ເພງ “ ໄຫວບໍ່? ” ຂອງ ໜຸ່ມບັອບ ແຟນເພງໃຫ້ຄວາມສົນໃຈຫຼາຍ

109

ເພງໃໝ່ຫຼ້າສຸດຂອງ ໜຸ່ມບັອບ freeman ທີ່ມີຊື່ວ່າ: “ ໄຫວບໍ່? ” ຫຼາຍຄົນອາດຈະໄດ້ເບິ່ງໄດ້ຟັງກັນແລ້ວ, ເປັນເພງດັງມາແຮງໃນຕອນນີ້ເລີຍກໍວ່າໄດ້ ດ້ວຍຈັງຫວະດົນຕີທີ່ມ່ວນເຂົ້າກັບຍຸກສະໄໝປັດຈຸບັນ ເຮັດໃຫ້ຖືກກັບໄວໜຸ່ມຫຼາຍຄົນ ແລະ ສາມາດນຳເອົາໄປເປີດໃຫ້ຄຶກຄື້ນໄດ້ໃນຫຼາຍເທສະການ, ງານສັງສັນຕ່າງໆ.

ໜຸ່ມບັອບ freeman ໃຫ້ສຳພາດວ່າ: ຈຸດເລີ່ມຕົ້ນຂອງເພງ “ ໄຫວບໍ່? ” ເກີດຈາກທີ່ ເປັດ ວໍລະຈັກ ນັກປະພັນ – ນັກດົນຕີ 1 ໃນສະມາຊິກວົງ ເມົາມັນມິວສິກ ໄດ້ເຮັດເພງນີ້ໄວ້, ເປັນເພງທີ່ຮ່ວມຂຽນເນື້ອເພງກັບໝູ່ອີກຄົນ 1 ເເລະ ໄດ້ນຳໄປເປີດໃນງານຕ່າງໆ ໂດຍເປັນສຽງຮ້ອງເດໂມຂອງລາວເອງ, ແຕ່ບໍ່ຄ່ອຍໄດ້ນຳມາເຜີຍແຜ່ ຫຼື ເປັນທີ່ຮູ້ຈັກກວ້າງຂວາງຈົນເຈົ້າຂອງເອງກໍເລີກລົ້ມທີ່ຈະໂປຣໂໝດ ຫຼື ສົນໃຈເພງນີ້ປານໃດ ເພາະເຂົາຄິດວ່າມັນບໍ່ເໝາະກັບເຂົາ, ຈົນຂ້ອຍໄດ້ມາຟັງ ແລະ ຮູ້ສຶກວ່າເພງນີ້ມັນພິເສດ ຈຶ່ງມີການໂອ້ລົມກັນເພື່ອສານຕໍ່ເພີ່ມດົນຕີ, ປ່ຽນຄຳຮ້ອງບາງສ່ວນ ແລະ ອັດໃໝ່ທັງໝົດໃນນາມ bob freeman ພ້ອມທັງປ່ຽນຊື່ເພງຈົນກາຍມາເປັນເພງທີ່ກຳລັງນິຍົມໃນປັດຈຸບັນ.

ເພງ “ ໄຫວບໍ່? ” ໄດ້ປ່ອຍວັນທີ 30 ເມສາ 2020 ເວລາ 5:00 ໂມງ ຂອງວັນພະຫັດ ແລະ ກໍເປັນໄປຕາມຄາດທັງທ່າເຕັ້ນ ແລະ ເພງ ຖືເປັນວ່າເປັນອີກໜຶ່ງບົດເພງມາແຮງໃນຕອນນີ້ເລີຍກໍວ່າໄດ້.

ບົດເພງນີ້ມີເນື້ອໃນເວົ້າເຖິງການທ້າທາຍ ເຊິ່ງມັນສາມາດໄປຕີຄວາມໝາຍໄດ້ຫຼາຍສະຖານະການ ເຊັ່ນ: “ ອ້າຍເດົາໄວ ນ້ອງໄຫວບໍ່”, “ ອ້າຍໂຫດໃດ ນ້ອງໄຫວບໍ່ ” ເປັນການວັດໃຈກັນວ່ານ້ອງເຕັ້ນໄຫວບໍ່, ນ້ອງດື່ມໄຫວບໍ່, ນ້ອງສິສູ້ອ້າຍໄດ້ບໍ່ ປະມານນິ.

ໜຸ່ມບັອບ ໃຫ້ຮູ້ອີກວ່າ: ໃນເພງນີ້ໄດ້ຮັບແຮງບັນດານໃຈຈາກທົ່ວໂລກທີ່ກຳລັງປະສົບບັນຫາ ແລະ ຕໍ່ສູ້ກັບພະຍາດຮ້າຍໂຄວິດ – 19 ເຊິ່ງເຮົາຮູ້ສຶກໄດ້ເລີຍວ່າມັນມີແຕ່ຄວາມໂສກເສົ້າ, ເພງສ່ວນຫຼາຍກໍເປັນເພງເສົ້າ, ບັອບ ມັກໄລຟ໌ສົດຕອນຄໍ່າແຕ່ລະມື້, ບັອບມັກເປີດເພງໂຕນີ້ໃນເວີຊັນເກົ່າສະຫຼັບກັບເວົ້າ ແລະ ມັກບອກຄົນຟັງສະເໝີວ່າເຮົາສິຜ່ານໄປນຳກັນ ບໍ່ໄຫວກໍຕ້ອງໄຫວ ຂ້ອຍຍັງໄຫວເຈົ້າໄຫວບໍ່. ນັ້ນເລີຍເປັນເຫດຜົນທີ່ເຮົາຢາກສື່ໃຫ້ເຫັນ, ຢາກໃຫ້ເຂັ້ມແຂງໄປນຳກັນ ແລະ ທີ່ສຳຄັນຢາກເຫັນຄົນລາວຍິ້ມມີຄວາມສຸກ ແລະ ເຕັ້ນໄປກັບສຽງເພງ, ເພງໃດກໍໄດ້ໃນໂລກນີ້.

ສຸດທ້າຍ ໜຸ່ມບັອບ ຝາກເຖິງແຟນເພງທຸກທ່ານຕິດຕາມຜົນງານໄດ້ທາງຊ່ອງ YouTube ຂອງ JoJo Miracle, ທາງເຟສບຸ໊ກສ່ວນຕົວໄດ້ທີ່ bob freeman ຫຼື ທາງ tiktok ໃນຊື່ດຽວກັນ ແລະ ໃນມໍ່ໆນີ້ຈະມີເພງໄວອີກ 1 ເພງ ສານຕໍ່ ອາດຈະມີ talkshow ພາກທີ 3, ມີ signal ທີ່ຮ່ວມສະແດງອອກໃນທ້າຍປີນີ້ນຳ.

ຂ່າວ: ແກ້ວ