສະປາທຸກປະເພດ ສາມາດດຳເນີນກິດຈະການໄດ້ປົກກະຕິ, ແຕ່ໃຫ້ຂະແໜງການກ່ຽວຂ້ອງແນະນໍາ ແລະ ກຳນົດເວລາເປີດ-ປິດ ແຕ່ລະປະເພດກິດຈະການໃຫ້ລະອຽດ;

8 ບັນດາໂຄງການ, ບໍລິສັດ ແລະ ໂຮງງານ ສາມາດເປີດດໍາເນີນກິດຈະການ ໂດຍປະຕິບັດຕາມເງື່ອນໄຂ ແລະ ມາດຕະ ການ ທີ່ໄດ້ກຳນົດໃນຄຳແນະນຳ ຂອງຄະນະສະເພາະກິດ ສະບັບເລກທີ 071/ສພກ, ລົງວັນທີ 11 ພຶດສະພາ 2020.

ພາບປະກອບ

9 ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກ ແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດ ຂອງຕົນ ຕາມຈຸດປະສົງ. ສຳລັບນັກສຶກສາລາວ ແລະ ແຮງງານລາວ ທີ່ຕ້ອງການກັບຄືນໄປຮຽນ ຫຼື ອອກແຮງງານຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້  ແຕ່ຕ້ອງໄດ້ປະຕິບັດມຕາມລະບຽບການ ຂອງປະເທດທີ່ຈະເດີນທາງໄປນັ້ນ.

ທ່ານກ່າວຕື່ມວ່າ: ພ້ອມນີ້ຍັງເຫັນດີ ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:

1) ສືບຕໍ່ປິດບັນດາກິດຈະການ ເປັນຕົ້ນ: ຕະຫຼາດກາງຄືນ, ຮ້ານບັນເທີງ, ຮ້ານກິນ-ດື່ມ (ເຫຼົ້າ, ເບຍ ແລະ ສິ່ງມຶນເມົາ), ຮ້ານຄາຣາໂອເກະ, ຮ້ານເກມ, ໂຮງສາຍຮູບເງົາ, ກາຊິໂນ ແລະ ການຈັດລາຍການແຂ່ງຂັນກິລາ ທີ່ມີຜູ້ເຂົ້າຊົມຈຳນວນຫຼາຍ ຊຶ່ງບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງ ຕໍ່ການຕິດເຊື້ອ;

ພາບປະກອບ

2) ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມ (ບໍ່ເປັນທາງການ), ຊຸມແຊວ ແລະ ງານສັງສັນ. ຫ້າມຈັດງານປະເພນີ ແລະ ງານດອງ ທີ່ມີຜູ້ເຂົ້າຮ່ວມເກີນ 50 ຄົນ ທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດ ໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ;

3) ສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າ, ຜູ້ທີ່ໄດ້ກຳນົດໃນຂໍ້ທີ 4.9 ຂອງແຈ້ງການສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020 ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ;

4) ສືບຕໍ່ໂຈະການອອກວີຊາທຸກປະເພດ  ໃຫ້ບຸກຄົນທົ່ວໄປ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ ໂຄວິດ-19, ຍົກເວັ້ນແຕ່ ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດມາດຕະການຕ່າງໆ ຕາມຄຳແນະນຳ ຂອງຄະນະສະເພາະກິດ. ສຳລັບຂັ້ນຕອນ ໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດ ຈະອອກຄຳແນະນຳຕ່າງຫາກ.