ຕໍ່ເນື່ອງເປັນມື້ທີ 33 ແລ້ວ ລາວປອດໄພຈາກການຕິດເຊື້ອໃໝ່, ແຕ່ທົ່ວໂລກຍັງໜ້າກັງວົນ

103

ເປັນເວວາ 33 ມື້ຕິດຕໍ່ກັນທີ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມລວມຍັງຄົງທີ່ 19 ຄົນ ແລະ ປິ່ນປົວດີອອກໂຮງໝໍທັງໝົດ 14 ຄົນ.

ຕາມຖະແຫຼງຂ່າວໃນວັນທີ 15 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກ ຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງ ທ່ານ ຮສ.ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດຄວບຄຸມພະຍາດໂຄວິດ-19ໃຫ້ຮູ້ວ່າ: ຜົນການກວດເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ທັງໝົດ 112 ຄົນ ໃນວັນທີ 14 ພຶດສະພາ 2020 ແມ່ນບໍ່ພົບຜູ້ຕິດເຊື້ອ ແລະ ນັບເປັນ 33 ມື້ຕິດຕໍ່ກັນແລ້ວທີ່ລາວເຮົາ ບໍ່ມີຜູ້ຕິດເຊື້ອໃໝ່.​

ສັງລວມການວິເຄາະແຕ່ເດືອນມັງກອນ ຮອດ ວັນທີ 14 ພຶດສະພາ 2020​ ໄດ້ເກັບຕົວຢ່າງມາກວດທັງໝົດ 4.204 ຄົນ ແລະ ກວດພົບຜູ້ຕິດເຊື້ອສະສົມ 19 ຄົນ. ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດໂຄວິດ-19 ໃນ ສປປ ປິ່ນປົວຫາຍດີອອກໂຮງໝໍແລ້ວ 14 ຄົນ ແລະ ກຳລັງປິ່ນປົວ 5 ຄົນ.

ທັງນີ້, ການຕິດຕາມສະພາບການລະບາດຂອງປະເທດໃກ້ຄຽງ ແລະ ການລະບາດຢູ່ໃນໂລກ ເຫັນວ່າ: ມາຮອດເວລາ 6:00 ໂມງຂອງວັນທີ 15 ພຶດສະພາ 2020 ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 ປະເທດ/ເຂດ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 4.518.574 (92.918 ໃໝ່) , ເສຍຊິວິດ 302.949 (5.184ໃໝ່) ກວມເອົາ 6,70 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 1.699.354 (44.535 ໃໝ່) ກວມເອົາ 37,60 % ຂອງຜູ້ຕິດເຊື້ອທັງໝົດ ແລະ ບັນຫາສຳຄັນ ແມ່ນມີບາງປະເທດ ຈຳນວນຜູ້ຕິດເຊື້ອມື້ດຽວ ມີເຖິງ 24.100ຄົນ ແລະ ເສຍຊີວິດ 1.607ຄົນຕໍ່ມື້; ອັດຕາຄວາມຮ້າຍແຮງຂອງມື້ນີ້ແມ່ນ 6,70 % (ມື້ວານນີ້ 6.72 %). ໃນນັ້ນ, ສະເພາະກຸ່ມປະເທດອາຊຽນກໍ່ເຫັນວ່າ ຍັງມີບາງປະເທດທີ່ມີອັດຕາການຕິດເຊື້ອໃໝ່ປະ ຈຳວັນທີ 14 ພຶດສະພາ 2020 ສູງເຖິງ 752 ຄົນ, ໃນມື້ດຽວນີ້ຢູ່ກຸ່ມປະເທດອາຊຽນມີຜູ້ເສຍຊີວິດ 34 ຄົນ.