ອາທິດໜ້າເປີດການຮຽນ – ການສອນຄືນໃໝ່ ໃຫ້ເອົາໃຈໃສ່ມາດຕະການຕ້ານໂຄວິດ – 19

195

ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກີລາ ໃນການເປີດການຮຽນ – ການສອນຄືນໃໝ່ ຫຼາຍໂຮງຮຽນໃນເຂດນະຄອນຫຼວງວຽງຈັນ ໄດ້ມີຄວາມກຽມພ້ອມທາງດ້ານຄູ – ອາຈານ, ຫ້ອງຮຽນ ລວມເຖິງໄດ້ອະນາໄມ ແລະ ສີດຢາຂ້າເຊື້ອ ເພື່ອຮັບປະກັນ ຄວາມປອດໄພໃນການເປີດການຮຽນ – ການສອນຄືນສຳລັບຊັ້ນ ປ 5, ມ 4 ແລະ ມ 7 ໃນວັນທີ 18 ພຶດສະພາ 2020.

ດ້ານກົມສາມັນສຶກສາ ກໍໄດ້ອອກຄຳແນະນໍາໃຫ້ເອົາໃຈໃສ່ປະຕິບັດມາດຕະການທີ່ຄະນະນະສະເພາະກິດວາງອອກ ໃນການປ້ອງກັນການແຜ່ລະບາດພະຍາດໂຄວິດ – 19 ຢ່າງເຄັ່ງຄັດ, ຫ້ອງໃດນັກຮຽນເກີນ 30 ຄົນ ໃຫ້ແບ່ງເປັນ 2 – 3 ຫ້ອງ, ການເຕົ້າໂຮມກິດຈະກຳຕ່າງໆບໍ່ໃຫ້ເກີນ 10 ຄົນ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ໃຫ້ສຳພາດວ່າ: ມສ ວຽງຈັນ ພ້ອມເປີດການຮຽນ – ການສອນຄືນໃໝ່ ສຳລັບຊັ້ນ ມ 4 ແລະ ມ 7 ໂດຍໄດ້ຈັດການອະນາໄມສະຖານທີ່ອ້ອມຂ້າງໂຮງຮຽນ, ໂຕະ – ຕັ່ງ, ຫ້ອງຮຽນຕ່າງໆ ແລະ ຂໍຄວາມຊ່ວຍເຫຼືອມູນນິທິຈີນ ມາສີດຢາຂ້າເຊື້ອບໍລິເວນໂຮງຮຽນ, ຫ້ອງຮຽນໃຫ້ຈຳນວນ 2 ຄັ້ງ ເພື່ອຮັບປະກັນ ຄວາມປອດໄພ ແລະ ກຽມພ້ອມເປີດການຮຽນ – ການສອນຄືນໃໝ່.

ສຳລັບນັກຮຽນທີ່ຈະສອບເສັງຈົບຊັ້ນ ມ 4 ແລະ ມ 7 ມີທັງໝົດ 944 ຄົນ. ໃນນີ້, ມ 4 ມີ 396 ຄົນ, ມ 7 ມີ 548 ຄົນ; ສຳລັບຫ້ອງຮຽນພອນສະຫວັນ, ຫ້ອງຮຽນໄອທີ ແລະ ຫ້ອງຮຽນວີແລັງ ແມ່ນຈະບໍ່ໄດ້ແຍກອອກເພາະແຕ່ລະຫ້ອງມີນັກຮຽນປະມານ 20 – 22 ຄົນ ແລະ ສາມາດເວັ້ນໄລຍະຫ່າງໄດ້; ສ່ວນຫ້ອງຮຽນທົ່ວໄປແມ່ນມີນັກຮຽນ 40 ຄົນຕໍ່ຫ້ອງ ພວກເຮົາຈະໄດ້ແບ່ງໃຫ້ເປັນ 2 ຫ້ອງ, ໃນ 20 ຄົນຕໍ່ຫ້ອງ ແລະ ນັ່ງ 1 ຄົນຕໍ່ໂຕະ ເພື່ອເວັ້ນໄລຍະຫ່າງໃຫ້ແກ່ນັກຮຽນ.

ທ່ານ ນາງ ນີລາວັນ ວີຣະຖາວອນ ຜູ້ອຳນວຍການໂຮງຮຽນນີຣະດາຈອມເພັດ ໃຫ້ສຳພາດວ່າ: ເພື່ອກຽມຄວາມພ້ອມໃນການເປີດການຮຽນ – ການສອນຄືນສຳລັບຊັ້ນ ປ 5, ມ 4 ແລະ ມ 7 ຕາມແຈ້ງການຂອງຫ້ອງການກະຊວງສຶກສາທິການ ແລະ ກີລາ, ໂຮງຮຽນໄດ້ມີຄວາມພ້ອມສຳລັບຄູ – ອາຈານ ແລະ ຫ້ອງຮຽນ ເຊິ່ງນັກຮຽນຈົບຊັ້ນໃນປີນີ້ມີທັງໝົດ 140 ຄົນ. ໃນນັ້ນ, ປ 5 ມີ 70 ຄົນ, ມ 4 ມີ 48 ຄົນ ແລະ ມ 7 ມີ 21 ຄົນ; ສຳລັບຊັ້ນ ປ 5 ມີນັກຮຽນ 24 ຄົນຕໍ່ຫ້ອງ ແຕ່ເນື່ອງຈາກຫ້ອງບໍ່ກວ້າງປານໃດ ພວກເຮົາຈຶ່ງໄດ້ມາແບ່ງອອກຈາກຫ້ອງໜຶ່ງເປັນ 2 ຫ້ອງ ແລະ ເພີ່ມຄູອີກ ຈາກຄູ 3 ຄົນ ເປັນ 6 ຄົນ ໂດຍເອົາຄູຊັ້ນ ປ 4 ມາຊ່ວຍ; ສ່ວນຊັ້ນ ມ 4 ມີ 2 ຫ້ອງ ແລະ ຊັ້ນ ມ 7 ມີ 1 ຫ້ອງ ພວກເຮົາຈະໄດ້ປ່ຽນຫ້ອງຈາກຫ້ອງເດີມທີ່ມີຂະໜາດ 7×8 ມານໍາໃຊ້ຫ້ອງຂະໜາດກວ້າງ 7×11 ໃຫ້ນັກຮຽນໄດ້ນັ່ງໂຕະລະ 1 ຄົນ ເພື່ອຮັກສາໄລຍະຫ່າງຕາມມາດຕະການຂອງກະຊວງສຶກສາວາງອອກ.

ນອກນັ້ນ, ຍັງໄດ້ສີດຢາຂ້າເຊື້ອກ່ອນເຂົ້າຮຽນ, ໃຫ້ນັກຮຽນໃສ່ຜ້າອັດປາກ, ພົກພາເຈລລ້າງມືຕິດຕົວ ແລະ ທາງໂຮງຮຽນມີເຈລລ້າງມື, ອ່າງລ້າງມື, ມີສະບູ, ຕັ້ງຈຸດກວດກາ ແລະ ວັດອຸນຫະພູມແກ່ຄູ ແລະ ນັກຮຽນທຸກມື້, ພ້ອມທັງສຶກສາອົບຮົມແນວຄິດໃຫ້ນັກຮຽນໝັ່ນລ້າງມືໃນ 7 ວິທີ ທີ່ປະຕິບັດເປັນປະຈໍາມາແຕ່ຊັ້ນອະນຸບານ; ສຳລັບຫ້ອງອາຫານແມ່ນໄດ້ໃຫ້ນັ່ງໂຕະລະຄົນ ແລະ ເວັ້ນໄລຍະຫ່າງປະມານ 2 ແມັດ ໂດຍທຸກບ່ອນຈະໄດ້ຕິດສະຕິກເກີໝາຍໄວ້ໃຫ້ນັກຮຽນ ແລະ ການເລີກຫຼິ້ນ ຈະຈັດເວລາອອກເທື່ອລະຫ້ອງບໍ່ໃຫ້ພ້ອມກັນ ເພື່ອບໍ່ໃຫ້ມີຄົນຈຳນວນຫຼາຍຢູ່ຮ່ວມກັນ.

ໃນຂະນະທີ່ ທ່ານ ບຸນຈັນ ສີສຸກ ຜູ້ອຳນວຍການໂຮງຮຽນ ມ.ປາຍ ມິດຕະພາບ ນະຄອນຫຼວງວຽງຈັນ – ໂຮ່ຈິມິນ ໃຫ້ສຳພາດວ່າ: ສຳລັບຊັ້ນ ມ 7 ມີນັກຮຽນ 401 ຄົນ ຍິງ 222 ຄົນ, ມີ 10 ຫ້ອງ ເພື່ອປະຕິບັດຕາມແຈ້ງການຂອງກະຊວງສຶກສາ ແລະ ກີລາ, ໂຮງຮຽນໄດ້ຈັດໂຕະ – ຕັ່ງໃຫ້ນັກຮຽນນັ່ງໂຕະລະຄົນ ແລະ ເພື່ອຮັກສາໄລຍະຫ່າງ ພ້ອມແບ່ງຫ້ອງຮຽນອອກເປັນ 20 ຫ້ອງ ແລະ ໄດ້ຈັດແບ່ງຄູ – ອາຈານຈາກ ມ 5 ແລະ ມ 6 ທີ່ມີບົດຮຽນ ແລະ ປະສົບການມາສອນຊ່ວຍ ມ 7.

ດ້ານກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ກໍໄດ້ອອກຄຳແນະນໍາ ສະບັບເລກທີ 391/ສມ ລົງວັນທີ 5 ພຶດສະພາ 2020 ວ່າດ້ວຍການເປີດໂຮງຮຽນສາມັນສຶກສາຄືນໃໝ່ ໂດຍໃຫ້ພະແນກ ສສກ ແຕ່ລະຂັ້ນຊີ້ນຳ, ກວດກາ, ສ້ອມແປງບູລະນະສະຖານທີ່, ອຸປະກອນການຮຽນ – ການສອນ, ອະນາໄມບໍລິເວນເດີ່ນໂຮງຮຽນ, ຫ້ອງຮຽນ ເພື່ອໄຂໂຮງຮຽນຄືນໃນວັນທີ 18 ພຶດສະພາ ເປັນຕົ້ນໄປ ສຳລັບຊັ້ນ ປ 5, ມ 4 ແລະ ມ 7 ພ້ອມສືບຕໍ່ໂຄສະນາ, ເຜີຍແຜ່ສຶກສາອົບຮົມຢ່າງກວ້າງຂວາງເລິກເຊິ່ງດ້ວຍຫຼາຍຮູບແບບ ແລະ ວິທີການ ເພື່ອໃຫ້ຜູ້ບໍລິຫານໂຮງຮຽນ, ຄູ – ອາຈານ ແລະ ພໍ່ແມ່ປະຊາຊົນຮັບຮູ້ເຖິງຄວາມອັນຕະລາຍຂອງພະຍາດໂຄວິດ – 19 ພ້ອມຮູ້ວິທີປ້ອງກັນພະຍາດດັ່ງກ່າວ.

ໃຫ້ສືບຕໍ່ການຮຽນ – ການສອນຕາມຫຼັກສູດເກົ່າ ໂດຍເລີ່ມຈາກບົດຮຽນເກົ່າທີ່ໂຈະ, ຫ້ອງທີ່ມີນັກຮຽນຫຼາຍກວ່າ 30 ຄົນ ໃຫ້ແບ່ງເປັນ 2-3 ຫ້ອງ, ຈັດຕັ້ງໜ່ວຍປ້ອງກັນ, ຄັດກອງຜູ້ທີ່ມາໂຮງຮຽນຢູ່ດ້ານໜ້າໂຮງຮຽນ. ນອກນັ້ນ, ແນະນຳໃຫ້ນັກຮຽນແຕ່ລະຄົນເອົາອາຫານ, ນໍ້າດື່ມ ມາແຕ່ເຮືອນເພື່ອຮັບປະທານດ້ວຍຕົນເອງ ແລະ ການເຕົ້າໂຮມຈັດກິດຈະກຳຕ່າງໆບໍ່ໃຫ້ເກີນ 10 ຄົນ ແລະ ຢູ່ຫ່າງກັນ 1 ແມັດຂຶ້ນໄປ ພ້ອມທັງສືບຕໍ່ມອບວຽກບ້ານໃຫ້ນັກຮຽນ ໂດຍມີການກວດກາ ແລະ ແກ້ຂໍ້ຂ້ອງໃຈສຳລັບນັກຮຽນຊັ້ນອື່ນ.

ຂ່າວ: ແກ້ວ; ຮູບ: ສຸກສະຫວັນ + ທະນັນເສນ