ສັດໃຫຍ່ທີ່ຈະສົ່ງອອກໄປຈີນ ຕ້ອງມີຖິ່ນກຳເນີດຢູ່ລາວ

217

ກົມລ້ຽງສັດ ແລະ ການປະມົງ ອອກຄຳແນະນຳມາດຕະຖານການລ້ຽງສັດໃຫຍ່ກ່ອນສົ່ງໄປຈີນ ໂດຍໄດ້ກຳນົດໃຫ້ສັດຕ້ອງມີຖິ່ນກຳເນີດຢູ່ໃນລາວ, ຫາກນຳເຂົ້າມາລ້ຽງຈະຕ້ອງຖືກລ້ຽງຢູ່ ສປປ ລາວ 150 ວັນ. ພ້ອມນີ້, ກ່ອນສົ່ງອອກຈະຕ້ອງໄດ້ນໍາໄປລ້ຽງຢູ່ເຂດທ້ອນໂຮມສັດໃຫຍ່ປອດພະຍາດ 45 ວັນ ແລະ ຕ້ອງຜ່ານການກັກກັນຢູ່ສູນ 30 ວັນ.

ກົມລ້ຽງສັດ ແລະ ການປະມົງ ໄດ້ອອກຄໍາແນະນໍາກ່ຽວກັບມາດຕະຖານສັດໃຫຍ່ ແລະ ມາດຕະຖານຟາມລ້ຽງສັດໃຫຍ່ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ເລກທີ 0807/ກລປ ລົງວັນທີ 7 ເມສາ 2020 ຄື:

ມາດຕະຖານການລ້ຽງສັດໃຫຍ່ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ: ສັດໃຫຍ່ແມ່ນໝາຍເຖິງສັດໃຫຍ່ອາດເປັນສາຍພັນພື້ນເມືອງ ຫຼື ສາຍພັນປັບປຸງ ຫຼື ສາຍພັນປະສົມ ເຊິ່ງມີນໍ້າໜັກຫຼາຍກວ່າ 350 ກິໂລກຣາມ ແລະ ອາຍຸບໍ່ເກີນ 4 ປີ. ນອກຈາກນັ້ນ, ຕ້ອງມີຖິ່ນກໍາເນີດຢູ່ ສປປ ລາວ ຫຼື ສັດທີ່ນໍາເຂົ້າແຕ່ຕ້ອງຖືກລ້ຽງຢູ່ປະເທດລາວຢ່າງໜ້ອຍ 150 ວັນ. ສໍາລັບສະຖານທີ່ລ້ຽງແມ່ນຕ້ອງເປັນຟາມທີ່ໄດ້ຈົດທະບຽນຢູ່ ສປປ ລາວ ຢ່າງຖືກກົດໝາຍ ແລະ ອີງຕາມ ເອກະສານ ເລກທີ 0209/ກປ ລົງວັນທີ 06 ກຸມພາ 2013; ສະຖານທີ່ລ້ຽງສັດໃຫຍ່ໃນການກະກຽມກ່ອນການສົ່ງອອກໄປຈີນ ແມ່ນຢ່າງໜ້ອຍບໍ່ໃຫ້ມີປະຫວັດກວດພົບເຊື້ອພາຍໃນ 6 ເດືອນ ໂດຍການຢັ້ງຢືນຈາກສູນວິໄຈພະຍາດສັດ ເຊັ່ນ: ພະຍາດຜິວໜັງ, ພະຍາດປອດອັກເສບ ແລະ ວັນນະໂລກ; ກ່ອນການຂົນສົ່ງຕ້ອງໄດ້ນໍາໄປລ້ຽງຢູ່ເຂດທ້ອນໂຮມສັດໃຫຍ່ທີ່ຢູ່ນອກເຂດປອດພະຍາດປາກເປື່ອຍລົງເລັບ ຢ່າງໜ້ອຍ 45 ວັນ ແລະ ຕ້ອງຜ່ານການກັກກັນຢູ່ສະຖານທີ່ກັກກັນສັດບ້ານນາຄໍາ ເມືອງສິງ ແຂວງຫຼວງນໍ້າທາ ຢ່າງໜ້ອຍ 30 ວັນ.

ມາດຕະຖານຟາມລ້ຽງສັດໃຫຍ່ເພື່ອສົ່ງອອກ ສປ ຈີນ: ຟາມລ້ຽງສັດໃຫຍ່ຕ້ອງໄດ້ຮັບການອະນຸຍາດຈາກການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ, ຕ້ອງຕັ້ງຢູ່ສະຖານທີ່ເໝາະສົມ, ບໍ່ມີນໍ້າຖ້ວມຂັງ, ຢູ່ຫ່າງໄກຈາກຊຸມຊົນ, ໄກຈາກເຂດທີ່ເປັນພະຍາດປາກເປື່ອຍລົງເລັບ, ໂຮງຂ້າສັດ ແລະ ບໍ່ສ້າງຜົນກະທົບໃດໆຕໍ່ຊີວິດການເປັນຢູ່ຂອງຄົນທ້ອງຖິ່ນນັ້ນ ເຊັ່ນ: ສານປົນເປື້ອນ ແລະ ນໍ້າເສຍ. ນອກຈາກນັ້ນ, ພື້ນທີ່ ແລະ ແວດລ້ອມຕ້ອງອໍານວຍຄວາມສະດວກຢ່າງຊັດເຈນ ແລະ ເໝາະສົມ ເຊັ່ນ: ມີທົ່ງຫຍ້າ, ໂຮງເຮືອນ, ຄອກສັດ, ສາງເກັບຮັກສາອາຫານສັດ ແລະ ມີຮົ້ວກັ້ນອ້ອມຮອບ ເພື່ອຄວາມປອດໄພໃນທຸກດ້ານ; ພື້ນໂຮງເຮືອນຄວນເປັນພື້ນຊີມັງ, ລາດອຽງ, ບໍ່ມື່ນ, ສາມາດທໍາ ຄວາມສະອາດ ແລະ ຂ້າເຊື້ອໄດ້ຢ່າງສະດວກ ແລະ ມີລະບົບລະບາຍນໍ້າທີ່ດີ, ໂຮງເຮືອນສໍາລັບທອມສັດໃຫຍ່ອາດເປັນຄອກດ່ຽວ ຫຼື ຄອກລວມ ແລ້ວແບ່ງເປັນສັດສ່ວນຢ່າງເໝາະສົມກັບລຸ້ນ, ຂະໜາດ ແລະ ຈໍານວນສັດທີ່ລ້ຽງ.

ຂ່າວ: ສັນຕິ, ຂໍ້ມູນ: ສູນຂໍ້ມູນ – ຂ່າວສານທາງການຄ້າ