ວິທີການກໍາຈັດຝູງບົ້ງສາລີ ສັດຕູໂຕອັນຕະລາຍຂອງພືດໃນລະດູແລ້ງ

134

ເມື່ອກ້າວເຂົ້າສູ່ໜ້າແລ້ງ ຫຼື ລະດູທໍາການຜະລິດຂອງປະຊາຊົນແລ້ວ ແນ່ນອນວ່າສັດຕູພືດເປັນສິ່ງທີ່ໜ້າຢ້ານກົວທີ່ສຸດສໍາລັບຊາວກະສິກອນໃນທົ່ວປະເທດ, ແຕ່ສະເພາະເຂດພາກເໜືອຂອງລາວແລ້ວ ໜຶ່ງໃນສັດຕູໂຕອັນຕະລາຍສ້າງ ຄວາມເສຍຫາຍໃຫ້ແກ່ຜົນຜະລິດຂອງຊາວກະສິກອນນັ້ນແມ່ນຝູງບົ້ງສາລີ ເຊິ່ງປັດຈຸບັນກໍາລັງລະບາດໜັກ. ແນວໃດກໍຕາມ, ໃນໄລຍະຜ່ານມາໃນເວລາດຽວກັນ ຜູ້ຂຽນກໍເຄີຍນໍາສະເໜີວິທີການກໍາຈັດສັດຕູພືດຊະນິດນີ້ໄປກ່ອນແລ້ວ, ແຕ່ເພື່ອກັນລືມ ແລະ ໃຫ້ຜູ້ທີ່ຍັງບໍ່ຮູ້ຈັກໄດ້ມາສຶກສານໍາກັນ ຜູ້ຂຽນຈຶ່ງຍົກເອົາວິທີການດັ່ງກ່າວມາເປັນຄວາມຮູ້ກະສິກໍາໃນມື້ນີ້ອີກຄັ້ງ.

ຝູງບົ້ງສາລີ ເປັນສັດຕູພືດຊະນິດໜຶ່ງທີ່ອາໄສຢູ່ກັບພືດຫຼາຍກວ່າ 80 ຊະນິດ, ແຕ່ມັນສາມາດສ້າງຄວາມເສຍຫາຍຮ້າຍແຮງທີ່ສຸດໃຫ້ແກ່ສາລີ, ແຕ່ພວກເຮົາກໍສາມາດຄວບຄຸມມັນໄດ້ດ້ວຍຫຼາຍວິທີເຊັ່ນກັນ ເປັນຕົ້ນແມ່ນ:

ການກໍາຈັດດ້ວຍມື ໃຫ້ສໍາຫຼວດໄຮ່ສາລີຂອງຕົນເອງຫາກພົບເຫັນໃຫ້ບີບທໍາລາຍໄຂ່ ແລະ ໂຕອ່ອນຂອງມັນຖິ້ມ, ການເຮັດແບບນີ້ສາມາດຊ່ວຍຫຼຸດຜ່ອນປະຊາກອນຝູງບົ້ງໄດ້ໃນລະດັບໜຶ່ງ, ແຕ່ບໍ່ສາມາດຄວບຄຸມໄດ້ຢ່າງເຕັມສ່ວນ.

ຖ້າມີນໍ້າຊົນລະປະທານ ສາມາດໃຊ້ນໍ້າຈັດການຝູງບົ້ງທີ່ກໍາລັງເຂົ້າດັກແດ້ໃນພື້ນດິນ ດ້ວຍການປ່ອຍນໍ້າໃສ່ໃຫ້ຖ້ວມໄຮ່ ສູງປະມານ 2 – 3 ຊັງຕີແມັດ ເພື່ອຕັດວົງຈອນຊີວິດດັກແດ້, ວິທີການນີ້ຈະໄດ້ຜົນດີທີ່ສຸດຖ້າຊາວກະສິກອນເຮັດພ້ອມໆກັນຫຼາຍຄົນ ເພື່ອຫຼຸດຜ່ອນປະຊາກອນຝູງບົ້ງໃນພື້ນທີ່ຂະໜາດໃຫຍ່.

ການນໍາໃຊ້ຫຼັກການປູກຝັງເຂົ້າມາຊ່ວຍ ໂດຍສະເພາະແມ່ນການປູກພືດໃນຕົ້ນລະດູການ ບໍ່ຄວນປູກຫຼ້າຊ້າເກີນໄປ. ນອກຈາກນີ້, ການປູກພືດສັບວ່າງ ແລະ ປູກພືດຫຼາກຫຼາຍຊະນິດໃນໄຮ່ສາລີ ຫຼື ບໍລິເວນອ້ອມແອ້ມໄຮ່ສາລີໃຫ້ຫຼາຍຂຶ້ນກໍເປັນທາງເລືອກທີ່  ດີ.

ທີ່ສໍາຄັນການອະນາໄມ ຫຼື ເສຍຫຍ້າສວນສາລີຄວນລົງມືເຮັດໂດຍການໃຊ້ມື. ທັງນີ້, ກໍເພື່ອເປັນການກວດກາຫາຝູງບົ້ງທີ່ກໍາລັງເປັນດັກແດ້ຢູ່ພາຍໃນສວນ ຫາກພົບເຫັນກໍທໍາລາຍຖິ້ມເພື່ອຫຼຸດຜ່ອນປະຊາກອນຝູງບົ້ງໃນຮູບແບບຄ້າຍຄືກັນກັບການຈັດການດ້ວຍນໍ້າຊົນລະປະທານ.

ທີ່ມາ: ລາວ 44 ຂໍ້ມູນ – ຂ່າວສານເພື່ອການພັດທະນາ

ຮູບຈາກ: ຂ່າວປະຈໍາວັນ Daily news Oudomxay