ເມືອງໄຊເສດຖາ ສຳເລັດການກ່ຽວເຂົ້ານາແຊງເປັນສ່ວນໃຫຍ່

106

ຊາວກະສິກອນພາຍໃນເມືອງໄຊເສດຖາ ແຂວງອັດຕະປື ໄດ້ສໍາເລັດການເກັບກ່ຽວເຂົ້ານາແຊງຂອງຕົນເປັນສ່ວນໃຫຍ່ ເຊິ່ງຍັງເຫຼືອພຽງແຕ່ເຂດໂຄງການຊົນລະປະທານຫາດສະຕີ ສ່ວນໂຄງການຊົນລະປະທານອື່ນໆໃນທົ່ວເມືອງແມ່ນສໍາເລັດເປັນທີ່ຮຽບຮ້ອຍແລ້ວ.

ທ່ານ ພອນໄຊ ໄກສອນເສນາ ຮອງເຈົ້າເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊເສດຖາ ໄດ້ລາຍງານໃຫ້ຮູ້ວ່າ: ການເກັບກ່ຽວເຂົ້ານາແຊງຂອງຊາວກະສິກອນພາຍໃນເມືອງໄຊເສດຖາ ໄດ້ເລີ່ມລົງມືນັບແຕ່ຕົ້ນເດືອນເມສາເປັນຕົ້ນມາ ເຊິ່ງມາຮອດປັດຈຸບັນຢູ່ໃນ 3 ໂຄງການ ແມ່ນເກັບກ່ຽວສຳເລັດເປັນທີ່ຮຽບຮ້ອຍແລ້ວ ໃນເນື້ອທີ່ຕົວຈິງ 250 ເຮັກຕາ. ໃນນີ້, ໂຄງການວັດທາດ ມີ 90 ເຮັກຕາ, ໂຄງການສີເຊົາ ມີ 60 ເຮັກຕາ,ໂຄງການບ້ານໄຊສີ ມີ 60 ເຮັກຕາ, ສ່ວນໂຄງການຫາດສະຕີ ມີເນື້ອທີ່ປັກດໍາ 40 ເຮັກຕາ ແລະ ການເກັບກ່ຽວມ້ຽນມັດແມ່ນຫຼ້າຊ້າກວ່າໂຄງການອື່ນໆ ເນື່ອງຈາກໄດ້ມີການສ້ອມແປງຄອງຊົນລະປະທານ. ປັດຈຸບັນແມ່ນພວມລົງມືເກັບກ່ຽວ ແລະ ການເກັບກ່ຽວຄາດວ່າຈະໃຫ້ສຳເລັດພາຍໃນທ້າຍເດືອນນີ້.

ສຳລັບສະມັດຖະພາບຜົນຜະລິດໃນ 3 ໂຄງການ ແມ່ນບັນລຸໄດ້ 4 ໂຕນເຄິ່ງຕໍ່ເຮັກຕາ, ທຽບໃສ່ປີຜ່ານມາສະມັດຖະພາບຜົນຜະລິດແມ່ນເພີ່ມຂຶ້ນ ເຊິ່ງຍ້ອນ ຄວາມເອົາໃຈໃສ່ຊຸກຍູ້ສົ່ງເສີມຂອງອໍານາດການປົກຄອງເມືອງ ແລະ ຄວາມເປັນເຈົ້າການໃນການຜະລິດຂອງປະຊາຊົນ.

ທ່ານ ພອນໄຊ ໄກສອນເສນາ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນອໍານາດການປົກຄອງເມືອງໄຊເສດຖາ ໄດ້ສຸມໃສ່ຊຸກຍູ້ປະຊາຊົນກະກຽມເງື່ອນໄຂກ້າວສູ່ການຜະລິດເຂົ້ານາປີໃຫ້ຖ່ວງທັນຕາມລະດູການ ໂດຍໄດ້ແຕ່ງຕັ້ງພະນັກງານວິຊາການຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງລົງກວດກາ ແລະ ສະໜອງນໍ້າໃຫ້ຊາວກະສິກອນບ່ອນທີ່ມີເງື່ອນໄຂໄດ້ຕົກກ້າແຕ່ຫົວປີ ໂດຍສະເພາະໂຄງການວັດທາດ, ສີເຊົາ ແລະ ໄຊສີ ແມ່ນກຳລັງຈະລົງມືຕົກກ້າແລ້ວ, ສ່ວນເຂດອື່ນໆກໍໄດ້ກະກຽມຄວາມພ້ອມແລ້ວເປັນສ່ວນໃຫຍ່.