ຝູງບົ້ງສາລີເລີ່ມລະບາດທີ່ແຂວງອຸດົມໄຊ

103

ເກີດການແຜ່ລະບາດຂອງຝູງບົ້ງສາລີ ທີ່ເມືອງແບ່ງ ແລະ ເມືອງຮຸນ ແຂວງອຸດົມໄຊ ເປັນບໍລິເວນກວ້າງ ແລະ ເນື້ອທີ່ປູກສາລີໄດ້ຮັບຜົນເສຍຫາຍ ໂດຍສະເພາະແມ່ນໃບ ແລະ ຍອດອ່ອນສາລີ.

ທ່ານ ທອງສ້ອຍ ວຽງວົງ ວິຊາການບໍລິຫານແຜນການຂະແໜງປູກຝັງ ພະແນກກະສິກໍາປ່າໄມ້ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນປັດຈຸບັນເກີດການລະບາດຂອງຝູງບົ້ງສາລີໃນ 7 ເມືອງຂອງແຂວງອຸດົມໄຊ ເຊິ່ງປັດຈຸບັນພະນັກງານວິຊາການຂະແໜງປູກຝັງ ເລັ່ງລົງເກັບກໍາເນື້ອທີ່ຜົນເສຍຫາຍ ເພື່ອສະຫຼຸບລາຍງານຕົວເລກລະອຽດ.

ສໍາລັບເນື້ອທີ່ແຜນການປູກສາລີທົ່ວແຂວງອຸດົມໄຊ ໃນປີ 2020 ມີ 30.450 ເຮັກຕາ ເຊິ່ງໃນປັດຈຸບັນຕົ້ນສາລີຂອງປະຊາຊົນທີ່ປູກພວມໄດ້ປະມານ 1 ເດືອນກວ່າ ແຕ່ເກີດການລະບາດຂອງຝູງບົ້ງສາລີ ເຮັດໃຫ້ອັດຕາການຈະເລີນເຕີບໂຕຊ້າລົງ ບາງພື້ນທີ່ໄດ້ຮັບຜົນເສຍຫາຍໜັກ.

ສໍາລັບການແກ້ໄຂຂະແໜງກະສິກໍາກໍໄດ້ລົງສົມທົບກັບຫ້ອງການກະສິກໍາເມືອງ ເພື່ອຊ່ວຍແນະນໍາ ແລະ ຝຶກອົບຮົມໃຫ້ຄວາມຮູ້ແກ່ຊາວສວນໃນການກໍາຈັດຝູງບົ້ງ ເຊິ່ງຈັດຕັ້ງປະຕິບັດ 2 ວິທີ ເປັນຕົ້ນແມ່ນໃຊ້ຢາປາບສັດຕູພືດ ແລະ ໃຊ້ວິທີແບບພື້ນເມືອງ ໂດຍສະເພາະແມ່ນໃຕ້ໄຟ ແລະ ກັບດັກລໍ້.

ຂ່າວ: ພຸດຕີ້, ຮູບ: ມີເດຍລາວ