ລັດ ສັ່ງສືບຕໍ່ປິດດ່ານ ເຂົ້າ-ອອກ ທຸກປະເພດ ພ້ອມໂຈະການອອກວີຊາ

195

ຫຼາຍຄົນອາດຜິດຫວັງ ກ່ຽວກັບການລໍຄອຍໃຫ້ລັດຖະບານອະນຸຍາດເປີດດ່ານທຸກປະເທດ ເນື່ອງຈາກວ່າ ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ແມ່ນຍັງມີການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ດັ່ງນັ້ນ ເພື່ອເປັນການປ້ອງກັນ ບໍ່ໃຫ້ພະຍາດດັ່ງກ່າວເຂົ້າມາແຜ່ລະບາດ ອັນຈະກະທົບຕໍ່ຊີວິດ ຂອງພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ.

ດັ່ງນັ້ນລັດຖະບານ ຈຶ່ງຈຳເປັນຕ້ອງສືບຕໍ່ປິດດ່ານປະເພນີ, ດ່ານທ້ອງຖິ່ນ ແລະ ດ່ານສາກົນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ລົດຂົນສົ່ງສິນຄ້າ, ຜູ້ທີ່ໄດ້ກຳນົດໃນຂໍ້ທີ 4.9 ຂອງແຈ້ງການສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020 ແລະ ຜູ້ທີ່ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ.

ພ້ອມທັງສືບຕໍ່ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19, ຍົກເວັ້ນແຕ່ ສໍາລັບນັກການທູດ, ຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ ເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ມີຄວາມສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດມາດຕະການຕ່າງໆ ຕາມຄຳແນະນຳ ຂອງຄະນະສະເພາະກິດ. ສຳລັບຂັ້ນຕອນ ໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດ ຈະອອກຄຳແນະນຳຕ່າງຫາກ.