ແຈກສູດ “ກະແລັມໝາກມ່ວງ” ງ່າຍໆໃຊ້ສ່ວນປະສົມພຽງ 2 ຢ່າງ

173

ອາກາດຮ້ອນໆແບບນີ້ ພວກເຮົາຈະມາຊວນພວກທ່ານທ າເຮັດ “ກະແລັມ” ກິນແກ້ຮ້ອນດີກວ່າ ນັ້ນກໍຄື ກະແລັມໝາກມ່ວງ ຫວານເຢັນ ຫອມກະທິ ແລະ ລົດຊາດແບບໝາກໄມ້ທຳມະຊາດ ຂັ້ນຕອນວິທີເຮັດງ່າຍໆ ໃຊ້ວັດຖຸດິບພຽງ 2 ຢ່າງເທົ່ານັ້ນ ບອກເລີຍວ່າໃຜກໍເຮັດເປັນ.

ວັດຖຸດິບ:

1 ເນື້ອໝາກມ່ວງແຊ່ແຂ່ງ 500 ກຣາມ

2 ນໍ້າກະທິ 300 ມິນລີລິດ

ວິທີເຮັດ:

1 ນຳທັງສອງຢ່າງໄປປັ່ນລວມກັນຈົນເປັນເນື້ອນຽນ ຖ້າໃຊ້ໝາກມ່ວງທີ່ບໍ່ໄດ້ແຊ່ແຂງ ເນື້ອທີ່ໄດ້ຈະບໍ່ຄືກັນ ເວລາເຂົ້າຕູ້ແຊ່ແຂງຈະເປັນເກັດນ້ຳແຂງ ແຕ່ຖ້າໃຊ້ໝາກມ່ວງແຊ່ແຂງເຮັດໃຫ້ຕອນປັ່ນອອກມາແລ້ວຈະເປັນກະແລັມເລີຍ.

2 ໄດ້ເນື້ອນຽນໆແບບນີ້ຖອກໃສ່ກ່ອງປິດຝາເຂົ້າຊ່ອງແຂງປະມານ 4-5 ຊົ່ວໂມງ ຫຼື ຂ້າມຄືນກໍໄດ້.

3 ກ່ອນຈະກິນກໍເອົາອອກມາວາງນອກຕູ້ເຢັນປະມານ 15-20 ນາທີ ເພື່ອໃຫ້ກະແລັມອ່ອນຕົວລົງ ພຽງເທົ່ານີ້ກໍໄດ້ກະແລັມເນື້ອນຽນໆ ຫວານເຢັນຊື່ນໃຈໄວ້ກິນຢູ່ເຮືອນແລ້ວ.

ຮຽບຮຽງຈາກ: FitandFun