ສະຫາຍ ສຸດສະນະ ສີຫາວົງ ຖືກຄັດເລືອກເປັນເລຂາຄະນະພັກຮາກຖານພະແນກ ຍທຂ ເຊກອງ

156

ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແຂວງເຊກອງ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານຂອງຕົນຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຸດສະນະ ສີຫາວົງ ເລຂາຄະນະພັກຮາກຖານພະແນກ ຍທຂ ແຂວງ, ເຂົ້າຮ່ວມມີ ສະຫາຍ ເຫຼັກໄຫຼ    ສີວິໄລ ຮອງເຈົ້າແຂວງເຊກອງ, ສະຫາຍ ອ້ວນຄໍາ ທຸງໄຊ ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ແຂກຖືກເຊີນ ແລະ ສະມາຊິກພັກເຂົ້າຮ່ວມ.

ໃນວາລະກອງປະຊຸມ ສະຫາຍ ທອງເທບ ສຸລິໂຍ ຮອງເລຂາຄະນະພັກພະແນກ ຍທຂ ໄດ້ຂຶ້ນຜ່ານຮ່າງບົດລາຍງານການເມືອງທັງສອງພາກທີ່ໄດ້ຢັ້ງຢືນເຖິງຜົນງານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍະ 5 ປີຜ່ານມາ ໄດ້ເນັ້ນໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມ 4 ກຸ່ມວຽກໃຫຍ່ຄື:


1 ການປະຕິບັດວິໄນແຜນການ – ການເງິນ ແລະ ການແກ້ໄຂຜົນການກວດສອບຕິດພັນກັບການຄຸ້ມຄອງແຜນງົບປະມານບໍລິຫານ – ການລົງທຶນ.

2 ການຄຸ້ມຄອງການນໍາໃຊ້ພື້ນຖານໂຄງລ່າງ.

3 ການຄຸ້ມຄອງສິ່ງປຸກສ້າງ ແລະ ການອະນຸມັດການປຸກສ້າງທີ່ລະເມີດແຜນຜັງເມືອງ.

4 ບັນຫາຄວາມແອອັດຂອງການສັນຈອນ ແລະ ອຸບັດເຫດຕາມທ້ອງຖະໜົນ, ການຂົນສົ່ງສາທາລະນະທີ່ບໍ່ມີຄວາມປອດໄພ, ການຂົນສົ່ງບັນທຸກນໍ້າໜັກເກີນ ແລະ ການປະຕິບັດນະໂຍບາຍເຊື່ອມໂຍງ – ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ຈາກນັ້ນ, ກໍໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ໂດຍກອງປະຊຸມເຫັນດີເລືອກເອົາ ສະຫາຍ ສຸດສະນະ ສີຫາວົງ ເປັນເລຂາຄະນະພັກຮາກຖານ ເພື່ອເປັນໃຈກາງໃນການເຕົ້າໂຮມ ຄວາມສາມັກຄີ ແລະ ສືບຕໍ່ຊີ້ນໍານຳພາໜ່ວຍພັກ – ກົມກອງໃນຕໍ່ໜ້າ; ສະຫາຍ ບຸນທະວີ ນະຄອນສິດ ເປັນຮອງເລຂາ; ສະຫາຍ ແກ້ວປະເສີດ ແກ້ວມະນີວົງ ເປັນປະທານກວດກາ; ສ່ວນ ສະຫາຍ ທອງເທບ ສຸລິໂຍ, ສະຫາຍ ໂສວັດ ສີດາວົງ, ສະຫາຍ ບົວລີ ສຸຂະວົງ ແລະ ສະຫາຍ ຄໍາເກັ່ງ ແກ້ວສຸວັນເປັນຄະນະ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 13 ພຶດສະພາ 2020 ຜ່ານມາ ທີ່ພະແນກ ຍທຂ      ແຂວງເຊກອງ.

ເນື້ອໃນ – ຮູບ: ແກ້ວປະເສີດ ຍທຂ ເຊກອງ

ຂ່າວ: ສົມສະຫວິນ