ກອງປະຊຸມສະໄຫມສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະເປີດທ້າຍເດືອນໜ້າ

210

ອີງຕາມ ມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການດໍາເນີນກອງປະຊຸມສະໄຫມສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສະບັບເລກທີ 14 ພຶດສະພາ 2020, ອີງຕາມລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015, ມາດຕາ 57 ກ່ຽວກັບການດໍາເນີນກອງປະຊຸມ ສະໄຫມສາມັນຂອງສະພາແຫ່ງຊາດ; ອີງຕາມກົດຫມາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດຫມາຍວ່າດ້ວຍສະພາແຫ່ງຊາດ ສະບັບປີ 2015 ມາດຕາ 59 ກ່ຽວກັບການດໍາເນີນກອງປະຊຸມສະໄຫມສາມັນປະຈໍາປີ ເທື່ອທີ່ຫນຶ່ງຂອງສະພາແຫ່ງຊາດ; ອີງຕາມແຜນການກະກຽມ ແລະດໍາເນີນກອງປະຊຸມສະໄຫມສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ສະບັບ, ເລກທີ 02/ຄປຈ, ລົງວັນທີ 13 ພຶດສະພາ 2020; ອີງຕາມການເຫັນດີຂອງກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບຄະນະເລຂາທິການສູນກາງພັກ ຄັ້ງວັນທີ 29 ເມສາ 2020.

ພາບປະກອບ

ເພື່ອຮັບປະກັນການດໍາເນີນກອງປະຊຸມສະໄຫມສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ບັນລຸຜົນສໍາເລັດ ຕາມລະດັບຄາດຫມາຍທີ່ວາງໄວ້ ໃນເງື່ອນໄຂສະພາບການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ COVID-19 ຄະນະປະຈໍາສະພາແຫ່ງຊາດ ຕົກລົງດັ່ງນີ້:

ພາບປະກອບ

ມາດຕາ1 ເຫັນດີໃຫ້ດໍາເນີນກອງປະຊຸມສະໄຫມສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ເລີ່ມແຕ່ວັນຈັນ, ວັນທີ 22 ມິຖຸນາ ຫາ ວັນພຸດ, ວັນທີ 1 ກໍລະກົດ 2010 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫຼັກ 6) ນະຄອນຫຼວງວຽງຈັນ.

ພາບປະກອບ

ມາດຕາ2 ໃນໄລຍະດໍາເນີນກອງປະຊຸມສະພາແຫ່ງຊາດ ເຫັນດີໃຫ້ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອພະຍາດ ໂຄວິດ-10 ຢ່າງເຂັ້ມງວດ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ ເປັນຕົ້ນ ການຈໍາກັດຈຳນວນຜູ້ເຂົ້າຮ່ວມກອງປະຊຸມ, ການຮັກສາໄລຍະຫ່າງໃນການນັ່ງ ໃສ່ຜ້າອັດປາກ-ດັ່ງ, ວັດແທກມຸນຫະພູມ, ການລ້າງມືໃສ່ສະບູດ້ວຍນໍ້າສະອາດ ຫາລື ເຈວລ້າງມື, ອານະໄມສະຖານທີ່ ແລະ ອື່ນໆ.

ມາດຕາ 3 ຄະນະປະຈໍາສະພາແຫ່ງຊາດ, ກົງຈັກຂອງສະພາແຫ່ງຊາດ, ກົງຈັງທີ່ຄະນະປະຈໍາສະພາແຫ່ງຊາດ ສ້າງຕັ້ງ,ສະມາຊກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດມະຕິສະບັບນີ້ ຢ່າງເຂັ້ມງວດ.